Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາລາກີ 3:8 - ພຣະຄຳພີສັກສິ

8 ເຮົາ​ຂໍ​ຖາມ​ພວກເຈົ້າ​ວ່າ​ເປັນ​ການ​ຖືກຕ້ອງ​ບໍ​ທີ່​ມະນຸດ​ສໍ້ໂກງ​ພຣະເຈົ້າ? ແນ່ນອນ​ບໍ່​ເປັນ​ການ​ຖືກຕ້ອງ, ແຕ່​ພວກເຈົ້າ​ຕ່າງ​ກໍ​ສໍ້ໂກງ​ເຮົາ. ພວກເຈົ້າ​ຖາມ​ວ່າ, ‘ສໍ້ໂກງ​ຢ່າງໃດ?’ ກໍ​ສໍ້ໂກງ​ໃນ​ເລື່ອງ​ໜຶ່ງສ່ວນສິບ ແລະ​ເຄື່ອງຖວາຍ​ຕ່າງໆ​ນັ້ນ​ແຫຼະ.

Uka jalj uñjjattʼäta Copia luraña




ມາລາກີ 3:8
18 Jak'a apnaqawi uñst'ayäwi  

ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ອັນ​ຮຸ່ງເຮືອງ​ຂອງ​ພຣະເຈົ້າຢາເວ ຈົ່ງ​ກົ້ມຂາບ​ອົງ​ບໍຣິສຸດ ເມື່ອ​ພຣະອົງ​ມາ​ປາກົດ​ນັ້ນ.


ຍິ່ງ​ໃຫ້​ຍິ່ງ​ມີ ຍິ່ງ​ຂີ້ຖີ່​ຍິ່ງ​ທຸກຈົນ​ລົງ.


ພວກເຈົ້າ​ບໍ່ໄດ້​ນຳ​ແກະ​ມາ​ຂ້າ​ຖວາຍບູຊາ​ເຮົາ​ເລີຍ ບໍ່ໄດ້​ໃຫ້ກຽດ​ເຮົາ​ດ້ວຍ​ເຄື່ອງບູຊາ​ຂອງ​ພວກເຈົ້າ. ເຮົາ​ບໍ່ໄດ້​ໃຫ້​ພາລະໜັກ​ໂດຍ​ຖາມ​ເອົາ​ເຄື່ອງບູຊາ ຫລື​ໃຫ້​ອິດເມື່ອຍ​ໂດຍ​ຖາມ​ຫາ​ເຄື່ອງຫອມ​ບູຊາ​ອີກ.


ແຕ່​ໃນ​ປີ​ທີ​ຫ້າ ພວກເຈົ້າ​ກິນ​ໝາກໄມ້​ນັ້ນ​ໄດ້. ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ສິ່ງ​ທັງໝົດ​ນີ້ ຕົ້ນໄມ້​ຂອງ​ພວກເຈົ້າ​ກໍ​ຈະ​ເກີດ​ໝາກ​ຢ່າງ​ຫລວງຫລາຍ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ແລ້ວ​ເທວະດາ​ຕົນ​ນັ້ນ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ໃນ​ໜັງສື​ມ້ວນ​ນັ້ນ​ມີ​ຄຳສາບແຊ່ງ​ຖືກ​ຂຽນ​ໄວ້ ທີ່​ຈະ​ອອກ​ໄປ​ເຖິງ​ທົ່ວ​ທັງ​ດິນແດນ. ທີ່​ສົ້ນ​ໜຶ່ງ​ຂອງ​ໜັງສື​ນັ້ນ​ກ່າວ​ວ່າ ຄົນ​ຂີ້ລັກ​ທຸກໆຄົນ​ຈະ​ຖືກ​ກວາດອອກ​ໄປ​ຈາກ​ດິນແດນ ແລະ​ທີ່​ສົ້ນ​ໜຶ່ງ​ອີກ​ກ່າວ​ວ່າ ທຸກໆຄົນ​ທີ່​ເວົ້າຕົວະ​ພາຍໃຕ້​ຄຳ​ສາບານ ຈະ​ຖືກ​ກວາດລ້າງ​ອອກ​ໄປ​ຈາກ​ດິນແດນ​ເຊັ່ນກັນ.


ພວກເຈົ້າ​ເວົ້າ​ວ່າ, ‘ຊ່າງ​ອິດເມື່ອຍ​ຕໍ່​ການຖວາຍ​ນີ້​ແທ້ນໍ’ ແລະ​ພວກເຈົ້າ​ກໍ​ງຶກດັງ​ຂຶ້ນ​ປະໝາດ​ເຮົາ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ. “ແລະ​ເມື່ອ​ຖວາຍບູຊາ ພວກເຈົ້າ​ນຳ​ສັດ​ທີ່​ລັກ​ມາ ຫລື​ສັດ​ທີ່​ຂາ​ພິການ ຫລື​ສັດ​ທີ່​ເຈັບໂຊ​ມາ​ຖວາຍ. ພວກເຈົ້າ​ຄິດວ່າ​ເຮົາ​ຈະ​ຮັບ​ເອົາ​ສິ່ງນັ້ນ​ຫລື?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ເມື່ອ​ພວກເຈົ້າ​ນຳ​ສັດ​ຕາບອດ ຫລື​ສັດ​ເຈັບໂຊ ຫລື​ສັດ​ຂາ​ພິການ ມາ​ຖວາຍ​ແກ່​ເຮົາ ພວກເຈົ້າ​ຄິດວ່າ​ເປັນ​ການ​ຖືກຕ້ອງ​ແລ້ວ​ບໍ? ຈົ່ງ​ລອງ​ນຳ​ສັດ​ເຊັ່ນນັ້ນ​ໄປ​ໃຫ້​ຜູ້ປົກຄອງ​ຂອງ​ພວກເຈົ້າ​ເບິ່ງດູ ເພິ່ນ​ຈະ​ພໍໃຈ​ນຳ​ພວກເຈົ້າ​ບໍ? ຫລື​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມດີ​ຄວາມຊອບ​ຫຍັງ​ແດ່​ຈາກ​ເພິ່ນ?” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ.” ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ເຫດສະນັ້ນ ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຄືນ​ຖວາຍ​ໃຫ້​ແກ່​ພຣະເຈົ້າ.”


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ​ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ສົ່ງຄືນ​ແກ່​ພຣະເຈົ້າ.” ເມື່ອ​ທຸກຄົນ​ໄດ້ຍິນ​ຄຳຕອບ​ຂອງ​ພຣະເຢຊູເຈົ້າ​ແລ້ວ ຕ່າງ​ກໍ​ປະຫລາດ​ໃຈ​ໃນ​ພຣະອົງ.


ແລ້ວ​ພຣະອົງ​ຊົງ​ກ່າວ​ກັບ​ພວກເຂົາ​ວ່າ, “ເຫດສະນັ້ນ ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ຖວາຍ​ແກ່​ກາຍຊາ ແລະ​ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຄືນ​ຖວາຍ​ແດ່​ພຣະເຈົ້າ.”


ຈົ່ງ​ໃຫ້​ແກ່​ທຸກຄົນ ຕາມ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ ສ່ວຍສາ​ອາກອນ​ຄວນ​ໃຫ້​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ພາສີ​ຄວນ​ໃຫ້​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ຄວາມ​ຢຳເກງ​ຄວນ​ມີ​ແກ່​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ກຽດຕິຍົດ​ຄວນ​ໃຫ້​ແກ່​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ.


ເຈົ້າ​ບອກ​ວ່າ, “ຢ່າ​ຫລິ້ນຊູ້” ແຕ່​ເຈົ້າ​ຍັງ​ຫລິ້ນຊູ້​ຢູ່​ຫລື​ບໍ່? ເຈົ້າ​ກຽດຊັງ​ຮູບ​ເຄົາຣົບ ແຕ່​ເຈົ້າ​ຍັງ​ປຸ້ນ​ວິຫານ​ຢູ່​ຫລື​ບໍ່?


ຊາດ​ອິດສະຣາເອນ​ໄດ້​ເຮັດ​ບາບ ພວກເຂົາ​ໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ສັ່ງ​ພວກເຂົາ​ໃຫ້​ຖື​ຮັກສາ. ພວກເຂົາ​ໄດ້​ເອົາ​ບາງສິ່ງ​ບາງຢ່າງ​ທີ່​ຕ້ອງ​ຖືກ​ທຳລາຍ​ນັ້ນ. ພວກເຂົາ​ໄດ້​ລັກ​ເອົາ​ມາ​ແລະ​ອຳ​ໄວ້ ແລ້ວ​ເອົາ​ສິ່ງ​ເຫຼົ່ານີ້​ລວມ​ເຂົ້າ​ກັບ​ສິ່ງຂອງ​ຂອງ​ຕົນເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka