ມາລາກີ 3:7 - ພຣະຄຳພີສັກສິ7 ພວກເຈົ້າໄດ້ຫັນໜີຈາກກົດບັນຍັດທັງຫລາຍຂອງເຮົາ ແລະບໍ່ໄດ້ປະຕິບັດຕາມກົດບັນຍັດນັ້ນ ເໝືອນດັ່ງປູ່ຍ່າຕາຍາຍຂອງພວກເຈົ້າ. ຈົ່ງກັບຄືນມາຫາເຮົາເຖີດ ແລະເຮົາຈະກັບຄືນໄປຫາພວກເຈົ້າ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. ແຕ່ພວກເຈົ້າຊໍ້າພັດຖາມວ່າ, ‘ພວກຂ້ານ້ອຍຕ້ອງເຮັດຢ່າງໃດຈຶ່ງຈະກັບຄືນໄປຫາພຣະອົງໄດ້?’ Uka jalj uñjjattʼäta |
ແຕ່ປະຊາຊົນອິດສະຣາເອນຊໍ້າພັດທ້າທາຍເຮົາແມ່ນແຕ່ໃນຖິ່ນແຫ້ງແລ້ງກັນດານ. ພວກເຂົາໄດ້ຝ່າຝືນບັນດາກົດບັນຍັດຂອງເຮົາ ແລະປະຖິ້ມຂໍ້ຄຳສັ່ງຂອງເຮົາ ຊຶ່ງນຳຊີວິດມາສູ່ທຸກໆຄົນທີ່ປະຕິບັດຕາມ. ພວກເຂົາໄດ້ເຮັດໃຫ້ວັນຊະບາໂຕເປັນມົນທິນ. ສະນັ້ນ ເຮົາຈຶ່ງພ້ອມແລ້ວ ທີ່ຈະໃຫ້ພວກເຂົາໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນເຕັມຂະໜາດຂອງເຮົາ ໃນຖິ່ນແຫ້ງແລ້ງກັນດານນັ້ນແລະທຳລາຍພວກເຂົາຖິ້ມ.
ແຕ່ຄົນລຸ້ນນີ້ໄດ້ທ້າທາຍເຮົາຄືກັນ. ພວກເຂົາໄດ້ຝ່າຝືນບັນດາກົດບັນຍັດຂອງເຮົາ ແລະບໍ່ໄດ້ຢຶດຖືຂໍ້ຄຳສັ່ງຂອງເຮົາ ຊຶ່ງໃຫ້ຊີວິດແກ່ທຸກໆຄົນທີ່ປະຕິບັດຕາມ. ພວກເຂົາໄດ້ເຮັດໃຫ້ວັນຊະບາໂຕເປັນມົນທິນ. ສະນັ້ນ ເຮົາຈຶ່ງພ້ອມແລ້ວທີ່ຈະໃຫ້ພວກເຂົາໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນເຕັມຂະໜາດຂອງເຮົາໃນຖິ່ນແຫ້ງແລ້ງກັນດານນັ້ນ ແລະສັງຫານພວກເຂົາທັງໝົດຖິ້ມ.
ເຮົາໄດ້ນຳພວກເຂົາໄປສູ່ດິນແດນ ຊຶ່ງເຮົາໄດ້ສັນຍາວ່າຈະມອບໃຫ້. ເມື່ອພວກເຂົາໄດ້ເຫັນເນີນພູສູງ ແລະຕົ້ນໄມ້ໃບຂຽວ ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ສິ່ງເຫຼົ່ານັ້ນ. ພວກເຂົາເຮັດໃຫ້ເຮົາໂກດຮ້າຍດ້ວຍເຄື່ອງບູຊາຕ່າງໆທີ່ພວກເຂົາໄດ້ເຜົາ ແລະດ້ວຍເຫຼົ້າອະງຸ່ນທີ່ພວກເຂົາໄດ້ເທລົງເປັນເຄື່ອງບູຊາ.
ພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ກ່າວຕໍ່ພວກປະໂຣຫິດວ່າ, “ລູກຍ່ອມໃຫ້ກຽດພໍ່ແມ່ຂອງຕົນ ແລະຄົນຮັບໃຊ້ຍ່ອມນັບຖືນາຍຂອງຕົນ. ເຮົາເປັນພໍ່ຂອງພວກເຈົ້າ ເປັນຫຍັງພວກເຈົ້າຈຶ່ງບໍ່ໃຫ້ກຽດເຮົາ? ເຮົາເປັນເຈົ້ານາຍຂອງພວກເຈົ້າ ເປັນຫຍັງພວກເຈົ້າຈຶ່ງບໍ່ນັບຖືເຮົາ? ພວກເຈົ້າດູຖູກເຮົາ ແລະຍິ່ງໄປກວ່ານີ້ອີກ ພວກເຈົ້າຍັງຖາມວ່າ, ‘ພວກຂ້ານ້ອຍໝິ່ນປະໝາດພຣະນາມຂອງພຣະອົງຢ່າງໃດ?’
ເຮົາຈະນຳພວກເຂົາເຂົ້າໄປສູ່ດິນແດນນີ້ທີ່ອຸດົມສົມບູນແລະຮັ່ງມີ ຕາມທີ່ເຮົາໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຂົາ. ໃນທີ່ນັ້ນ ພວກເຂົາຈະມີອາຫານການກິນຕາມຄວາມຕ້ອງການ ແລະພວກເຂົາຈະມີຊີວິດຢູ່ຢ່າງສະໜຸກສຸກສະບາຍ, ແຕ່ພວກເຂົາຈະຫັນໜີໄປຂາບໄຫວ້ບັນດາພະອື່ນ. ພວກເຂົາຈະປະຖິ້ມເຮົາແລະລະເມີດພັນທະສັນຍາຂອງເຮົາ