Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາລາກີ 3:6 - ພຣະຄຳພີສັກສິ

6 “ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ບໍ່​ປ່ຽນແປງ. ສ່ວນ​ພວກເຈົ້າ​ເຊື້ອສາຍ​ຂອງ​ຢາໂຄບ ຍັງ​ບໍ່​ສູນສິ້ນ​ໄປ​ໝົດ​ເທື່ອ​ນໍ.

Uka jalj uñjjattʼäta Copia luraña




ມາລາກີ 3:6
36 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ


ຕໍ່ມາ ພຣະອົງ​ກ່າວ​ແກ່​ອັບຣາມ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ ຜູ້​ທີ່​ນຳພາ​ເຈົ້າ​ອອກ​ມາ​ຈາກ​ເມືອງ​ອູເຣ​ໃນ​ບາບີໂລນ ເພື່ອ​ຈະ​ມອບ​ດິນແດນ​ນີ້​ໃຫ້​ເປັນ​ກຳມະສິດ​ຂອງ​ເຈົ້າ.”


“ເຮົາ​ຂໍ​ສາບານ​ໃນ​ນາມ​ຂອງເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ກຳລັງ​ກ່າວ​ຢູ່​ນີ້​ວ່າ, ເຮົາ​ຈະ​ອວຍພອນ​ເຈົ້າ​ຢ່າງ​ຫລວງຫລາຍ. ເພາະ​ເຈົ້າ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ ແລະ​ບໍ່ໄດ້​ຫວງ​ລູກຊາຍ​ຄົນ​ດຽວ​ຂອງ​ເຈົ້າ​ໄວ້;


ຟ້າ​ດິນ​ຈະ​ສະຫລາຍ​ແຕ່​ພຣະອົງ​ຈະ​ດຳລົງຢູ່ ສິ່ງ​ເຫຼົ່ານີ້​ຈະ​ເກົ່າ​ແລະ​ຂາດ​ໄປ​ດັ່ງ​ເຄື່ອງນຸ່ງຫົ່ມ. ພຣະອົງ​ຈະ​ໂຍນ​ມັນ​ຖິ້ມ​ດັ່ງ​ໂຍນ​ເຄື່ອງນຸ່ງ​ອອກ​ໄປ ແລະ​ມັນ​ກໍ​ຈະ​ສູນຫາຍ​ສະຫລາຍ​ໄປສິ້ນ.


ແຕ່​ພຣະອົງ​ຍັງ​ເປັນ​ຢູ່​ຢ່າງເດີມ​ສະເໝີໄປ ຊີວິດ​ຂອງ​ພຣະອົງ​ກໍ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.


ລູກຫລານ​ຂອງ​ພວກ​ຂ້ານ້ອຍ​ນັ້ນ​ຈະ​ຢູ່​ຢ່າງ​ປອດໄພ ເຊື້ອສາຍ​ຈະ​ປອດໄພ​ເພາະ​ພຣະອົງ​ປົກປ້ອງ​ຄຸ້ມຄອງ.


ແຕ່​ຄວາມຮັກ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ​ດຳລົງ​ຢູ່​ສືບໆໄປ ສຳລັບ​ທຸກຄົນ​ທີ່​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ​ກໍ​ດຳລົງຢູ່ ຕະຫລອດ​ທຸກ​ຊົ່ວເຊັ່ນລູກ​ເຊັ່ນ​ຫລານ


ແຕ່​ພຣະເມດຕາ​ນັ້ນ​ຍັງ​ມີ​ຢູ່​ຕໍ່ໄປ​ສຳລັບ​ພວກເຂົາ ພຣະອົງ​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ບໍ່ໄດ້​ທຳລາຍ​ພວກເຂົາ​ອີກ. ພຣະອົງ​ຢັບຢັ້ງ​ຄວາມ​ໂກດຮ້າຍ​ຫລາຍເທື່ອ​ຫລາຍທີ ແລະ​ອົດກັ້ນ​ຄວາມ​ໂມໂຫ​ຂອງ​ພຣະອົງ​ໄວ້​ດ້ວຍ.


ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ເລີຍ ແລະ​ບໍ່ໄດ້​ສັດຊື່​ດັ່ງ​ບັນພະບຸລຸດ​ຂອງ​ເຂົາເຈົ້າ ຄື​ເປັນ​ພວກ​ທີ່​ຂາດ​ຄວາມ​ໄວ້ວາງໃຈ ແລະ​ຄົດ​ດັ່ງ​ລູກໜ້າ​ທະນູ​ບ້ຽວ.


ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃດ ເຮົາ​ເປັນ​ຜູ້​ທີ່​ໃຫ້​ກຳລັງ​ທັງ​ສັ່ງສອນ​ພວກເຈົ້າ, ຢ່າ​ສູ່​ພາກັນ​ຢ້ານກົວ​ແຕ່​ຢ່າງໃດ​ເລີຍ ເຮົາ​ຈະ​ຊ່ວຍເຫຼືອ​ເອົາ​ພວກເຈົ້າ​ໄວ້.”


ພຣະເຈົ້າຢາເວ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແລະ​ອົງ​ພຣະຜູ້ໄຖ່​ຂອງ​ເຂົາ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ໄວ້​ດັ່ງນີ້: “ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ບໍ່ມີ​ພຣະເຈົ້າ​ອື່ນໃດ ນອກເໜືອ​ຈາກ​ເຮົາ​ແລ້ວ.


ເຮົາ​ເປັນ​ພຣະເຈົ້າ​ຈະ​ດູແລ​ພວກເຈົ້າ​ເອງ ຈົນກວ່າ​ເຖົ້າແກ່​ຊະຣາ​ຜົມ​ເປັນ​ສີເຖົ່າ. ເຮົາ​ໄດ້​ສ້າງ​ພວກເຈົ້າ​ແລະ​ຈະ​ເປັນ​ຜູ້​ດູແລ ເຮົາ​ຈະ​ຊ່ວຍຊູ​ແລະ​ຊ່ວຍກູ້​ເອົາ​ພວກເຈົ້າ.”


“ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຊື້ອ​ຊາດ​ມະນຸດ​ທັງປວງ. ບໍ່ມີ​ຫຍັງ​ຍາກ​ເກີນ​ໄປ​ສຳລັບ​ເຮົາ.


ເຮົາ​ຂໍ​ສັ່ງ​ໃຫ້​ທຸກຄົນ​ທົ່ວ​ອານາຈັກ​ຂອງເຮົາ ຈົ່ງ​ເຄົາຣົບ​ຢຳເກງ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ດານີເອນ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ແລະ​ພຣະອົງ​ປົກຄອງ​ຕະຫລອດໄປ; ອານາຈັກ​ຂອງ​ພຣະອົງ​ຈະ​ບໍ່​ຖືກ​ທຳລາຍ​ເລີຍ ຣິດອຳນາດ​ຂອງ​ພຣະອົງ​ຈະ​ບໍ່​ສູນສິ້ນໄປ​ຈັກເທື່ອ.


ເຮົາ​ຈະ​ບໍ່​ລົງໂທດ​ເຈົ້າ​ຢ່າງ​ຄຽດແຄ້ນ​ໜັກ​ດອກ ເຮົາ​ຈະ​ບໍ່​ທຳລາຍ​ເອຟຣາອິມ​ຕໍ່ໄປ​ອີກ. ເພາະ​ເຮົາ​ເປັນ​ພຣະເຈົ້າ​ແລະ​ບໍ່ແມ່ນ​ມະນຸດ ເຮົາ​ຜູ້​ບໍຣິສຸດ​ຢູ່​ນຳ​ເຈົ້າ​ຈະ​ມາ​ຫາ​ແລະ​ອີດູ​ເຈົ້າ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ຕັ້ງແຕ່​ໃດໆ​ມາ. ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ, ເປັນ​ອົງ​ບໍຣິສຸດ ແລະ​ອົງ​ເປັນ​ຢູ່​ສືບໄປ​ເປັນນິດ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ ແລະ​ພຣະ​ຜູ້​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ; ພຣະອົງ​ໄດ້​ເລືອກເອົາ​ພວກ​ບາບີໂລນ ແລະ​ໄດ້​ເຮັດ​ໃຫ້​ພວກເຂົາ​ແຂງແຮງ ເພື່ອ​ວ່າ​ພວກເຂົາ​ຈະ​ລົງໂທດ​ພວກ​ຂ້ານ້ອຍ​ໄດ້.


ພຣະເຈົ້າ​ນັ້ນ​ບໍ່​ຄື​ມະນຸດ ຜູ້​ເວົ້າ​ຕົວະ​ເປັນ​ເດີ ພຣະອົງ​ບໍ່​ປ່ຽນ​ຄວາມ​ຄິດ​ເຫັນ ດັ່ງ​ມະນຸດ​ເຮົາ​ຈັກເທື່ອ. ເມື່ອ​ພຣະອົງ​ສັນຍາ​ເຮັດ​ສິ່ງໃດ​ແລ້ວ ພຣະອົງ​ກໍ​ເຮັດ​ສິ່ງ​ນັ້ນ​ທັນທີ ເມື່ອ​ພຣະອົງ​ກ່າວ​ຈາ ພຣະອົງ​ກໍ​ລົງ​ມື​ກະທຳ​ໂລດ.


ພວກເຮົາ​ເຄີຍ​ເປັນ​ສັດຕູ​ຂອງ​ພຣະເຈົ້າ ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຮົາ​ຄືນ​ດີ​ກັບ​ພຣະອົງ ຜ່ານ​ທາງ​ຄວາມ​ຕາຍ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ. ເມື່ອ​ເຮົາ​ທັງຫລາຍ​ໄດ້​ຄືນດີ​ກັບ​ພຣະເຈົ້າ​ແລ້ວ ຫລາຍກວ່າ​ນັ້ນ​ອີກ ພຣະອົງ​ຈະ​ຊົງ​ໂຜດ​ໃຫ້​ພວກເຮົາ​ໄດ້​ພົ້ນ​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະອົງ.


ເຮົາ​ແນ່ໃຈ​ວ່າ ພຣະອົງ​ຜູ້​ຊົງ​ຕັ້ງຕົ້ນ​ການ​ດີ​ໄວ້​ໃນ​ພວກເຈົ້າ​ແລ້ວ ຈະ​ຊົງ​ກະທຳ​ໃຫ້​ສຳເລັດ ຈົນເຖິງ​ວັນ​ແຫ່ງ​ພຣະເຢຊູ​ຄຣິດເຈົ້າ.


ພຣະເຢຊູ​ຄຣິດເຈົ້າ​ຊົງ​ເປັນ​ຢູ່​ສະເໝີ​ກັນ ທັງ​ໃນ​ເວລາ​ວານ​ນີ້ ວັນ​ນີ້ ແລະ​ສືບໆໄປ​ເປັນນິດ.


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


ຂອງ​ປະທານ​ອັນ​ດີ​ທຸກຢ່າງ ແລະ​ຂອງຂວັນ​ອັນ​ດີເລີດ​ທຸກຢ່າງ ຍ່ອມ​ມາ​ຈາກ​ທາງ​ເທິງ ແລະ​ລົງ​ມາ​ຈາກ​ພຣະບິດາເຈົ້າ​ແຫ່ງ​ບັນດາ​ດວງ​ສະຫວ່າງ. ໃນ​ພຣະບິດາເຈົ້າ​ນັ້ນ ບໍ່ມີ​ການ​ປ່ຽນແປງ ແລະ​ບໍ່ມີ​ເງົາ​ເນື່ອງ​ຈາກ​ການ​ຊົງ​ໝູນວຽນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ອົງ​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ອົງ​ຊົງ​ຣິດທານຸພາບ​ສູງສຸດ ຊົງ​ກ່າວ​ວ່າ, “ເຮົາ​ຄື​ອາລະຟາ​ແລະ​ໂອເມຄາ.”


ເຮົາ ຄື​ອາລະຟາ​ແລະ​ໂອເມຄາ ເປັນ​ຜູ້ກົກ​ແລະ​ເປັນ​ຜູ້​ສຸດທ້າຍ ເປັນ​ເບື້ອງຕົ້ນ​ແລະ​ເປັນ​ເບື້ອງປາຍ.”


ແລະ​ອົງ​ຊົງ​ເປັນ​ທີ່​ເພິ່ງ​ອັນ​ແຂງ​ແກ່ນ​ຂອງ​ຊາດ​ອິດສະຣາເອນ ຈະ​ບໍ່​ເວົ້າຕົວະ​ຫລື​ປ່ຽນໃຈ. ພຣະອົງ​ບໍ່ແມ່ນ​ມະນຸດ ສະນັ້ນ ພຣະອົງ​ຈຶ່ງ​ບໍ່​ປ່ຽນໃຈ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka