ມາລາກີ 3:5 - ພຣະຄຳພີສັກສິ5 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາປາກົດຢູ່ທ່າມກາງພວກເຈົ້າເພື່ອຕັດສິນ ແລະເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກທີ່ເອົາປຽບແມ່ໝ້າຍ, ເດັກກຳພ້າ ແລະຄົນຕ່າງດ້າວ ຄືຕໍ່ສູ້ທຸກຄົນທີ່ບໍ່ຢຳເກງເຮົາ.” Uka jalj uñjjattʼäta |
ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍຕັ້ງແຕ່ໃດໆມາ. ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ, ເປັນອົງບໍຣິສຸດ ແລະອົງເປັນຢູ່ສືບໄປເປັນນິດ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າ ແລະພຣະຜູ້ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ; ພຣະອົງໄດ້ເລືອກເອົາພວກບາບີໂລນ ແລະໄດ້ເຮັດໃຫ້ພວກເຂົາແຂງແຮງ ເພື່ອວ່າພວກເຂົາຈະລົງໂທດພວກຂ້ານ້ອຍໄດ້.
ພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ກ່າວຕໍ່ພວກປະໂຣຫິດວ່າ, “ລູກຍ່ອມໃຫ້ກຽດພໍ່ແມ່ຂອງຕົນ ແລະຄົນຮັບໃຊ້ຍ່ອມນັບຖືນາຍຂອງຕົນ. ເຮົາເປັນພໍ່ຂອງພວກເຈົ້າ ເປັນຫຍັງພວກເຈົ້າຈຶ່ງບໍ່ໃຫ້ກຽດເຮົາ? ເຮົາເປັນເຈົ້ານາຍຂອງພວກເຈົ້າ ເປັນຫຍັງພວກເຈົ້າຈຶ່ງບໍ່ນັບຖືເຮົາ? ພວກເຈົ້າດູຖູກເຮົາ ແລະຍິ່ງໄປກວ່ານີ້ອີກ ພວກເຈົ້າຍັງຖາມວ່າ, ‘ພວກຂ້ານ້ອຍໝິ່ນປະໝາດພຣະນາມຂອງພຣະອົງຢ່າງໃດ?’
ພວກເຈົ້າຖາມວ່າ, “ເປັນຫຍັງພຣະອົງຈຶ່ງບໍ່ຍອມຮັບເອົາ?” ກໍເພາະພຣະເຈົ້າຢາເວຮູ້ວ່າພວກເຈົ້າໄດ້ລະເມີດຄຳສັນຍາ ທີ່ໄດ້ເຮັດໄວ້ກັບເມຍຂອງຕົນສະໄໝແຕ່ງງານກັນແຕ່ຍັງໜຸ່ມຢູ່ນັ້ນ. ນາງເປັນຄູ່ຄອງຂອງເຈົ້າ ແລະເຈົ້າໄດ້ລະເມີດຄຳສັນຍາທີ່ມີໄວ້ກັບນາງ ເຖິງແມ່ນວ່າ ເຈົ້າໄດ້ສັນຍາຢູ່ຊ້ອງໜ້າພຣະເຈົ້າວ່າ ຈະສັດຊື່ຕໍ່ນາງກໍດີ.
ພວກເຈົ້າໄດ້ເຮັດໃຫ້ພຣະເຈົ້າຢາເວເບື່ອໜ່າຍຄຳເວົ້າຂອງພວກເຈົ້າ. ແຕ່ພວກເຈົ້າຊໍ້າຖາມວ່າ, “ພວກເຮົາໄດ້ເຮັດໃຫ້ພຣະອົງເບື່ອໜ່າຍຢ່າງໃດ?” ກໍໂດຍເວົ້າວ່າ, “ພຣະເຈົ້າຢາເວຖືວ່າ ທຸກຄົນທີ່ເຮັດຊົ່ວລ້ວນແຕ່ເປັນຄົນດີ ພຣະອົງກໍເຫັນດີນຳພວກເຂົາ.” ຫລືໂດຍຖາມວ່າ, “ພຣະເຈົ້າອົງຊົງຕັດສິນນັ້ນຢູ່ໃສ?”