4 ແລ້ວເຄື່ອງຖວາຍບູຊາທີ່ປະຊາຊົນຢູດາແລະເຢຣູຊາເລັມ ນຳມາຖວາຍແກ່ພຣະເຈົ້າຢາເວນັ້ນກໍຈະເປັນທີ່ພໍໃຈພຣະອົງ ດັ່ງເຄື່ອງບູຊາຂອງພວກເຂົາທີ່ເຄີຍເປັນມາແຕ່ຄາວກ່ອນ.
ພວກເຂົາໄດ້ຖວາຍງົວເຖິກເຈັດໂຕກັບແກະເຖິກເຈັດໂຕ ເພື່ອເປັນການແນ່ໃຈວ່າພຣະເຈົ້າຈະຊ່ວຍພວກເລວີ ໃຫ້ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວໄປໄດ້.
ໃນທີ່ນັ້ນເພິ່ນໄດ້ສ້າງແທ່ນບູຊາແທ່ນໜຶ່ງແກ່ພຣະເຈົ້າຢາເວ ພ້ອມທັງໄດ້ຖວາຍເຄື່ອງເຜົາບູຊາ ແລະຖວາຍບູຊາເພື່ອຄວາມສາມັກຄີທຳ. ເພິ່ນໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ແລະພຣະອົງໄດ້ຕອບຄຳພາວັນນາອະທິຖານຂອງເພິ່ນ ໂດຍສົ່ງໄຟລົງມາຈາກສະຫວັນໄໝ້ເຄື່ອງຖວາຍທີ່ເທິງແທ່ນບູຊານັ້ນ.
ໂຊໂລໂມນໄດ້ຍົກເຄື່ອງຖວາຍບູຊາທີ່ນັ້ນຕໍ່ໜ້າພຣະເຈົ້າຢາເວເທິງແທ່ນບູຊາເປັນທອງສຳຣິດທີ່ຕັ້ງຢູ່ທາງໜ້າຫໍເຕັນບ່ອນຊຸມນຸມ; ເພິ່ນໄດ້ຂ້າສັດພັນໂຕ ແລະເຜົາຖວາຍບູຊາທັງໝົດ.
ຂ້າແດ່ພຣະເຈົ້າ ເຄື່ອງບູຊາທີ່ພຣະເຈົ້າພໍພຣະໄທນັ້ນ ແມ່ນຈິດວິນຍານທີ່ຖ່ອມຕົວລົງ ພຣະເຈົ້າບໍ່ໄດ້ຊົງລັງກຽດຈິດໃຈທີ່ຖ່ອມຕົວລົງ ແລະການກັບໃຈໃໝ່ແທ້ຂອງຂ້ານ້ອຍ.
ແລ້ວພຣະອົງກໍຈະເພິ່ງພໍໃຈໃນເຄື່ອງບູຊາທີ່ເໝາະສົມ ແລະເຄື່ອງເຜົາບູຊາທີ່ພວກຂ້ານ້ອຍນຳມານັ້ນ ງົວເຖິກຫລາຍໂຕຈະຖືກຂ້າແລະຖວາຍ ທີ່ເທິງແທ່ນບູຊາຂອງພຣະອົງ.
“ເຮົາຈະນຳພວກເຈົ້າໄປຍັງຊີໂອນ ເນີນພູສັກສິດຂອງເຮົາ ເພື່ອໃຫ້ພວກເຈົ້າມີຄວາມຊົມຊື່ນຍິນດີໃນເຮືອນຂອງເຮົາສຳລັບພາວັນນາອະທິຖານ ແລະເຮົາຈະຮັບເຄື່ອງບູຊາຊຶ່ງພວກເຈົ້າຖວາຍທີ່ເທິງແທ່ນຂອງເຮົາ. ພຣະວິຫານຂອງເຮົາຈະເປັນທີ່ເອີ້ນວ່າ, ‘ວິຫານແຫ່ງການໄຫວ້ວອນສຳລັບທຸກຊົນຊາດ.”’
ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເຮົາຈະກັບຄືນມາຢູ່ຊີໂອນ, ແລະສະຖິດໃນທ່າມກາງນະຄອນເຢຣູຊາເລັມ ນະຄອນເຢຣູຊາເລັມຈະມີຊື່ວ່ານະຄອນແຫ່ງຄວາມສັດຊື່. ແລະພູເຂົາຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈະເປັນທີ່ເອີ້ນວ່າພູເຂົາສັກສິດ.