ມາລາກີ 3:3 - ພຣະຄຳພີສັກສິ3 ພຣະອົງຈະມາຕັດສິນເໝືອນດັ່ງຄົນທີ່ຫລອມເງິນ ແລະຊຳລະມັນໃຫ້ບໍຣິສຸດ. ຊ່າງໂລຫະຫລອມເງິນແລະຄຳສັນໃດ ຜູ້ແຈ້ງຂ່າວຂອງອົງພຣະຜູ້ເປັນເຈົ້າ ກໍຈະຊຳລະບັນດາປະໂຣຫິດໃຫ້ບໍຣິສຸດສັນນັ້ນ ເພື່ອວ່າພວກເຂົາຈະໄດ້ນຳເຄື່ອງບູຊາຊະນິດທີ່ຖືກຕ້ອງມາຖວາຍແກ່ພຣະເຈົ້າຢາເວ. Uka jalj uñjjattʼäta |
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’
ໂຢຮັນຈຶ່ງກ່າວແກ່ພວກເຂົາທຸກຄົນວ່າ, “ຝ່າຍເຮົາ ເຮົາໃຫ້ພວກເຈົ້າຮັບບັບຕິສະມາດ້ວຍນໍ້າ, ແຕ່ມີຜູ້ໜຶ່ງກຳລັງຈະມາ ແລະທ່ານຜູ້ນີ້ມີຣິດເດດອຳນາດຍິ່ງໃຫຍ່ກວ່າເຮົາຫລາຍ ຊຶ່ງເຮົາບໍ່ສົມຄວນແມ່ນແຕ່ຈະແກ້ສາຍຮັດເກີບໃຫ້ເພິ່ນ, ເພິ່ນຈະໃຫ້ພວກເຈົ້າຮັບບັບຕິສະມາ ດ້ວຍພຣະວິນຍານບໍຣິສຸດແລະດ້ວຍໄຟ.