ມາລາກີ 3:16 - ພຣະຄຳພີສັກສິ16 ແລ້ວຄົນຢຳເກງພຣະເຈົ້າຢາເວກໍໄດ້ເວົ້າຕໍ່ກັນແລະກັນ; ພຣະເຈົ້າຢາເວກໍໄດ້ຍິນ ແລະໄດ້ຟັງສິ່ງທີ່ພວກເຂົາໄດ້ເວົ້ານັ້ນ. ຊ້ອງໜ້າຂອງພຣະອົງ ມີໜັງສືເຫຼັ້ມໜຶ່ງຊຶ່ງບັນທຶກຊື່ຄົນທີ່ຢຳເກງພຣະເຈົ້າຢາເວ ແລະເຄົາຣົບນັບຖືພຣະນາມຂອງພຣະອົງ. Uka jalj uñjjattʼäta |
ພໍຂ້ານ້ອຍຈາກໄປແລ້ວຈະເປັນຢ່າງໃດເດ ຖ້າພຣະວິນຍານຂອງພຣະເຈົ້າຢາເວພາທ່ານໜີໄປບ່ອນທີ່ຄົນບໍ່ຮູ້ຈັກ? ເມື່ອຂ້ານ້ອຍບອກກະສັດອາຮາບວ່າທ່ານຢູ່ທີ່ນີ້, ແຕ່ເພິ່ນບໍ່ພົບທ່ານ ເພິ່ນກໍຈະສັງຫານຂ້ານ້ອຍເສຍ. ທ່ານຄົງຮູ້ແລ້ວວ່າ ຂ້ານ້ອຍເປັນຜູ້ທີ່ນະມັດສະການພຣະເຈົ້າຢາເວຢ່າງເຄັ່ງຄັດຕັ້ງແຕ່ນ້ອຍມາ.
ຂ້າແດ່ ອົງພຣະຜູ້ເປັນເຈົ້າເອີຍ ບັດນີ້ ຂໍພຣະອົງຮັບຟັງຄຳພາວັນນາອະທິຖານຂອງຂ້ານ້ອຍ ແລະຄຳພາວັນນາອະທິຖານຂອງບັນດາຜູ້ຮັບໃຊ້ຄົນອື່ນໆຂອງພຣະອົງ ຜູ້ທີ່ຢຳເກງໃຫ້ກຽດນາມຊື່ຂອງພຣະອົງແດ່ທ້ອນ. ໃນວັນນີ້ ຂໍພຣະອົງໂຜດປະທານໄຊຊະນະໃຫ້ແກ່ຂ້ານ້ອຍ ໂດຍບັນດານໃຫ້ເພິ່ນເມດຕາຂ້ານ້ອຍດ້ວຍເຖີດ.” ໃນສະໄໝນັ້ນ ຂ້າພະເຈົ້າໄດ້ເປັນຜູ້ຢາຍເຫຼົ້າອະງຸ່ນປະຈຳໂຕະຂອງກະສັດ.
“ເຮົາໄດ້ຍິນປະຊາຊົນອິດສະຣາເອນເວົ້າ ດ້ວຍຄວາມໂສກເສົ້າເສຍໃຈດັ່ງນີ້: ‘ພວກຂ້ານ້ອຍດື້ດ້ານ ແລະຈອງຫອງ ດັ່ງສັດໂຕໜຶ່ງ ແຕ່ຂໍໂຜດໄດ້ສັ່ງສອນໃຫ້ເຊື່ອຟັງພຣະອົງແດ່ ຂໍໂຜດໃຫ້ໄດ້ກັບຄືນມາຫາພຣະອົງແດ່ທ້ອນ; ພວກຂ້ານ້ອຍພ້ອມແລ້ວຈະກັບຄືນມາຫາພຣະອົງ ເພາະພຣະອົງເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາປາກົດຢູ່ທ່າມກາງພວກເຈົ້າເພື່ອຕັດສິນ ແລະເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກທີ່ເອົາປຽບແມ່ໝ້າຍ, ເດັກກຳພ້າ ແລະຄົນຕ່າງດ້າວ ຄືຕໍ່ສູ້ທຸກຄົນທີ່ບໍ່ຢຳເກງເຮົາ.”
ແລະຂ້າພະເຈົ້າໄດ້ເຫັນບັນດາຄົນທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ພາກັນຢືນຢູ່ຕໍ່ໜ້າພຣະບັນລັງນັ້ນ, ໜັງສືຕ່າງໆກໍເປີດອອກ ແລະມີໜັງສືອີກເຫຼັ້ມໜຶ່ງ ກໍເປີດອອກເໝືອນກັນ ຄືໜັງສືທະບຽນແຫ່ງຊີວິດ ແລະຄົນທັງຫລາຍທີ່ຕາຍແລ້ວ ກໍຖືກຕັດສິນຕາມການກະທຳຂອງພວກເຂົາ ດັ່ງທີ່ມີບັນທຶກໄວ້ໃນໜັງສືເຫຼົ່ານັ້ນ.