11 ເຮົາຈະບໍ່ປ່ອຍໃຫ້ຝູງແມງໄມ້ມາທຳລາຍຜົນລະປູກຂອງພວກເຈົ້າ ແລະຕົ້ນອະງຸ່ນຂອງພວກເຈົ້າກໍຈະມີໝາກຫລາຍ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.
“ເຮົາປາຖະໜາຈະຮວບຮວມເອົາປະຊາຊົນຂອງເຮົາ ດັ່ງຄົນຜູ້ໜຶ່ງຮວບຮວມເອົາຜົນລະປູກຂອງຕົນ, ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. ແຕ່ພວກເຂົາເປັນດັ່ງຕົ້ນອະງຸ່ນທີ່ບໍ່ມີໝາກ ດັ່ງຕົ້ນເດື່ອທີ່ບໍ່ມີໝາກ; ແມ່ນແຕ່ໃບກໍຫ່ຽວແຫ້ງໝົດ. ສະນັ້ນ ເຮົາຈຶ່ງໄດ້ອະນຸຍາດໃຫ້ຄົນພາຍນອກຢຶດຄອງດິນແດນ.”
ໃນເວລານັ້ນເຮົາຈະຕອບຄຳພາວັນນາອະທິຖານ ທີ່ອິດສະຣາເອນ ປະຊາຊົນຂອງເຮົາທູນຂໍນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເຄືອອະງຸ່ນແລະກົກໝາກເດື່ອກໍຮ່ວງໂຮຍ ຕົ້ນໝາກພີລາ ກົກຕານແລະຕົ້ນໝາກຈອງດ້ວຍ. ຄືຕົ້ນໝາກໄມ້ທຸກໆຕົ້ນກໍຫ່ຽວແຫ້ງຕາຍໄປ ຄວາມຊົມຊື່ນຂອງປະຊາຊົນກໍສູນຫາຍໄປສິ້ນ.
ຕັກແຕນເປັນໝູ່ໆກັດກິນຜົນລະປູກທັງຫລາຍ ສິ່ງເຫຼືອຈາກຕັກແຕນໝູ່ໜຶ່ງກໍມີໝູ່ອື່ນກິນອີກ.
ມັນໄດ້ທຳລາຍເຄືອພົ້ວອະງຸ່ນຂອງພວກເຮົາ ແລະກັດກິນກົກໝາກເດື່ອເທດພວກເຮົາດ້ວຍ. ມັນໄດ້ກັດໄດ້ແຫ້ນເປືອກໄມ້ອອກໝົດ ຈົນກິ່ງກ້ານເປັນສີຂາວຫລ້ອນ.
ເຮົາຈະໄລ່ກອງທັບຕັກແຕນມາແຕ່ເໜືອໜີໄປ ຍ້າຍມັນບາງຝູງໄປທີ່ຖິ່ນແຫ້ງແລ້ງກັນດານພຸ້ນ. ສ່ວນກອງໜ້າຂອງມັນນັ້ນ ຈະຖືກໄລ່ໄປສູ່ທະເລຕາຍ ຝ່າຍກອງຫລັງຈະໄປຕົກທະເລເມດີແຕຣາເນພຸ້ນ. ຊາກສົບຂອງມັນຈະເໝັນເນົ່າທົ່ວໄປ ເຮົາຈະທຳລາຍຍ້ອນທຸກສິ່ງທີ່ມັນໄດ້ກະທຳແກ່ເຈົ້າ.
ຝູງສັດເອີຍ ຢ່າສູ່ຢ້ານແຕ່ປະການໃດເລີຍ ທີ່ທົ່ງລ້ຽງສັດຕ່າງໆ ກໍມີຫຍ້າຂຽວສົດແລ້ວ; ຕົ້ນໄມ້ຕ່າງໆ ກໍເກີດໝາກເກີດຜົນ ໝາກເດື່ອແລະໝາກອະງຸ່ນກໍມີເຕັມຢູ່.
ຜົນລະປູກທີ່ພວກເຈົ້າເສຍໃນປີທີ່ຝູງຕັກແຕນກິນ ເຮົາຈະທົດແທນໃຫ້ຄືນສິ່ງທີ່ໄດ້ເສຍໄປນັ້ນ. ແມ່ນເຮົາເອງທີ່ໄດ້ສົ່ງກອງທັບຕັກແຕນນີ້ມາ ເພື່ອວ່າໃຫ້ມັນໄດ້ຕໍ່ສູ້ພວກເຈົ້າ.
“ເຮົາໄດ້ສົ່ງລົມຮ້ອນ ມາເຮັດໃຫ້ເຄື່ອງປູກຂອງພວກເຈົ້າຫ່ຽວແຫ້ງໄປ. ຝູງຕັກແຕນໄດ້ກິນເຄື່ອງປູກໃນສວນຜັກ ແລະສວນອະງຸ່ນຂອງພວກເຈົ້າໝົດພ້ອມທັງຕົ້ນໝາກເດື່ອ ແລະຕົ້ນໝາກກອກດ້ວຍ. ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເຖິງແມ່ນວ່າຕົ້ນໝາກເດື່ອນັ້ນບໍ່ມີໝາກກໍດີ ຕົ້ນອະງຸ່ນບໍ່ເກີດຜົນຕາມເຄືອກໍຕາມ. ເຖິງແມ່ນວ່າຕົ້ນໝາກກອກເທດບໍ່ເກີດຜົນກໍດີ ທົ່ງໄຮ່ທົ່ງນາບໍ່ຜະລິດຜົນຫຍັງກໍຕາມ. ເຖິງແມ່ນວ່າຝູງແກະນັ້ນລົ້ມຕາຍໄປຈົນໝົດກໍດີ ຄອກງົວທັງຫລາຍເປົ່າແປນກໍຕາມ.
ເຮົາໄດ້ນຳໄພແຫ້ງແລ້ງມາສູ່ດິນແດນຄື: ເນີນພູຕ່າງໆ, ທົ່ງນາ, ສວນອະງຸ່ນ, ສວນໝາກກອກເທດ ຕະຫລອດທັງເຄື່ອງປູກຂອງຝັງທຸກໆຊະນິດ ທີ່ໄດ້ເກີດຂຶ້ນຕາມພື້ນດິນ; ສູ່ມະນຸດແລະສັດທັງຫລາຍ ແລະທຸກສິ່ງທີ່ພວກເຈົ້າພະຍາຍາມປູກຂຶ້ນ.”
ເຮົາໄດ້ບັນດານໃຫ້ເກີດລົມພະຍຸແລະໝາກເຫັບ ມາທຳລາຍທຸກສິ່ງທີ່ພວກເຈົ້າໄດ້ປູກ, ແຕ່ພວກເຈົ້າກໍຍັງບໍ່ໄດ້ກັບໃຈໃໝ່. ພຣະເຈົ້າຢາເວກ່າວວ່າ
ພວກເຂົາຈະປູກພືດພັນຂອງຕົນຢ່າງສະຫງົບສຸກ. ຕົ້ນອະງຸ່ນຂອງພວກເຂົາຈະເກີດໝາກຫລາຍ ແຜ່ນດິນຈະຜະລິດຜົນລະປູກໄດ້ດີ ແລະຝົນກໍຈະຕົກລົງມາຢ່າງບໍຣິບູນ. ເຮົາຈະໃຫ້ພຣະພອນທັງໝົດເຫຼົ່ານີ້ແກ່ປະຊາຊົນ ທີ່ລອດຊີວິດຢູ່ໃນຊາດຂອງເຮົານັ້ນ.
ຖ້າພວກເຈົ້າເຮັດຕາມ ພຣະອົງກໍຈະສົ່ງຝົນມາເທິງດິນແດນຂອງພວກເຈົ້າ ຖືກຕາມລະດູການ ໃນລະດູໃບໄມ້ຫລົ່ນແລະລະດູໃບໄມ້ປົ່ງ ເພື່ອວ່າພວກເຈົ້າຈະມີເຂົ້າ ມີເຫຼົ້າອະງຸ່ນ ແລະມີນໍ້າມັນໝາກກອກເທດ