ມາລາກີ 2:9 - ພຣະຄຳພີສັກສິ9 “ດັ່ງນັ້ນ ເຮົາຈຶ່ງຈະເຮັດໃຫ້ປະຊາຊົນອິດສະຣາເອນໝິ່ນປະໝາດພວກເຈົ້າຄືນ ຍ້ອນພວກເຈົ້າບໍ່ໄດ້ປະຕິບັດຕາມຄວາມປະສົງຂອງເຮົາ ແລະເມື່ອພວກເຈົ້າສັ່ງສອນປະຊາຊົນຂອງເຮົາ ພວກເຈົ້າກໍບໍ່ໄດ້ປະຕິບັດຕໍ່ທຸກຄົນໃຫ້ສະເໝີພາບກັນ.” Uka jalj uñjjattʼäta |
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”
ຢ່າໄດ້ເຂົ້າຂ້າງອອກຂາ ຈົ່ງຕັດສິນແຕ່ລະຄົນດ້ວຍຫລັກເກນຢ່າງດຽວກັນ ບໍ່ວ່າຄົນນັ້ນຈະເປັນໃຜກໍຕາມ. ຢ່າຢ້ານຜູ້ໃດຜູ້ໜຶ່ງເລີຍ ເພາະການຕັດສິນທີ່ພວກເຈົ້າເຮັດລົງໄປນັ້ນແມ່ນມາຈາກພຣະເຈົ້າ. ຖ້າພວກເຈົ້າມີຄະດີໃດໆ ທີ່ຍາກເກີນກວ່າຈະຕັດສິນໄດ້ ໃຫ້ນຳຄະດີນັ້ນມາແຈ້ງຕໍ່ຂ້າພະເຈົ້າ ແລະຂ້າພະເຈົ້າຈະຕັດສິນເອງ.’
ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງປະກາດວ່າ, ‘ເຮົາໄດ້ສັນຍາໄວ້ແລ້ວວ່າ ຄົນໃນຄອບຄົວຂອງເຈົ້າແລະໃນຕະກຸນຂອງເຈົ້າຈະໄດ້ເປັນປະໂຣຫິດ ບົວລະບັດຮັບໃຊ້ເຮົາຕະຫລອດໄປ,’ ແຕ່ມາບັດນີ້ ພຣະເຈົ້າຢາເວຈຶ່ງປະກາດວ່າ ‘ຂໍໃຫ້ຄວາມນີ້ຫ່າງໄກຈາກເຮົາເຖີດ ເຮົາຈະໃຫ້ກຽດຜູ້ທີ່ໃຫ້ກຽດເຮົາ ແລະເຮົາຈະໝິ່ນປະໝາດຜູ້ທີ່ໝິ່ນປະໝາດເຮົາ.