ມາລາກີ 2:8 - ພຣະຄຳພີສັກສິ8 ແຕ່ມາບັດນີ້ ບັນດາປະໂຣຫິດເອີຍ ພວກເຈົ້າໄດ້ຫັນໜ້າໜີຈາກທາງອັນຊອບທຳ. ຄຳສັ່ງສອນຂອງພວກເຈົ້າໄດ້ພາໃຫ້ຫລາຍຄົນເຮັດຜິດ. ພວກເຈົ້າໄດ້ລະເມີດພັນທະສັນຍາ ທີ່ເຮົາໄດ້ເຮັດໄວ້ກັບພວກເຈົ້າ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫລະ. Uka jalj uñjjattʼäta |
ບັນດາປະໂຣຫິດຝ່າຝືນກົດບັນຍັດຂອງເຮົາ ແລະບໍ່ໃຫ້ຄວາມນັບຖືແກ່ສິ່ງບໍຣິສຸດ. ພວກເຂົາບໍ່ເຫັນຄວາມແຕກຕ່າງລະຫວ່າງສິ່ງບໍຣິສຸດ ແລະສິ່ງບໍ່ບໍຣິສຸດ. ພວກເຂົາບໍ່ສັ່ງສອນໃຫ້ຮູ້ເຖິງຄວາມແຕກຕ່າງ ລະຫວ່າງສິ່ງທີ່ບໍ່ເປັນມົນທິນແລະສິ່ງທີ່ເປັນມົນທິນ ແລະພວກເຂົາກໍບໍ່ເອົາໃຈໃສ່ຕໍ່ວັນຊະບາໂຕດ້ວຍ. ຜົນກໍຄືປະຊາຊົນອິດສະຣາເອນບໍ່ໄດ້ນັບຖືເຮົາ.
ພວກເຂົາໄດ້ເຮັດໃຫ້ພຣະວິຫານຂອງເຮົາເປັນມົນທິນ ໂດຍຍອມໃຫ້ຊາວຕ່າງດ້າວຜູ້ທີ່ບໍ່ໄດ້ຮັບພິທີຕັດຄືປະຊາຊົນທີ່ບໍ່ເຊື່ອຟັງເຮົານັ້ນ ເຂົ້າໄປໃນພຣະວິຫານເມື່ອພວກເຂົາກຳລັງຖວາຍໄຂມັນ ແລະເລືອດໃຫ້ແກ່ເຮົາ. ສະນັ້ນ ປະຊາຊົນຂອງເຮົາຈຶ່ງໄດ້ຝ່າຝືນພັນທະສັນຍາຂອງເຮົາ ໂດຍໄດ້ເຮັດສິ່ງທີ່ໜ້າກຽດຊັງທັງໝົດເຫຼົ່ານັ້ນ.
ພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ກ່າວຕໍ່ພວກປະໂຣຫິດວ່າ, “ລູກຍ່ອມໃຫ້ກຽດພໍ່ແມ່ຂອງຕົນ ແລະຄົນຮັບໃຊ້ຍ່ອມນັບຖືນາຍຂອງຕົນ. ເຮົາເປັນພໍ່ຂອງພວກເຈົ້າ ເປັນຫຍັງພວກເຈົ້າຈຶ່ງບໍ່ໃຫ້ກຽດເຮົາ? ເຮົາເປັນເຈົ້ານາຍຂອງພວກເຈົ້າ ເປັນຫຍັງພວກເຈົ້າຈຶ່ງບໍ່ນັບຖືເຮົາ? ພວກເຈົ້າດູຖູກເຮົາ ແລະຍິ່ງໄປກວ່ານີ້ອີກ ພວກເຈົ້າຍັງຖາມວ່າ, ‘ພວກຂ້ານ້ອຍໝິ່ນປະໝາດພຣະນາມຂອງພຣະອົງຢ່າງໃດ?’
ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງປະກາດວ່າ, ‘ເຮົາໄດ້ສັນຍາໄວ້ແລ້ວວ່າ ຄົນໃນຄອບຄົວຂອງເຈົ້າແລະໃນຕະກຸນຂອງເຈົ້າຈະໄດ້ເປັນປະໂຣຫິດ ບົວລະບັດຮັບໃຊ້ເຮົາຕະຫລອດໄປ,’ ແຕ່ມາບັດນີ້ ພຣະເຈົ້າຢາເວຈຶ່ງປະກາດວ່າ ‘ຂໍໃຫ້ຄວາມນີ້ຫ່າງໄກຈາກເຮົາເຖີດ ເຮົາຈະໃຫ້ກຽດຜູ້ທີ່ໃຫ້ກຽດເຮົາ ແລະເຮົາຈະໝິ່ນປະໝາດຜູ້ທີ່ໝິ່ນປະໝາດເຮົາ.