ມາລາກີ 2:7 - ພຣະຄຳພີສັກສິ7 ແມ່ນໜ້າທີ່ຂອງປະໂຣຫິດທີ່ຈະສັ່ງສອນຄົນອື່ນໃຫ້ຮູ້ຈັກພຣະເຈົ້າ. ປະຊາຊົນຄວນໄປຫາພວກເຂົາ ເພື່ອຮຽນຮູ້ຄວາມປະສົງຂອງເຮົາ ເພາະພວກເຂົາເປັນຜູ້ແຈ້ງຂ່າວຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. Uka jalj uñjjattʼäta |
ເອຊະຣາເອີຍ ທ່ານຈົ່ງໃຊ້ສະຕິປັນຍາທີ່ພຣະເຈົ້າຂອງທ່ານໂຜດໃຫ້ນັ້ນ ແຕ່ງຕັ້ງບັນດາຜູ້ບໍລິຫານແລະຜູ້ຕັດສິນຄວາມ ເພື່ອປົກຄອງປະຊາຊົນທັງໝົດໃນພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ ຄືຜູ້ທີ່ດຳລົງຊີວິດຢູ່ຕາມກົດບັນຍັດຂອງພຣະເຈົ້າຂອງທ່ານ. ທ່ານຕ້ອງສັ່ງສອນກົດບັນຍັດນີ້ໃຫ້ແກ່ຜູ້ທີ່ຍັງບໍ່ທັນຮູ້ຈັກ.
ແຕ່ເມື່ອຜູ້ຮັບໃຊ້ຂອງເຮົາເວົ້າລ່ວງໜ້າອອກໄປ ເມື່ອເຮົາສົ່ງຜູ້ນຳຂ່າວມາບອກແຜນການຂອງເຮົານັ້ນ. ເຮົາກໍໄດ້ໃຫ້ຄຳເວົ້າທັງແຜນການກາຍເປັນຈິງ ເຮົາບອກນະຄອນເຢຣູຊາເລັມວ່າປະຊາຊົນຈະຢູ່ທີ່ນັ້ນອີກ ບອກຊາວຢູດາວ່າເມືອງຈະຖືກສ້າງຂຶ້ນໃໝ່ໝົດ ທີ່ຮົກຮ້າງເພພັງຈະຖືກສ້າງຂຶ້ນໃໝ່ທັງນັ້ນ.
ບັນດາປະໂຣຫິດຝ່າຝືນກົດບັນຍັດຂອງເຮົາ ແລະບໍ່ໃຫ້ຄວາມນັບຖືແກ່ສິ່ງບໍຣິສຸດ. ພວກເຂົາບໍ່ເຫັນຄວາມແຕກຕ່າງລະຫວ່າງສິ່ງບໍຣິສຸດ ແລະສິ່ງບໍ່ບໍຣິສຸດ. ພວກເຂົາບໍ່ສັ່ງສອນໃຫ້ຮູ້ເຖິງຄວາມແຕກຕ່າງ ລະຫວ່າງສິ່ງທີ່ບໍ່ເປັນມົນທິນແລະສິ່ງທີ່ເປັນມົນທິນ ແລະພວກເຂົາກໍບໍ່ເອົາໃຈໃສ່ຕໍ່ວັນຊະບາໂຕດ້ວຍ. ຜົນກໍຄືປະຊາຊົນອິດສະຣາເອນບໍ່ໄດ້ນັບຖືເຮົາ.