Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາລາກີ 2:3 - ພຣະຄຳພີສັກສິ

3 ເຮົາ​ຈະ​ລົງໂທດ​ລູກ​ຂອງ​ພວກເຈົ້າ ແລະ​ເອົາ​ໜ້າ​ພວກເຈົ້າ​ຖູ​ໃສ່​ຂີ້​ສັດ​ທີ່​ພວກເຈົ້າ​ນຳ​ມາ​ຖວາຍບູຊາ​ນັ້ນ ແລ້ວ​ພວກເຈົ້າ​ກໍ​ຈະ​ຖືກ​ໂຍນ​ອອກ​ໄປ​ພ້ອມ​ກັບ​ຂີ້​ສັດ​ນັ້ນ.

Uka jalj uñjjattʼäta Copia luraña




ມາລາກີ 2:3
16 Jak'a apnaqawi uñst'ayäwi  

ດ້ວຍເຫດນີ້ ເຮົາ​ຈຶ່ງ​ຈະ​ນຳ​ເອົາ​ໄພພິບັດ​ມາ​ສູ່​ຍາດວົງ​ຂອງ​ເຈົ້າ ແລະ​ຈະ​ຂ້າ​ຜູ້ຊາຍ​ທຸກຄົນ​ທີ່​ເປັນ​ເຊື້ອສາຍ​ຂອງ​ເຈົ້າ ບໍ່​ວ່າ​ເປັນ​ທາດຮັບໃຊ້ ຫລື​ຄົນ​ທຳມະດາ​ກໍຕາມ ເຮົາ​ຈະ​ກຳຈັດ​ຄອບຄົວ​ຂອງ​ເຈົ້າ​ອອກ​ໄປ​ໃຫ້​ໝົດ. ພວກເຂົາ​ຈະ​ຖືກ​ກວາດ​ອອກ​ໄປ​ດັ່ງ​ກວາດ​ຂີ້​ສັດ.


ແຕ່​ພວກເຂົາ​ກໍ​ຈະ​ຖືກ​ພັດ​ຖິ້ມ​ເໝືອນ​ດັ່ງ​ຂີ້ຝຸ່ນ​ດິນ ຄົນ​ທີ່​ເຄີຍ​ຮູ້ຈັກ ຈະ​ຖາມ​ກັນ​ວ່າ, ‘ພວກເຂົາ​ໄປ​ໃສ​ແລ້ວ?’


ພຣະເຈົ້າ​ຂຶ້ນ​ສູ່​ບັນລັງ​ທ່າມກາງ​ສຽງ​ໂຮຮ້ອງ​ຍິນດີ ສຽງ​ແກ​ດັງ​ກ້ອງສະໜັ່ນ​ຂະນະທີ່​ພຣະເຈົ້າຢາເວ​ຂຶ້ນ​ໄປ​ນັ້ນ.


ພຣະອົງ​ໄດ້​ເອົາ​ຊະນະ​ພວກ​ເຂົາເຈົ້າ​ທີ່​ເອນໂດເຣ ແລະ​ຊາກສົບ​ຂອງ​ພວກເຂົາ​ກໍ​ເນົ່າເໝັນ​ເຕັມ​ພື້ນ.


ສ່ວນ​ຊີ້ນ, ໜັງ ແລະ​ໄສ້​ພຸງ​ໃຫ້​ເຜົາ​ຢູ່​ນອກ​ຄ້າຍ. ອັນ​ນີ້​ແມ່ນ​ການ​ຖວາຍບູຊາ ເພື່ອ​ລຶບລ້າງ​ບາບ​ຂອງ​ພວກ​ປະໂຣຫິດ.


ແທນ​ທີ່​ກະດູກ​ເຫຼົ່ານີ້​ຈະ​ຖືກ​ຮິບໂຮມ ແລະ​ຖືກ​ຝັງ​ໄວ້; ແຕ່​ມັນ​ຈະ​ຖືກ​ປະ​ໃຫ້​ເປັນ​ຝຸ່ນ ຢາຍ​ເດຍລະດາດ​ຢູ່​ຕາມ​ໜ້າດິນ. ມັນ​ຈະ​ຖືກ​ປະປ່ອຍ​ໃຫ້​ຕາກ​ແສງ​ຕາເວັນ, ແສງ​ດວງເດືອນ ແລະ​ແສງ​ດວງດາວ​ອື່ນໆ ທີ່​ປະຊາຊົນ​ເຫຼົ່ານີ້​ບູຊາ​ແລະ​ຮັບໃຊ້ ໂດຍ​ຂໍ​ຄຳ​ປຶກສາ​ແລະ​ຂາບໄຫວ້.


ທົ່ງໄຮ່​ທົ່ງນາ​ກໍ​ຖືກ​ທຳລາຍ​ຈົນ​ໝົດ ທີ່ດິນ​ກໍ​ຈົມ​ຢູ່​ໃນ​ຄວາມ​ງຽບເຫງົາ​ທັງສິ້ນ. ບໍ່ມີ​ຮວງເຂົ້າ​ແລະ​ບໍ່ມີ​ພົ້ວ​ໝາກອະງຸ່ນ ໝາກກອກເທດ​ກໍ​ບໍ່ມີ​ຢູ່​ຕົ້ນ ພໍ​ເຮັດ​ນໍ້າມັນ​ໄດ້.


ເມັດພືດ​ຕາຍ​ໃນ​ດິນ​ແຫ້ງ ບໍ່ມີ​ເຂົ້າ​ໃນ​ສາງ ເລົ້າເຂົ້າ​ຖືກ​ມ້າງລົງ​ໃຫ້​ເພພັງ​ໝົດສິ້ນ.


ເຮົາ​ຈະ​ລົງໂທດ​ພວກເຈົ້າ. ເຮົາ​ຈະ​ນຳ​ໄພ​ອັນຕະລາຍ​ມາ​ສູ່​ພວກເຈົ້າ ຄື: ພະຍາດ​ຊໍ້າເຮື້ອ​ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ນາໆ​ປະການ ອັນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຕາບອດ ແລະ​ຕາຍ​ຖິ້ມ​ໄປ​ລ້າໆ; ພວກເຈົ້າ​ຈະ​ປູກ​ພືດ​ນາໆ​ຊະນິດ ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ກິນ​ຜົນ​ຂອງ​ມັນ ຍ້ອນ​ວ່າ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ຈະ​ເຂົ້າ​ມາ​ຢຶດຄອງ ແລະ​ກິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ລົງ​ແຮງ​ປູກຝັງ​ນັ້ນ.


ເຮົາ​ຈະ​ເຮັດ​ຕໍ່​ເຈົ້າ ຢ່າງ​ດູຖູກ​ຫຍໍ້ຫຍັນ ໃຫ້​ສິ່ງ​ເປິເປຶ້ອນ​ປະດັບ​ທີ່​ເທິງ​ກາຍ​ຂອງເຈົ້າ ຄົນ​ທັງຫລາຍ​ຕ່າງ​ກໍ​ຈ້ອງເບິ່ງ​ເຈົ້າ​ດ້ວຍ​ສາຍຕາ ອັນ​ຂະຍະ​ຂະແຫຍງ​ຈົນ​ຂົນຕົວລຸກ.


“ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ເຮັດ​ໃຫ້​ປະຊາຊົນ​ອິດສະຣາເອນ​ໝິ່ນປະໝາດ​ພວກເຈົ້າ​ຄືນ ຍ້ອນ​ພວກເຈົ້າ​ບໍ່ໄດ້​ປະຕິບັດ​ຕາມ​ຄວາມປະສົງ​ຂອງເຮົາ ແລະ​ເມື່ອ​ພວກເຈົ້າ​ສັ່ງສອນ​ປະຊາຊົນ​ຂອງເຮົາ ພວກເຈົ້າ​ກໍ​ບໍ່ໄດ້​ປະຕິບັດ​ຕໍ່​ທຸກຄົນ​ໃຫ້​ສະເໝີ​ພາບ​ກັນ.”


ຈະ​ໃຊ້​ມັນ​ເປັນ​ຝຸ່ນ​ໃສ່​ດິນ​ກໍ​ບໍ່ໄດ້ ຫລື​ຈະ​ໃຊ້​ປະສົມ​ກັບ​ກອງ​ຂີ້ສັດ ເພື່ອ​ເຮັດ​ຝຸ່ນ​ກໍ​ບໍ່ໄດ້ ມີ​ແຕ່​ເອົາ​ໂຍນ​ຖິ້ມ​ໄປ​ເສຍ​ເທົ່ານັ້ນ ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ເອົາ.”


ເມື່ອ​ຖືກ​ນິນທາ​ປະໝາດ ພວກເຮົາ​ກໍ​ຊອກ​ຫາ​ທາງ​ປອງດອງ ພວກເຮົາ​ເປັນ​ເໝືອນ​ຂີ້ເຫຍື້ອ​ຂອງ​ໂລກ ພວກເຮົາ​ເປັນ​ເໝືອນ​ຂອງ​ເສດເຫລືອ​ຈາກ​ສິ່ງສາລະພັດ​ທີ່​ໂລກ​ເລືອກ​ຖິ້ມ​ຈົນເຖິງ​ບັດນີ້.


ພວກເຈົ້າ​ຈະ​ຫວ່ານ​ພືດ​ຢ່າງ​ຫລວງຫລາຍ, ແຕ່​ຈະ​ເກັບກ່ຽວ​ໄດ້​ໜ້ອຍ​ດຽວ ເພາະ​ຕັກແຕນ​ຈະ​ມາ​ກິນ​ພືດຜົນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka