Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາລາກີ 2:2 - ພຣະຄຳພີສັກສິ

2 ພວກເຈົ້າ​ຕ້ອງ​ຍ້ອງຍໍ​ໃຫ້ກຽດ​ເຮົາ​ໃນ​ສິ່ງ​ທີ່​ພວກເຈົ້າ​ກະທຳ. ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ໃນ​ສິ່ງ​ທີ່​ເຮົາ​ກ່າວ ເຮົາ​ຈະ​ນຳ​ຄຳສາບແຊ່ງ​ມາ​ສູ່​ພວກເຈົ້າ. ເຮົາ​ຈະ​ນຳ​ຄຳສາບແຊ່ງ​ມາ​ສູ່​ສິ່ງ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ຮັບ​ໃນ​ຖານະ​ເປັນ​ປະໂຣຫິດ. ຕາມ​ຄວາມ​ເປັນຈິງ ເຮົາ​ໄດ້​ນຳ​ຄຳສາບແຊ່ງ​ນັ້ນ​ມາ​ແລ້ວ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢຶດຖື​ຂໍ້ຄຳສັ່ງ​ຂອງເຮົາ​ຢ່າງ​ແທ້ຈິງ.

Uka jalj uñjjattʼäta Copia luraña




ມາລາກີ 2:2
31 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ງານລ້ຽງ​ອັນ​ໃຫຍ່ໂຕ​ນັ້ນ​ທຳລາຍ​ພວກເຂົາ​ລົງ ຂໍ​ໃຫ້​ການລ້ຽງ​ອັນ​ສັກສິດ​ເຮັດ​ໃຫ້​ພວກເຂົາ​ຫຼົ້ມຈົມ​ເຖີດ.


ພຣະເຈົ້າຢາເວ​ສາບແຊ່ງ​ບ້ານເຮືອນ​ຂອງ​ຄົນຊົ່ວຮ້າຍ, ແຕ່​ອວຍພອນ​ບ້ານເຮືອນ​ຂອງ​ຄົນ​ຊອບທຳ.


ສະນັ້ນ ພຣະອົງ​ຈຶ່ງ​ໃຫ້​ໄດ້​ຊີມ​ຣິດ​ພຣະ​ໂກດຮ້າຍ ທັງທົນທຸກ​ຍ້ອນ​ສົງຄາມ​ອັນ​ໂຫດຫ້ຽມ. ພຣະ​ໂກດຮ້າຍ​ເປັນ​ດັ່ງ​ໄຟ​ໄໝ້​ຊາດ​ອິດສະຣາເອນ ແຕ່​ພວກເຮົາ​ບໍ່​ຮູ້ເຫັນ​ຖື​ເອົາ​ເປັນ​ບົດຮຽນ​ຈັກດີ້.


ເຈົ້າ​ຄິດວ່າ​ເຈົ້າ​ຈະ​ໄດ້​ເປັນ​ຣາຊີນີ​ສືບໄປ​ບໍ? ຈຶ່ງ​ບໍ່​ຄິດວ່າ​ເລື່ອງ​ຈະ​ຈົບລົງ​ຢ່າງໃດ​ແທ້? ແມ່ນແຕ່​ຄົນ​ເຖົ້າແກ່​ຊະຣາ​ກໍຕາມ ກໍໄດ້​ເຮັດ​ກັບ​ພວກເຂົາ​ຢ່າງ​ໂຫດຮ້າຍ​ທາລຸນ.


ອົງພຣະ​ຜູ້​ເປັນເຈົ້າ​ຖາມ​ວ່າ, “ບັນດາ​ພະ​ເຫຼົ່ານີ້ ທີ່​ເຮັດ​ໃຫ້​ພວກເຈົ້າ​ຢ້ານ​ນັ້ນ​ເປັນ​ຜູ້ໃດ ຈຶ່ງ​ເຮັດ​ໃຫ້​ພວກເຈົ້າ​ເວົ້າ​ຕົວະ​ແລະ​ລືມໄລ​ເຮົາ​ໄປ​ຢ່າງ​ໝົດສິ້ນ? ພວກເຈົ້າ​ເຊົາ​ໃຫ້ກຽດ​ເຮົາ​ຍ້ອນ​ເຮົາ​ມິດງຽບ​ຢູ່​ຕັ້ງ​ດົນນານ​ຊັ້ນບໍ?


ເພາະສະນັ້ນ ບັດນີ້​ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ເຮົາ; ພວກເຈົ້າ​ບໍ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ໄດ້​ຮັບ​ອິດສະຫລະ​ພາບ. ດີ​ແລ້ວ ບັດນີ້​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ມີ​ອິດສະຫລະ​ພາບ, ພຣະເຈົ້າຢາເວ​ກ່າວ​ວ່າ ຄື​ອິດສະຫລະ​ພາບ​ທີ່​ຈະ​ຕາຍ​ໂດຍ​ສົງຄາມ, ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ການ​ຕາຍອຶດ​ຕາຍຫິວ. ເຮົາ​ຈະ​ເຮັດ​ໃຫ້​ທຸກໆ​ຊົນຊາດ​ໃນ​ໂລກນີ້​ຢ້ານກົວ​ຫຼາຍ ຕໍ່​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ກັບ​ພວກເຂົາ.


ແຕ່​ຈະ​ບໍ່ມີ​ປະຊາຊົນ​ອິດສະຣາເອນ​ຄົນ​ໃດ​ມີ​ນໍ້າໃຈ​ຢາກ​ຟັງ​ເຈົ້າ; ແມ່ນແຕ່​ເຮົາ ພວກເຂົາ​ກໍ​ຍັງ​ບໍ່​ຟັງ. ພວກເຂົາ​ທັງໝົດ​ດື້ດ້ານ ແລະ​ໃຈ​ແຂງ.


ພວກເຈົ້າ​ຫວ່ານ​ເມັດພືດ​ຢ່າງ​ຫລວງຫລາຍ ແຕ່​ເກັບກ່ຽວ​ໄດ້​ໜ້ອຍດຽວ. ພວກເຈົ້າ​ມີ​ອາຫານ ແຕ່​ກໍ​ກິນ​ບໍ່​ພໍ​ອີ່ມ. ພວກເຈົ້າ​ມີ​ເຫຼົ້າ​ອະງຸ່ນ ແຕ່​ກໍ​ດື່ມ​ບໍ່​ພໍ​ເມົາ ພວກເຈົ້າ​ມີ​ເຄື່ອງນຸ່ງຫົ່ມ ແຕ່​ກໍ​ອົບອຸ່ນ​ບໍ່​ພຽງພໍ. ຄົນ​ເຮັດ​ວຽກ​ໜັກ​ກໍ​ລ້ຽງ​ຊີບ​ຕົນ​ບໍ່​ພໍ​ກຸ້ມ.


ພວກເຈົ້າ​ຫວັງ​ເກັບກ່ຽວ​ໄດ້​ຫລາຍ ແຕ່​ພັດ​ໄດ້​ໜ້ອຍ. ເມື່ອ​ພວກເຈົ້າ​ນຳ​ຜົນລະປູກ​ມາ​ບ້ານ ເຮົາ​ຊໍ້າພັດ​ໃຫ້​ມັນ​ປິວ​ໜີໄປ. ເປັນຫຍັງ​ເຮົາ​ຈຶ່ງ​ໄດ້​ເຮັດ​ເຊັ່ນນັ້ນ? ພຣະເຈົ້າຢາເວ​ກ່າວ​ວ່າ: ເພາະວ່າ​ວິຫານ​ຂອງເຮົາ​ຍັງ​ຮົກຮ້າງ​ເພພັງ​ຢູ່ ໃນ​ຂະນະທີ່​ພວກເຈົ້າ​ແຕ່ລະຄົນ​ຫຍຸ້ງ​ຢູ່​ກັບ​ເຮັດວຽກ​ເຮັດງານ​ເພື່ອ​ບ້ານເຮືອນ​ຂອງ​ຕົນເອງ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ບັນດາ​ປະໂຣຫິດ​ວ່າ, “ຄຳສັ່ງ​ນີ້​ແມ່ນ​ສຳລັບ​ພວກເຈົ້າ:


ຄຳສາບແຊ່ງ​ຈະ​ຕົກ​ຖືກ​ພວກເຈົ້າ​ທັງໝົດ ກໍ​ເພາະວ່າ​ຄົນ​ທັງຊາດ​ສໍ້ໂກງ​ເຮົາ.


ມີ​ແຕ່​ຊາວ​ຕ່າງຊາດ​ຄົນ​ນີ້ ຜູ້​ດຽວ​ເທົ່ານັ້ນ​ບໍ ທີ່​ກັບ​ມາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ?”


ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ກ່າວ​ແກ່​ອາການ​ວ່າ, “ລູກ​ເອີຍ ຂໍ​ໃຫ້​ເຈົ້າ​ຈົ່ງ​ຖວາຍ​ສະຫງ່າຣາສີ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ສາລະພາບ​ຜິດບາບ​ຕໍ່​ພຣະອົງ​ສາ. ຈົ່ງ​ບອກ​ເຮົາ​ມາ​ດຽວ​ນີ້​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່? ຢ່າ​ພະຍາຍາມ​ປິດບັງ​ເຮົາ​ເລີຍ.”


ຖ້າ​ຜູ້ໃດ​ກ່າວ ກໍ​ໃຫ້​ເໝືອນ​ຜູ້​ກ່າວ​ພຣະທຳ​ຂອງ​ພຣະເຈົ້າ, ຖ້າ​ຜູ້ໃດ​ເປັນ​ຜູ້​ບໍລິການ​ຮັບໃຊ້ ກໍ​ໃຫ້​ບໍລິການ​ຮັບໃຊ້ ເໝືອນ​ຜູ້​ຮັບ​ກຳລັງ​ທີ່​ພຣະເຈົ້າ​ຊົງ​ໂຜດ​ປະທານ​ໃຫ້ ເພື່ອ​ວ່າ​ພຣະເຈົ້າ​ຈະ​ຊົງ​ໄດ້​ຮັບ​ກຽດ​ໃນ​ການ​ທັງປວງ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ. ສະຫງ່າຣາສີ​ແລະ​ຣິດທານຸພາບ ຈົ່ງ​ມີ​ແດ່​ພຣະອົງ​ສືບໆໄປ​ເປັນນິດ ອາແມນ.


ເທວະດາ​ຕົນ​ນັ້ນ​ເປັ່ງ​ສຽງ​ຮ້ອງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຍົກຍ້ອງ​ໃຫ້ກຽດ​ແກ່​ພຣະອົງ ເພາະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຕັດສິນ​ມະນຸດສະໂລກ ຈົ່ງ​ນະມັດສະການ​ພຣະອົງ ຜູ້​ທີ່​ໄດ້​ສ້າງ​ຟ້າ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ກັບ​ບໍ່​ນໍ້າພຸ​ທັງຫລາຍ.”


ພວກເຂົາ​ໄດ້​ຖືກ​ເຜົາໄໝ້​ດ້ວຍ​ແສງ​ແດດກ້າ ແລະ​ພວກເຂົາ​ກໍໄດ້​ສາບແຊ່ງ​ພຣະນາມ​ຂອງ​ພຣະເຈົ້າ ອົງ​ທີ່​ມີ​ສິດ​ອຳນາດ​ເໜືອ​ໄພພິບັດ​ນັ້ນ ແລະ​ພວກເຂົາ​ບໍ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເພື່ອ​ຖວາຍ​ພຣະກຽດ​ແກ່​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka