Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາລາກີ 2:16 - ພຣະຄຳພີສັກສິ

16 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ເຮົາ​ກຽດຊັງ​ການ​ຢ່າຮ້າງ. ເຮົາ​ກຽດຊັງ​ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ ເຮັດ​ຮຸນແຮງ​ເຊັ່ນນັ້ນ​ຕໍ່​ເມຍ​ຂອງຕົນ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ ຈົ່ງ​ແນ່ໃຈ​ວ່າ ພວກເຈົ້າ​ບໍ່ໄດ້​ລະເມີດ​ຄຳສັນຍາ​ທີ່​ວ່າ​ຈະ​ສັດຊື່​ຕໍ່​ເມຍ​ຂອງຕົນ.

Uka jalj uñjjattʼäta Copia luraña




ມາລາກີ 2:16
13 Jak'a apnaqawi uñst'ayäwi  

ສະນັ້ນ ຄວາມ​ຈອງຫອງ​ຈຶ່ງ​ກ້ຽວ​ຄໍ ເໝືອນ​ດັ່ງ​ສາຍສ້ອຍ​ຄ້ອງ​ຄໍ​ພວກເຂົາ ແລະ​ຄວາມ​ຮຸນແຮງ​ຫຸ້ມ​ຕົວ​ພວກເຂົາ ເໝືອນ​ດັ່ງ​ສວມ​ເສື້ອຄຸມ


ຜູ້​ທີ່​ຊ້ອນເຊື່ອງ​ບາບກຳ​ໄວ້ ຊີວິດ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ. ຜູ້​ທີ່​ສາລະພາບ​ບາບກຳ​ຂອງຕົນ ພຣະເຈົ້າ​ຈະ​ເມດຕາ​ຜູ້ນັ້ນ.


ລູກ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຕ້ອງ​ເອົາ​ຄວາມຮັກ​ຂອງ​ເຈົ້າ​ໃຫ້​ແກ່​ຍິງ​ອື່ນ? ເປັນຫຍັງ​ເຈົ້າ​ຈຶ່ງ​ໄປ​ຫາ​ຄວາມສຸກ​ກັບ​ເມຍ​ຂອງ​ຊາຍ​ອື່ນ?


ພວກເຈົ້າ​ຈະ​ເປັນ​ດັ່ງ​ຄົນ​ທີ່​ກ່າວ​ໄວ້​ໃນ​ສຸພາສິດ​ວ່າ: ຜູ້​ທີ່​ຊອກ​ຫາ​ນອນ​ໃນ​ຕຽງ​ທີ່​ສັ້ນ​ໂພດ ແຖມ​ຫົ່ມ​ຜ້າ​ທີ່​ສັ້ນ​ບໍ່​ຫຸ້ມ​ຮອດ​ຕົນຕົວ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ສົ່ງ​ຄົນ​ຂອງເຮົາ​ໜີໄປ​ແທ້​ບໍ? ດັ່ງ​ຊາຍ​ຮ້າງ​ເມຍ​ແລະ​ປະ​ນາງ​ຫລື​ນີ້? ຖ້າດັ່ງນັ້ນ ໜັງສື​ປະຮ້າງ​ນັ້ນ​ຢູ່​ໃສ? ເຮົາ​ໄດ້​ຂາຍ​ເຈົ້າ​ໄປ​ເປັນ​ທາດຮັບໃຊ້​ແທ້​ຫລື​ນີ້? ດັ່ງ​ຄົນ​ຂາຍ​ລູກ​ໄປ​ເປັນ​ທາດຮັບໃຊ້​ຊັ້ນບໍ? ບໍ່ແມ່ນ​ດອກ ທີ່​ຖືກ​ຈັບ​ໄປ​ຍ້ອນ​ການບາບ​ຂອງເຈົ້າ; ການບາບ​ນັ້ນ​ເປັນ​ເຫດ​ໃຫ້​ເຈົ້າ​ຖືກ​ສົ່ງ​ໜີໄປ ທັງນີ້​ກໍ​ຍ້ອນ​ໂທດກຳ​ຂອງເຈົ້າ.


“ບຸກຄົນ​ໃດ​ທີ່​ຢ່າຮ້າງ​ເມຍ​ຂອງຕົນ ແລະ​ໄປ​ແຕ່ງງານ​ກັບ​ຍິງ​ອື່ນ​ກໍ​ຜິດ​ໃນ​ຖານ​ຫລິ້ນຊູ້ ແລະ​ທຸກຄົນ​ທີ່​ແຕ່ງງານ​ກັບ​ຍິງ​ແມ່ຮ້າງ ກໍ​ຜິດ​ໃນ​ຖານ​ຫລິ້ນຊູ້.”


ສຳລັບ​ຄົນ​ທີ່​ແຕ່ງງານ​ແລ້ວ​ນັ້ນ ເຮົາ​ຂໍ​ສັ່ງ ຊຶ່ງ​ບໍ່ແມ່ນ​ເຮົາ​ສັ່ງ​ເອງ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ເປັນ​ຜູ້​ສັ່ງ ຢ່າ​ໃຫ້​ເມຍ​ປະ​ຜົວ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka