ມາລາກີ 2:12 - ພຣະຄຳພີສັກສິ12 ຂໍໃຫ້ພຣະເຈົ້າຢາເວທຳລາຍລ້າງຜານຜູ້ທີ່ກະທຳເຊັ່ນນັ້ນ ໃຫ້ໝົດໄປຈາກຊຸມຊົນອິດສະຣາເອນ ແລະຢ່າສູ່ອະນຸຍາດໃຫ້ພວກເຂົາເຂົ້າຮ່ວມໃນການຖວາຍບູຊາ ທີ່ຊົນຊາດຂອງພວກເຮົານຳມາຖວາຍແກ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. Uka jalj uñjjattʼäta |
ປະຊາຊົນເຮັດຕາມຄວາມພໍໃຈຂອງພວກເຂົາ. ບໍ່ວ່າຈະຂ້າງົວເຖິກເປັນເຄື່ອງບູຊາຫລືເອົາມະນຸດບູຊາກໍດີ; ບໍ່ວ່າຈະຂ້າແກະຫລືຫັກຄໍໝາມາບູຊາກໍດີ; ບໍ່ວ່ານຳພືດຜົນເປັນເມັດຫລືເອົາເລືອດໝູມາບູຊາກໍດີ; ບໍ່ວາຈະເຜົາເຄື່ອງຫອມຖວາຍບູຊາ ຫລືວອນຂໍຕໍ່ຮູບເຄົາຣົບກໍດີ ທັງໝົດນັ້ນຄືກັນສຳລັບພວກເຂົາ. ພວກເຂົາພໍໃຈກັບວິທີຂາບໄຫວ້ແບບໜ້າລັງກຽດນີ້.
ແກ່ພວກເຈົ້າຊາວອິດສະຣາເອນວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ: ‘ເຮົາຈະເຮັດໃຫ້ພຣະວິຫານຂອງເຮົາເປັນມົນທິນ ຍ້ອນພວກເຈົ້າພາກພູມໃຈເຖິງຄວາມໝັ້ນຄົງຂອງພຣະວິຫານ. ພວກເຈົ້າມັກຈະແນມເບິ່ງພຣະວິຫານນັ້ນ ແລະມັກຈະເຂົ້າໄປໃນທີ່ນັ້ນ; ພວກລູກຊາຍຍິງຂອງພວກເຈົ້າທີ່ເຫຼືອຢູ່ໃນນະຄອນເຢຣູຊາເລັມ ຈະຖືກຂ້າໃນສົງຄາມ.
ພວກເຈົ້າເວົ້າວ່າ, ‘ຊ່າງອິດເມື່ອຍຕໍ່ການຖວາຍນີ້ແທ້ນໍ’ ແລະພວກເຈົ້າກໍງຶກດັງຂຶ້ນປະໝາດເຮົາ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. “ແລະເມື່ອຖວາຍບູຊາ ພວກເຈົ້ານຳສັດທີ່ລັກມາ ຫລືສັດທີ່ຂາພິການ ຫລືສັດທີ່ເຈັບໂຊມາຖວາຍ. ພວກເຈົ້າຄິດວ່າເຮົາຈະຮັບເອົາສິ່ງນັ້ນຫລື?” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.