Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາລາກີ 2:11 - ພຣະຄຳພີສັກສິ

11 ປະຊາຊົນ​ຢູດາ​ໄດ້​ລະເມີດ​ພັນທະສັນຍາ​ທີ່​ມີ​ຕໍ່​ພຣະເຈົ້າ ແລະ​ໄດ້​ເຮັດ​ສິ່ງ​ອັນ​ໜ້າກຽດຊັງ​ໃນ​ນະຄອນ​ເຢຣູຊາເລັມ​ແລະ​ໃນ​ທົ່ວ​ປະເທດ. ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະວິຫານ​ທີ່​ພຣະເຈົ້າຢາເວ​ຮັກ​ນັ້ນ​ເປັນ​ມົນທິນ. ພວກ​ຜູ້ຊາຍ​ໄດ້​ແຕ່ງງານ​ກັບ​ພວກ​ແມ່ຍິງ ທີ່​ນັບຖື​ພະ​ຂອງ​ຊາວ​ຕ່າງຊາດ.

Uka jalj uñjjattʼäta Copia luraña




ມາລາກີ 2:11
27 Jak'a apnaqawi uñst'ayäwi  

ແລ້ວ​ເຊການີຢາ​ລູກຊາຍ​ຂອງ​ເຢຮີເອນ​ຈາກ​ຕະກຸນ​ເອລາມ ກໍ​ເວົ້າ​ກັບ​ເອຊະຣາ​ວ່າ, “ພວກ​ຂ້ານ້ອຍ​ຂາດ​ຄວາມເຊື່ອ​ໃນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໂດຍ​ໄປ​ແຕ່ງງານ​ກັບ​ຜູ້ຍິງ​ຕ່າງຊາດ; ແຕ່​ເຖິງ​ຢ່າງ​ໃດ​ກໍດີ ຊາດ​ອິດສະຣາເອນ​ຍັງ​ມີ​ຄວາມຫວັງ​ຢູ່.


ພວກເພິ່ນ​ໄດ້​ບອກ​ວ່າ, ພວກ​ຂ້ານ້ອຍ​ບໍ່​ຕ້ອງ​ແຕ່ງງານ​ກັບ​ຄົນ​ເຫຼົ່ານີ້​ເລີຍ ແລະ​ຢ່າ​ຊ່ວຍ​ພວກເຂົາ​ໃຫ້​ຈະເລີນ ຫລື​ປະສົບ​ຄວາມ​ສຳເລັດ​ແຕ່​ຢ່າງໃດ ຖ້າ​ພວກ​ຂ້ານ້ອຍ​ຢາກ​ມີ​ຄວາມ​ຊົມຊື່ນ​ໃນ​ດິນແດນ ແລະ​ຢາກ​ໃຫ້​ດິນແດນ​ນີ້​ຕົກທອດ​ໄປ​ເຖິງ​ພວກ​ລູກຫລານ​ຕະຫລອດໄປ.


ແລ້ວ​ທີ່​ເປອໍ​ພວກເຂົາ​ກໍໄດ້​ຮ່ວມ​ຂາບໄຫວ້​ພະບາອານ ແລະ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ພະ​ທີ່​ບໍ່ມີ​ຊີວິດ.


ຊາດ​ອິດສະຣາເອນ, ເຈົ້າ​ເປັນ​ບໍຣິສຸດ​ສຳລັບ​ພຣະເຈົ້າຢາເວ ຄື​ເປັນ​ຜົນຜະລິດ​ລຸ້ນ​ທຳອິດ​ຂອງ​ພຣະອົງ. ເຮົາ​ເຮັດ​ໃຫ້​ຜູ້​ທີ່​ທຳຮ້າຍ​ເຈົ້າ​ໄດ້​ຮັບ​ທຸກ​ແລະ​ໄພພິບັດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ເຖິງ​ແມ່ນ​ນາງ​ໄດ້​ເຮັດ​ສິ່ງ​ທັງໝົດ​ນັ້ນ​ແລ້ວ​ກໍດີ; ຢູດາ ນ້ອງສາວ​ຜູ້​ທີ່​ບໍ່​ສັດຊື່​ຂອງ​ອິດສະຣາເອນ​ກໍ​ແກ້ງ​ກັບຄືນ​ມາ​ຫາ​ເຮົາ ພຽງແຕ່​ປາກ​ເທົ່ານັ້ນ; ແຕ່​ນາງ​ບໍ່ໄດ້​ມີ​ຄວາມ​ຈິງໃຈ​ເລີຍ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ເຮົາ​ກຽດຊັງ​ການກະທຳ​ເຫຼົ່ານີ້​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ມາ​ຢືນ​ຢູ່​ຊ້ອງໜ້າ​ເຮົາ​ໃນ​ພຣະວິຫານ​ໂດຍ​ເວົ້າ​ວ່າ, ‘ພວກເຮົາ​ປອດໄພ.’


ແລະ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ຄິດ​ດອກເບ້ຍ. ລາວ​ຈະ​ມີ​ຊີວິດ​ຢູ່​ບໍ? ບໍ່ແມ່ນ​ດອກ ລາວ​ຈະ​ບໍ່ມີ​ຊີວິດ​ຢູ່. ລາວ​ເຮັດ​ແຕ່​ສິ່ງ​ທີ່​ໜ້າກຽດຊັງ; ສະນັ້ນ ລາວ​ຈະ​ຕ້ອງ​ຕາຍ. ລາວ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ການຕາຍ​ເອົາ​ເອງ.


ບາງຄົນ​ກໍ​ຫລີ້ນຊູ້​ສູ່​ຜົວ​ເມຍ​ເຂົາ ແລະ​ຄົນອື່ນໆ​ອີກ​ກໍ​ລໍ້ລວງ​ຫລີ້ນ​ລູກໃພ້ ຫລື​ລູກສາວ​ຕ່າງ​ແມ່​ຂອງຕົນ.


ແຕ່​ພໍ​ເມື່ອ​ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ອາດາມ ພວກເຂົາ​ກໍໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ພວກເຂົາ​ນັ້ນ.


ພວກເຈົ້າ​ຈະ​ຕ້ອງ​ບໍຣິສຸດ ແລະ​ເປັນ​ປະຊາຊົນ​ຂອງເຮົາ​ເທົ່ານັ້ນ ເພາະວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ. ເຮົາ​ໄດ້​ແຍກ​ພວກເຈົ້າ​ອອກ​ຕ່າງຫາກ​ຈາກ​ຊົນຊາດ​ອື່ນໆ ເພື່ອ​ພວກເຈົ້າ​ເທົ່ານັ້ນ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ.”


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ມາລາກີ ບອກ​ປະຊາຊົນ​ອິດສະຣາເອນ.


ພວກເຈົ້າ​ເປັນ​ພວກ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ພຣະເຈົ້າຢາເວ​ໄດ້​ເລືອກ​ພວກເຈົ້າ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ​ຈາກ​ປະຊາຊາດ​ທົ່ວ​ເທິງ​ແຜ່ນດິນ​ໂລກ​ນີ້.”


ສ່ວນ​ຄົນ​ຂີ້ຢ້ານ, ຄົນ​ທໍລະຍົດ, ຄົນ​ປະພຶດ​ໃນ​ສິ່ງ​ທີ່​ໜ້າກຽດ​ໜ້າຊັງ, ຜູ້ຂ້າຄົນ, ຄົນ​ປະພຶດ​ຜິດ​ສິນທຳ​ທາງ​ເພດ, ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ທຸກຄົນ​ນັ້ນ ມໍຣະດົກ​ຂອງ​ຄົນ​ເຫຼົ່ານັ້ນ ແມ່ນ​ບຶງໄຟ​ທີ່​ໄໝ້​ຢູ່​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມຕາຍ​ຄັ້ງ​ທີ​ສອງ.”


ພວກເຂົາ​ໄດ້​ເອົາ​ລູກສາວ​ຂອງ​ພວກນັ້ນ​ມາ​ເປັນ​ເມຍ ແລະ​ໄດ້​ຍົກ​ລູກສາວ​ຂອງ​ຕົນເອງ​ໃຫ້​ເປັນ​ເມຍ​ລູກຊາຍ​ຂອງ​ພວກນັ້ນ, ແລະ​ຂາບໄຫວ້​ບັນດາ​ພະ​ຂອງ​ຊົນຊາດ​ເຫຼົ່ານັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka