Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາລາກີ 2:10 - ພຣະຄຳພີສັກສິ

10 ພວກເຮົາ​ທຸກຄົນ​ມີ​ພຣະບິດາ​ອົງ​ດຽວກັນ​ບໍ່ແມ່ນ​ບໍ? ບໍ່ແມ່ນ​ພຣະເຈົ້າ​ອົງ​ດຽວກັນ​ບໍ ທີ່​ສ້າງ​ພວກເຮົາ​ທຸກຄົນ? ດ້ວຍເຫດໃດ​ພວກເຮົາ​ຈຶ່ງ​ລະເມີດ​ຄຳສັນຍາ ທີ່​ພວກເຮົາ​ມີ​ຕໍ່​ກັນແລະກັນ; ດ້ວຍເຫດໃດ​ພວກເຮົາ​ຈຶ່ງ​ໝິ່ນປະໝາດ​ພັນທະສັນຍາ ທີ່​ພຣະເຈົ້າ​ໄດ້​ເຮັດ​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ?

Uka jalj uñjjattʼäta Copia luraña




ມາລາກີ 2:10
50 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຈົດຈຳ​ສິ່ງ​ທີ່​ຄົນ​ເຫຼົ່ານັ້ນ ໄດ້​ດູໝິ່ນ​ປະໝາດ​ຕຳແໜ່ງ​ປະໂຣຫິດ​ແລະ​ພັນທະສັນຍາ ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກ​ປະໂຣຫິດ ແລະ​ຊາວ​ເລວີ​ດ້ວຍ​ເຖີດ.


ພຣະເຈົ້າ​ອົງ​ທີ່​ໄດ້​ສ້າງ​ຂ້ອຍ​ກໍ​ແມ່ນ​ອົງ​ດຽວກັນ ກັບ​ອົງ​ທີ່​ໄດ້​ສ້າງ​ພວກ​ຄົນ​ຮັບໃຊ້​ຂອງຂ້ອຍ.


ຈົ່ງ​ຮູ້ຈັກ​ວ່າ​ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ຜູ້​ສ້າງ​ພວກເຮົາ ພວກເຮົາ​ເປັນ​ໄພ່ພົນ​ແລະ​ຝູງແກະ​ຂອງ​ພຣະອົງ.


“ພວກເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ຊາວ​ເອຢິບ ແລະ​ທັງ​ໄດ້​ເຫັນ​ເຮົາ​ນຳ​ເອົາ​ພວກເຈົ້າ​ຂຶ້ນ​ມາ​ທີ່​ນີ້​ໃກ້ຊິດ​ເຮົາ​ຢ່າງ​ໃດ ກໍ​ດັ່ງ​ນົກອິນຊີ​ໃຊ້​ປີກ​ຍົກ​ລູກ​ຂອງຕົນ​ຂຶ້ນ​ຂີ່​ຫລັງ.


ບັດນີ້ ຖ້າ​ພວກເຈົ້າ​ເຊື່ອຟັງ​ເຮົາ ແລະ​ຮັກສາ​ພັນທະສັນຍາ​ຂອງເຮົາ ພວກເຈົ້າ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ. ທົ່ວ​ທັງ​ແຜ່ນດິນ​ໂລກ​ນີ້​ເປັນ​ຂອງເຮົາ, ແຕ່​ພວກເຈົ້າ​ຈະ​ເປັນ​ປະຊາຊົນ​ທີ່​ເຮົາ​ເລືອກ​ໄວ້​


ໂມເຊ​ຈຶ່ງ​ໄດ້​ນຳ​ຂໍ້ຄຳສັ່ງ ແລະ​ກົດ​ຕ່າງໆ​ຂອງ​ພຣະເຈົ້າຢາເວ​ໄປ​ບອກ​ປະຊາຊົນ ແລະ​ປະຊາຊົນ​ທຸກຄົນ​ໄດ້​ຕອບ​ພ້ອມ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ.”


ແລ້ວ​ເພິ່ນ​ກໍ​ອ່ານ​ໜັງສື​ພັນທະສັນຍາ​ດ້ວຍ​ສຽງດັງ​ສູ່​ປະຊາຊົນ​ຟັງ. ພວກເຂົາ​ຕ່າງ​ກໍ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ທັງໝົດ​ຈະ​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້.”


ບັດນີ້ ພຣະເຈົ້າຢາເວ​ຜູ້​ໄດ້​ສ້າງ​ເຈົ້າ, ໂອ ຢາໂຄບ ອົງ​ໄດ້​ສ້າງ​ເຈົ້າ, ໂອ ອິດສະຣາເອນ ກ່າວ​ດັ່ງນີ້, “ຢ່າ​ຢ້ານກົວ​ເລີຍ ເຮົາ​ໄດ້ໄຖ່​ເຈົ້າ​ໃຫ້​ພົ້ນ​ແລ້ວ ພວກເຈົ້າ​ເປັນ​ຂອງເຮົາ​ຈຶ່ງ​ເອີ້ນ​ພວກເຈົ້າ​ຕາມ​ຊື່.


ເຮົາ​ຄື​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ພວກເຈົ້າ ໄດ້ສ້າງ​ອິດສະຣາເອນ​ແລະ​ເປັນ​ກະສັດ​ຂອງ​ພວກເຈົ້າ.”


ຄື​ທຸກຄົນ​ທີ່​ຖືກເອີ້ນ​ຕາມ​ນາມຊື່​ຂອງເຮົາ ແລະ​ທີ່​ເຮົາ​ໄດ້ສ້າງ​ພວກເຂົາ​ເພື່ອ​ເຜີຍ​ສະຫງ່າຣາສີ​ຂອງ​ເຮົາ, ທີ່​ເຮົາ​ໄດ້ສ້າງ​ແລະ​ໄດ້​ກະທຳ​ໄວ້.”


ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ສ້າງ​ເຈົ້າ​ມາ ຕັ້ງແຕ່​ເຈົ້າ​ເກີດ​ມາ​ຜູ້​ທີ່​ຊ່ວຍເຫລືອ​ເຈົ້າ​ໄວ້. ເຈົ້າ​ຢ່າ​ສູ່ຢ້ານ ຜູ້ຮັບໃຊ້​ຂອງເຮົາ​ເອີຍ ເຈົ້າ​ຄື​ປະຊາຊົນ​ທີ່​ເຮົາ​ຮັກ ພວກ​ທີ່​ເຮົາ​ເລືອກໄວ້.


ຈົ່ງ​ຄິດເຖິງ​ບັນພະບຸລຸດ​ພວກເຈົ້າ​ຄື​ອັບຣາຮາມ ແລະ​ນາງ​ຊາຣາ​ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ພວກເຈົ້າ. ເມື່ອ​ເຮົາ​ໄດ້​ເອີ້ນ​ອັບຣາຮາມ​ນັ້ນ​ລາວ​ບໍ່ມີ​ລູກ​ເລີຍ ແຕ່​ເຮົາ​ໄດ້​ອວຍພອນ​ລາວ​ໃຫ້​ໄດ້​ມີ​ລູກ; ເຮົາ​ໄດ້​ໃຫ້​ອັບຣາຮາມ​ກາຍເປັນ​ບັນພະບຸລຸດ​ຜູ້ໜຶ່ງ ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ຊົນຊາດ​ທັງຫລາຍ.


ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ. ອັບຣາຮາມ​ແລະ​ຢາໂຄບ ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່​ຍອມ​ຮັບຮູ້​ພວກ​ຂ້ານ້ອຍ; ແຕ່​ພຣະອົງ​ຄື​ພຣະເຈົ້າຢາເວ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ ນາມຊື່​ຂອງ​ພຣະອົງ​ແມ່ນ​ພຣະຜູ້ໄຖ່​ຂອງ​ພວກ​ຂ້ານ້ອຍ​ຕະຫລອດ​ມາ.


ບໍ່ມີ​ຜູ້ໃດ​ທີ່​ພາວັນນາ​ອະທິຖານ​ຮ້ອງຫາ​ນາມຊື່​ຂອງ​ພຣະອົງ; ບໍ່ມີ​ຜູ້ໃດ​ໄປ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ. ພຣະອົງ​ໄດ້​ລີ້​ພຣະອົງ​ເອງ​ແລະ​ໄດ້​ປະຖິ້ມ ພວກ​ຂ້ານ້ອຍ ກໍ​ເພາະ​ການບາບ​ຂອງ​ພວກ​ຂ້ານ້ອຍ.


ແຕ່​ພຣະເຈົ້າຢາເວ​ເອີຍ ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ. ພວກ​ຂ້ານ້ອຍ​ເປັນ​ດິນ​ໜຽວ​ແລະ​ພຣະອົງ​ເປັນ​ຊ່າງ​ປັ້ນ. ພຣະອົງ​ໄດ້​ສ້າງ​ພວກ​ຂ້ານ້ອຍ​ມາ


ປະຊາຊົນ​ຈະ​ກັບ​ມາ​ດ້ວຍ​ນໍ້າຕາ​ຫລັ່ງໄຫລ ໂດຍ​ພາວັນນາ​ອະທິຖານ​ຕໍ່​ເຮົາ​ໃຫ້​ນຳ​ພວກເຂົາ​ຄືນ​ເມືອ​ບ້ານ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ສູ່​ຫ້ວຍນໍ້າ​ທີ່​ຫລັ່ງໄຫລ ຕາມ​ທາງພຽງ​ທີ່​ພວກເຂົາ​ຈະ​ບໍ່​ຕໍາ​ສະດຸດ​ໄດ້. ເຮົາ​ເປັນ​ດັ່ງ​ພໍ່​ຜູ້ໜຶ່ງ​ຂອງ​ຊາດ​ອິດສະຣາເອນ ເອຟຣາອິມ​ກໍ​ເປັນ​ລູກຊາຍກົກ​ຂອງເຮົາ​ດ້ວຍ.”


“ມະນຸດ​ເອີຍ ປະຊາຊົນ​ທີ່​ກຳລັງ​ອາໄສ​ຢູ່​ໃນ​ບັນດາ​ເມືອງ​ຮົກຮ້າງ​ເພພັງ ຂອງ​ດິນແດນ​ອິດສະຣາເອນ​ກຳລັງ​ເວົ້າ​ວ່າ, ‘ອັບຣາຮາມ​ພຽງ​ຄົນດຽວ ກໍ​ຍັງ​ໄດ້ຮັບ​ດິນແດນ. ພວກເຮົາ​ມີ​ຕັ້ງ​ຫລວງຫລາຍ ສະນັ້ນ ແນ່ນອນ​ດິນແດນ​ຈຶ່ງ​ເປັນ​ຂອງ​ພວກເຮົາ.’


ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ພວກ​ປະໂຣຫິດ​ວ່າ, “ລູກ​ຍ່ອມ​ໃຫ້ກຽດ​ພໍ່​ແມ່​ຂອງຕົນ ແລະ​ຄົນ​ຮັບໃຊ້​ຍ່ອມ​ນັບຖື​ນາຍ​ຂອງຕົນ. ເຮົາ​ເປັນ​ພໍ່​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ໃຫ້ກຽດ​ເຮົາ? ເຮົາ​ເປັນ​ເຈົ້ານາຍ​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ນັບຖື​ເຮົາ? ພວກເຈົ້າ​ດູຖູກ​ເຮົາ ແລະ​ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຈົ້າ​ຍັງ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໝິ່ນປະໝາດ​ພຣະນາມ​ຂອງ​ພຣະອົງ​ຢ່າງໃດ?’


ປະຊາຊົນ​ຢູດາ​ໄດ້​ລະເມີດ​ພັນທະສັນຍາ​ທີ່​ມີ​ຕໍ່​ພຣະເຈົ້າ ແລະ​ໄດ້​ເຮັດ​ສິ່ງ​ອັນ​ໜ້າກຽດຊັງ​ໃນ​ນະຄອນ​ເຢຣູຊາເລັມ​ແລະ​ໃນ​ທົ່ວ​ປະເທດ. ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະວິຫານ​ທີ່​ພຣະເຈົ້າຢາເວ​ຮັກ​ນັ້ນ​ເປັນ​ມົນທິນ. ພວກ​ຜູ້ຊາຍ​ໄດ້​ແຕ່ງງານ​ກັບ​ພວກ​ແມ່ຍິງ ທີ່​ນັບຖື​ພະ​ຂອງ​ຊາວ​ຕ່າງຊາດ.


ແຕ່​ມາບັດນີ້ ບັນດາ​ປະໂຣຫິດ​ເອີຍ ພວກເຈົ້າ​ໄດ້​ຫັນໜ້າ​ໜີ​ຈາກ​ທາງ​ອັນ​ຊອບທຳ. ຄຳສັ່ງສອນ​ຂອງ​ພວກເຈົ້າ​ໄດ້​ພາ​ໃຫ້​ຫລາຍ​ຄົນ​ເຮັດ​ຜິດ. ພວກເຈົ້າ​ໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫລະ.


“ອ້າຍ​ເອື້ອຍ​ນ້ອງ​ຈະ​ມອບ​ກັນແລະກັນ​ໃຫ້​ເຖິງ​ແກ່​ຄວາມຕາຍ ແລະ​ພໍ່​ກໍ​ຈະ​ເຮັດ​ຢ່າງ​ດຽວກັນ​ຕໍ່​ລູກ, ລູກ​ຈະ​ຫັນ​ມາ​ຕໍ່ສູ້​ພໍ່​ແມ່​ຂອງຕົນ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.


ແລ້ວ​ພວກເຂົາ​ກໍ​ໃຊ້​ພວກ​ສິດ​ຂອງ​ພວກ​ຕົນ ພ້ອມ​ກັບ​ພັກພວກ​ຂອງ​ເຮໂຣດ​ບາງຄົນ ໄປ​ເວົ້າ​ກັບ​ພຣະອົງ​ວ່າ, “ອາຈານ​ເອີຍ ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຜູ້​ສັດຊື່ ແລະ​ທ່ານ​ສັ່ງສອນ​ຄວາມຈິງ​ໃນ​ທາງ​ຂອງ​ພຣະເຈົ້າ ໂດຍ​ບໍ່ໄດ້​ເອົາ​ໃຈ​ຜູ້ໃດ, ເພາະ​ທ່ານ​ບໍ່​ເຫັນ​ແກ່ໜ້າ​ຜູ້ໃດ.


ແລະ ຢ່າ​ຄິດ​ໃນ​ໃຈ​ວ່າ ພວກເຮົາ​ມີ​ອັບຣາຮາມ​ເປັນ​ພໍ່​ເຄົ້າ​ຂອງ​ພວກເຮົາ. ຂ້າພະເຈົ້າ​ບອກ​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ຣິດ​ສາມາດ​ບັນດານ​ໃຫ້​ກ້ອນຫີນ​ເຫຼົ່ານີ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ກໍໄດ້


ຄື​ຄຳ​ສາບານ ຊຶ່ງ​ພຣະອົງ​ໄດ້​ຊົງ​ສາບານ​ໄວ້ ກັບ​ອັບຣາຮາມ​ບັນພະບຸລຸດ​ຂອງເຮົາ​ວ່າ,


ເຫດສະນັ້ນ ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ວ່າ ພວກເຈົ້າ​ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ຢ່າ​ຕັ້ງນຶກ​ໃນ​ໃຈ ແລະ​ເວົ້າ​ໃນ​ທ່າມກາງ​ພວກເຈົ້າ​ວ່າ, ‘ເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ.’ ເຮົາ​ບອກ​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ຣິດ​ສາມາດ​ເອົາ​ກ້ອນຫີນ​ເຫຼົ່ານີ້ ແລະ​ບັນດານ​ໃຫ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ໄດ້


ພວກເຂົາ​ຕອບ​ພຣະອົງ​ວ່າ, “ພໍ່​ຂອງ​ພວກເຮົາ​ແມ່ນ​ອັບຣາຮາມ.” ພຣະເຢຊູເຈົ້າ​ໄດ້​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ເຈົ້າ​ກໍ​ຈະ​ເຮັດ ໃນ​ສິ່ງ​ທີ່​ອັບຣາຮາມ​ໄດ້​ເຮັດ.


ພວກເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ພໍ່​ຂອງ​ພວກເຈົ້າ​ໄດ້​ເຮັດ.” ພວກເຂົາ​ຕອບ​ວ່າ, “ເຮົາ​ມີ​ພຣະບິດາ​ພຽງ​ອົງ​ດຽວ​ຄື​ພຣະເຈົ້າ ແລະ​ພວກເຮົາ​ເປັນ​ລູກ​ແທ້ໆ​ຂອງ​ພຣະອົງ.”


ອັບຣາຮາມ​ພໍ່​ຂອງ​ພວກເຮົາ​ຕາຍໄປ​ແລ້ວ ເຈົ້າ​ບໍ່ແມ່ນ​ອ້າງ​ຕົວ​ຍິ່ງໃຫຍ່​ກວ່າ​ອັບຣາຮາມ​ບໍ? ພວກ​ຜູ້ທຳນວາຍ​ກໍ​ຕາຍໄປ​ແລ້ວ​ເໝືອນກັນ, ເຈົ້າ​ຄິດ​ວ່າ​ເຈົ້າ​ເປັນ​ຜູ້ໃດ?”


ອັບຣາຮາມ​ພໍ່​ຂອງ​ພວກເຈົ້າ​ມີ​ຄວາມ​ຊົມຊື່ນ​ຍິນດີ ທີ່​ໄດ້​ເຫັນ​ການ​ມາ​ສຳແດງ​ຂອງເຮົາ, ເພິ່ນ​ໄດ້​ເຫັນ ແລະ​ມີ​ຄວາມ​ເບີກບານ​ໃຈ.”


ພຣະເຈົ້າ​ອົງ​ທີ່​ໄດ້​ສ້າງ​ໂລກ​ກັບ​ສິ່ງ​ທັງປວງ ທີ່​ຢູ່​ໃນ​ໂລກ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ສະຫວັນ ແລະ​ແຜ່ນດິນ​ໂລກ, ພຣະເຈົ້າ​ອົງ​ນີ້​ບໍ່ໄດ້​ຢູ່​ໃນ​ວິຫານ​ທີ່​ສ້າງ​ຂຶ້ນ​ມາ​ດ້ວຍ​ມື​ຂອງ​ມະນຸດ.


ພຣະອົງ​ບໍ່​ຈຳເປັນ​ໃຫ້​ມະນຸດ​ຈັດ​ຫາ​ສິ່ງໃດສິ່ງໜຶ່ງ​ໃຫ້​ແກ່​ພຣະອົງ ເພາະວ່າ​ແມ່ນ​ພຣະອົງ​ເອງ​ທີ່​ເປັນ​ຜູ້​ໂຜດ​ປະທານ​ຊີວິດ, ລົມຫາຍໃຈ ແລະ​ສັບພະທຸກສິ່ງ​ແກ່​ມະນຸດ​ທຸກ​ຊາດ​ທຸກ​ພາສາ.


ພຣະອົງ​ໄດ້​ສ້າງ​ມະນຸດ​ທຸກ​ຊາດ ໃຫ້​ເກີດ​ມາ​ຈາກ​ມະນຸດ​ຄົນ​ດຽວ ແລະ​ໃຫ້​ພວກເຂົາ​ຢູ່​ທົ່ວ​ພິພົບ​ໂລກ ພຣະອົງ​ໄດ້​ຊົງ​ກຳນົດ​ເວລາ ແລະ​ກຳນົດ​ເຂດ​ທີ່​ພວກເຂົາ​ຢູ່​ນັ້ນ.


ຝ່າຍ​ຊະເຕຟາໂນ​ໄດ້​ຕອບ​ວ່າ, “ພີ່ນ້ອງ​ແລະ​ພວກ​ຍາພໍ່​ທັງຫລາຍ​ເອີຍ, ຂໍໂຜດ​ຟັງ​ຂ້ານ້ອຍ​ກ່າວ​ເທີ້ນ ພຣະເຈົ້າ​ແຫ່ງ​ສະຫງ່າຣາສີ​ໄດ້​ປາກົດ​ແກ່​ອັບຣາຮາມ ບັນພະບຸລຸດ​ຂອງ​ພວກເຮົາ ເມື່ອ​ເພິ່ນ​ຍັງ​ຢູ່​ທີ່​ເມໂຊໂປຕາເມຍ ກ່ອນ​ທີ່​ເພິ່ນ​ໄດ້​ໄປ​ອາໄສ​ຢູ່​ໃນ​ເມືອງ​ຮາຣານ


ໃນ​ວັນ​ຕໍ່ມາ ເພິ່ນ​ໄດ້​ເຫັນ​ຄົນ​ອິດສະຣາເອນ​ສອງ​ຄົນ​ກຳລັງ​ຕີກັນ ແລະ​ເພິ່ນ​ກໍ​ພະຍາຍາມ​ໃຫ້​ພວກເຂົາ​ຄືນ​ດີ​ກັນ ເພິ່ນ​ກ່າວ​ວ່າ, ‘ຊາຍ​ເອີຍ ພວກເຈົ້າ​ເປັນ​ພີ່ນ້ອງ​ກັນ ເປັນຫຍັງ​ຈຶ່ງ​ຕີກັນ​ເຊັ່ນນີ້?’


ຖ້າ​ຢ່າງ​ນັ້ນ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ ເຖິງ​ເລື່ອງ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຕາມ​ສາຍ​ເລືອດ?


ບໍ່ແມ່ນແຕ່​ເທົ່ານັ້ນ, ດ້ວຍວ່າ​ລູກຊາຍ​ສອງ​ຄົນ​ໃນ​ທ້ອງ​ຂອງ​ນາງ​ເຣເບກາ ກໍ​ມີ​ພໍ່​ຄົນ​ດຽວກັນ ຄື​ອີຊາກ​ບັນພະບຸລຸດ​ຂອງ​ພວກເຮົາ.


ແຕ່​ສຳລັບ​ພວກເຮົາ​ນັ້ນ ມີ​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ ແລະ​ສິ່ງສາລະພັດ​ທັງປວງ​ເກີດ​ມາ​ຈາກ​ພຣະອົງ ແລະ​ພວກເຮົາ​ເປັນ​ມາ​ເພື່ອ​ພຣະອົງ ແລະ​ມີ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ ແລະ ສິ່ງສາລະພັດ​ກໍ​ເກີດຂຶ້ນ​ໂດຍ​ພຣະອົງ ແລະ​ເຮົາ​ກໍ​ເປັນ​ມາ​ໂດຍ​ພຣະອົງ.


ດັ່ງນັ້ນ, ເຈົ້າ​ທັງຫລາຍ​ຈົ່ງ​ເຊົາ​ເວົ້າ​ຕົວະ ທຸກຄົນ​ຈົ່ງ​ເວົ້າ​ແຕ່​ຄວາມຈິງ​ຕໍ່​ກັນ ເພາະ​ພວກເຮົາ​ທຸກຄົນ​ເປັນ​ອະໄວຍະວະ​ຂອງ​ກັນແລະກັນ ຢູ່​ໃນ​ພຣະກາຍ​ອັນ​ດຽວກັນ.


ມີ​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ​ຂອງ​ຄົນ​ທັງປວງ ຜູ້​ຊົງ​ສະຖິດ​ຢູ່​ເທິງ​ຄົນ​ທັງປວງ, ທົ່ວ​ຄົນ​ທັງປວງ ແລະ ໃນ​ຄົນ​ທັງປວງ.


ໃນ​ເລື່ອງ​ນີ້ ຢ່າ​ໃຫ້​ຄົນ​ໃດ​ລ່ວງ​ເຮັດ​ຜິດ​ຕໍ່​ພີ່ນ້ອງ​ຄຣິສຕຽນ​ຂອງຕົນ ຕາມ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ກ່ອນ​ແລ້ວ ແລະ​ພວກເຮົາ​ກໍໄດ້​ເຕືອນ​ພວກເຈົ້າ​ຢ່າງ​ໜັກແໜ້ນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ໃນ​ເລື່ອງ​ນີ້.


ອີກ​ປະການ​ໜຶ່ງ ເຮົາ​ທັງຫລາຍ​ມີ​ພໍ່​ເປັນ​ມະນຸດ​ທີ່​ໄດ້​ຕີສອນ​ພວກເຮົາ ແລະ​ພວກເຮົາ​ກໍ​ນັບຖື​ພໍ່​ນັ້ນ. ຫລາຍກວ່າ​ນັ້ນ​ອີກ ພວກເຮົາ​ຄວນ​ຢູ່​ໃຕ້​ບັງຄັບ​ຂອງ​ພຣະບິດາເຈົ້າ​ແຫ່ງ​ບັນດາ​ວິນຍານ​ຈິດ ແລະ​ມີ​ຊີວິດ​ບໍ່ແມ່ນ​ບໍ?


ແລ້ວ​ເຮົາ​ກໍໄດ້​ພາ​ອັບຣາຮາມ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ອອກ​ໜີ​ຈາກ​ດິນແດນ​ແມ່ນໍ້າ​ເອີຟຣັດ​ເບື້ອງ​ພຸ້ນ ແລະ​ຜ່ານ​ໄປ​ທົ່ວ​ດິນແດນ​ການາອານ. ເຮົາ​ໄດ້​ໃຫ້​ລາວ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka