ມາລາກີ 2:1 - ພຣະຄຳພີສັກສິ1 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວຕໍ່ບັນດາປະໂຣຫິດວ່າ, “ຄຳສັ່ງນີ້ແມ່ນສຳລັບພວກເຈົ້າ: Uka jalj uñjjattʼäta |
“ພວກເຈົ້າຜູ້ເປັນປະໂຣຫິດ ຈົ່ງຟັງເລື່ອງນີ້ ປະຊາຊົນອິດສະຣາເອນ ຈົ່ງລະມັດລະວັງເດີ ພວກເຈົ້າຜູ້ເປັນເຊື້ອວົງຂອງກະສັດ ຈົ່ງຟັງເທີ້ນ ພວກເຈົ້າຄວນຈະຕັດສິນຢ່າງຍຸດຕິທຳ ບໍ່ດັ່ງນັ້ນແລ້ວ ການຕັດສິນກໍຈະຕົກຖືກພວກເຈົ້າ. ພວກເຈົ້າໄດ້ກາຍເປັນດັ່ງແຮ້ວທີ່ເມືອງມີຊະປາ ເປັນດັ່ງຕະຂ່າຍທີ່ກາງຢູ່ເທິງພູຕາໂບ
“ຂໍໃຫ້ຄຳສາບແຊ່ງຕົກຖືກຄົນຂີ້ໂກງ ຜູ້ຖວາຍສັດທີ່ໜ້າຂີ້ດຽດແກ່ເຮົາ ເມື່ອຢູ່ໃນຝູງມີສັດໂຕດີທີ່ຕົນໄດ້ສັນຍາວ່າຈະຖວາຍໃຫ້ແກ່ອົງພຣະຜູ້ເປັນເຈົ້າ ດ້ວຍວ່າ, ເຮົາເປັນກະສັດຜູ້ຍິ່ງໃຫຍ່ ແລະນາມຊື່ຂອງເຮົາເປັນທີ່ຢຳເກງໃນທ່າມກາງບັນດາປະຊາຊາດ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.
ພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ກ່າວຕໍ່ພວກປະໂຣຫິດວ່າ, “ລູກຍ່ອມໃຫ້ກຽດພໍ່ແມ່ຂອງຕົນ ແລະຄົນຮັບໃຊ້ຍ່ອມນັບຖືນາຍຂອງຕົນ. ເຮົາເປັນພໍ່ຂອງພວກເຈົ້າ ເປັນຫຍັງພວກເຈົ້າຈຶ່ງບໍ່ໃຫ້ກຽດເຮົາ? ເຮົາເປັນເຈົ້ານາຍຂອງພວກເຈົ້າ ເປັນຫຍັງພວກເຈົ້າຈຶ່ງບໍ່ນັບຖືເຮົາ? ພວກເຈົ້າດູຖູກເຮົາ ແລະຍິ່ງໄປກວ່ານີ້ອີກ ພວກເຈົ້າຍັງຖາມວ່າ, ‘ພວກຂ້ານ້ອຍໝິ່ນປະໝາດພຣະນາມຂອງພຣະອົງຢ່າງໃດ?’
ພວກເຈົ້າຕ້ອງຍ້ອງຍໍໃຫ້ກຽດເຮົາໃນສິ່ງທີ່ພວກເຈົ້າກະທຳ. ຖ້າພວກເຈົ້າບໍ່ຍອມຟັງໃນສິ່ງທີ່ເຮົາກ່າວ ເຮົາຈະນຳຄຳສາບແຊ່ງມາສູ່ພວກເຈົ້າ. ເຮົາຈະນຳຄຳສາບແຊ່ງມາສູ່ສິ່ງຕ່າງໆທີ່ພວກເຈົ້າໄດ້ຮັບໃນຖານະເປັນປະໂຣຫິດ. ຕາມຄວາມເປັນຈິງ ເຮົາໄດ້ນຳຄຳສາບແຊ່ງນັ້ນມາແລ້ວ ເພາະວ່າພວກເຈົ້າບໍ່ໄດ້ຢຶດຖືຂໍ້ຄຳສັ່ງຂອງເຮົາຢ່າງແທ້ຈິງ.