Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາລາກີ 1:8 - ພຣະຄຳພີສັກສິ

8 ເມື່ອ​ພວກເຈົ້າ​ນຳ​ສັດ​ຕາບອດ ຫລື​ສັດ​ເຈັບໂຊ ຫລື​ສັດ​ຂາ​ພິການ ມາ​ຖວາຍ​ແກ່​ເຮົາ ພວກເຈົ້າ​ຄິດວ່າ​ເປັນ​ການ​ຖືກຕ້ອງ​ແລ້ວ​ບໍ? ຈົ່ງ​ລອງ​ນຳ​ສັດ​ເຊັ່ນນັ້ນ​ໄປ​ໃຫ້​ຜູ້ປົກຄອງ​ຂອງ​ພວກເຈົ້າ​ເບິ່ງດູ ເພິ່ນ​ຈະ​ພໍໃຈ​ນຳ​ພວກເຈົ້າ​ບໍ? ຫລື​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມດີ​ຄວາມຊອບ​ຫຍັງ​ແດ່​ຈາກ​ເພິ່ນ?” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.

Uka jalj uñjjattʼäta Copia luraña




ມາລາກີ 1:8
10 Jak'a apnaqawi uñst'ayäwi  

ບັດນີ້ ຈົ່ງ​ເອົາ​ງົວເຖິກ​ເຈັດ​ໂຕ ແລະ​ແກະເຖິກ​ເຈັດ​ໂຕ​ໄປ​ໃຫ້​ໂຢບ ເພື່ອ​ເຜົາບູຊາ​ສຳລັບ​ຄວາມຜິດ​ຂອງ​ພວກເຈົ້າ. ໂຢບ​ຈະ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ແລະ​ເຮົາ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ລາວ ແລະ​ເຮົາ​ຈະ​ບໍ່​ເອົາ​ໂທດ ຕາມ​ທີ່​ພວກເຈົ້າ​ຄວນ​ໄດ້​ຮັບ. ພວກເຈົ້າ​ບໍ່ໄດ້​ເວົ້າ​ຄວາມຈິງ​ກ່ຽວກັບ​ເຮົາ​ດັ່ງ​ທີ່​ໂຢບ​ໄດ້​ເວົ້າ.”


ຂໍ​ພຣະອົງ​ຮັບ​ເຄື່ອງ ທີ່​ທ່ານ​ນຳ​ມາ​ຖວາຍ​ທັງໝົດ ແລະ​ພໍໃຈ​ກັບ​ເຄື່ອງ​ບູຊາ ທີ່​ທ່ານ​ໄດ້​ນຳ​ມາ​ນັ້ນ.


ພຣະເຈົ້າຢາເວ​ໄດ້​ກ່າວ​ໃສ່​ປະຊາຊົນ​ເຫຼົ່ານີ້​ວ່າ, “ພວກເຂົາ​ມັກ​ແລ່ນ​ໜີໄປ​ຈາກ​ເຮົາ ແລະ​ຈະ​ຄອບຄຸມ​ພວກເຂົາ​ເອງ​ບໍ່ໄດ້. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ບໍ່​ພໍໃຈ​ນຳ​ພວກເຂົາ ເຮົາ​ຈະ​ຈົດຈຳ​ຄວາມຜິດ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ຈະ​ລົງໂທດ​ພວກເຂົາ​ເພາະ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ.”


ພວກເຂົາ​ເຜົາ​ຖວາຍບູຊາ​ແກ່​ເຮົາ ແລະ​ກິນ​ຊີ້ນ​ທີ່​ໄດ້​ບູຊາ​ນັ້ນ. ແຕ່​ພຣະເຈົ້າຢາເວ​ບໍ່​ພໍໃຈ​ກັບ​ພວກເຂົາ; ມາບັດນີ້ ເຮົາ​ຈະ​ຈົດຈຳ​ການບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ຍ້ອນ​ການບາບ​ນັ້ນ; ເຮົາ​ຈະ​ສົ່ງ​ພວກເຂົາ​ກັບຄືນ​ໄປ​ປະເທດ​ເອຢິບ.


ໃນ​ປີ​ທີ​ສອງ ທີ່​ດາຣິອຸດ​ໄດ້​ຂຶ້ນ​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ ອັນ​ກົງ​ກັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ຫົກ; ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ. ຖ້ອຍຄຳ​ນີ້​ແມ່ນ​ສຳລັບ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ທີ່​ເປັນ​ຜູ້​ປົກຄອງ​ຊາດ​ຢູດາຍ ແລະ​ສຳລັບ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ຜູ້​ເປັນ​ມະຫາ​ປະໂຣຫິດ.


“ເຮົາ​ຢາກ​ໃຫ້​ມີ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ອັດ​ປະຕູ​ພຣະວິຫານ​ໄວ້ ເພື່ອ​ປ້ອງກັນ​ບໍ່​ໃຫ້​ພວກເຈົ້າ​ເຂົ້າ​ໄປ​ໄຕ້​ໄຟ​ຢ່າງ​ບໍ່ມີ​ປະໂຫຍດ ທີ່​ເທິງ​ແທ່ນບູຊາ​ຂອງເຮົາ. ເຮົາ​ບໍ່​ພໍໃຈ​ນຳ​ພວກເຈົ້າ,” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ແລະ​ເຮົາ​ຈະ​ບໍ່​ຮັບ​ເຄື່ອງບູຊາ​ຂອງ​ພວກເຈົ້າ​ທີ່​ນຳ​ມາ​ຖວາຍ​ແກ່​ເຮົາ.


ກໍ​ຢ່າງນີ້​ແຫລະ ຄື​ໂດຍ​ນຳ​ເອົາ​ອາຫານ​ທີ່​ເປັນ​ມົນທິນ​ມາ​ທີ່​ແທ່ນບູຊາ​ຂອງເຮົາ. ແລ້ວ​ພວກເຈົ້າ​ກໍ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ຂາດ​ການ​ນັບຖື​ພຣະອົງ​ຢ່າງໃດ​ແດ່?’ ເຮົາ​ຈະ​ບອກ​ໃຫ້​ພວກເຈົ້າ​ຮູ້​ກໍໄດ້ ຄື​ໂດຍ​ສະແດງ​ການ​ຫຍໍ້ຫຍັນ​ຕໍ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ.


ແຕ່​ຖ້າ​ສັດ​ນັ້ນ​ບໍ່​ປົກກະຕິ​ຄື​ເປັນ​ງ່ອຍ ຫລື​ຕາບອດ ຫລື​ພິການ ຢ່າ​ນຳ​ມາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງ​ເດັດຂາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka