ມາລາກີ 1:7 - ພຣະຄຳພີສັກສິ7 ກໍຢ່າງນີ້ແຫລະ ຄືໂດຍນຳເອົາອາຫານທີ່ເປັນມົນທິນມາທີ່ແທ່ນບູຊາຂອງເຮົາ. ແລ້ວພວກເຈົ້າກໍຖາມວ່າ, ‘ພວກຂ້ານ້ອຍໄດ້ຂາດການນັບຖືພຣະອົງຢ່າງໃດແດ່?’ ເຮົາຈະບອກໃຫ້ພວກເຈົ້າຮູ້ກໍໄດ້ ຄືໂດຍສະແດງການຫຍໍ້ຫຍັນຕໍ່ແທ່ນບູຊາຂອງພຣະເຈົ້າຢາເວ. Uka jalj uñjjattʼäta |
ພວກເຈົ້າເວົ້າວ່າ, ‘ຊ່າງອິດເມື່ອຍຕໍ່ການຖວາຍນີ້ແທ້ນໍ’ ແລະພວກເຈົ້າກໍງຶກດັງຂຶ້ນປະໝາດເຮົາ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. “ແລະເມື່ອຖວາຍບູຊາ ພວກເຈົ້ານຳສັດທີ່ລັກມາ ຫລືສັດທີ່ຂາພິການ ຫລືສັດທີ່ເຈັບໂຊມາຖວາຍ. ພວກເຈົ້າຄິດວ່າເຮົາຈະຮັບເອົາສິ່ງນັ້ນຫລື?” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
ເມື່ອພວກເຈົ້ານຳສັດຕາບອດ ຫລືສັດເຈັບໂຊ ຫລືສັດຂາພິການ ມາຖວາຍແກ່ເຮົາ ພວກເຈົ້າຄິດວ່າເປັນການຖືກຕ້ອງແລ້ວບໍ? ຈົ່ງລອງນຳສັດເຊັ່ນນັ້ນໄປໃຫ້ຜູ້ປົກຄອງຂອງພວກເຈົ້າເບິ່ງດູ ເພິ່ນຈະພໍໃຈນຳພວກເຈົ້າບໍ? ຫລືພວກເຈົ້າຈະໄດ້ຮັບຄວາມດີຄວາມຊອບຫຍັງແດ່ຈາກເພິ່ນ?” ພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.