Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາລາກີ 1:5 - ພຣະຄຳພີສັກສິ

5 ປະຊາຊົນ​ອິດສະຣາເອນ​ກຳລັງ​ຈະ​ໄດ້​ເຫັນ​ສິ່ງ​ນີ້​ດ້ວຍ​ຕາ​ຂອງ​ຕົນເອງ ແລະ​ພວກເຂົາ​ຈະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຍິ່ງໃຫຍ່ ແມ່ນແຕ່​ນອກເຂດ​ດິນແດນ​ຂອງ​ຊາດ​ອິດສະຣາເອນ.”

Uka jalj uñjjattʼäta Copia luraña




ມາລາກີ 1:5
14 Jak'a apnaqawi uñst'ayäwi  

ເພາະ​ເລື່ອງ​ນີ້ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ ແລະ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ອານາຈັກ​ທັງສອງ​ນັ້ນ ພາ​ໃຫ້​ທຸກຄົນ​ຕົກໃຈ​ຢ້ານກົວ​ຫລາຍ. ພວກທ່ານ​ກໍ​ຮູ້ຈັກ​ສິ່ງ​ນີ້​ດີ.


ເຈົ້າ​ຈະ​ໂຈມຕີ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ເໝືອນ​ດັ່ງ​ກ້ອນເມກ​ໄຫລ​ຂ້າມ​ດິນແດນ​ໄປ. ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ໃຊ້​ເຈົ້າ​ໃຫ້​ຮຸກຮານ​ດິນແດນ​ຂອງເຮົາ ເພື່ອ​ສະແດງ​ໃຫ້​ຊົນຊາດ​ທັງຫລາຍ​ຮູ້ວ່າ​ເຮົາ​ເປັນ​ຜູ້ໃດ ທັງໝົດ​ນັ້ນ​ແມ່ນ​ເພື່ອ​ສະແດງ​ຄວາມ​ບໍຣິສຸດ​ຂອງເຮົາ ໂດຍ​ສິ່ງ​ທີ່​ເຮົາ​ເຮັດ​ຜ່ານ​ທາງ​ເຈົ້າ.


ດັ່ງນັ້ນ ເຮົາ​ຈະ​ສຳແດງ​ໃຫ້​ຊົນຊາດ​ທັງໝົດ​ເຫັນ​ວ່າ ເຮົາ​ຍິ່ງໃຫຍ່ ແລະ​ບໍຣິສຸດ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ປະຊາຊົນ​ທີ່​ອາໄສ​ຢູ່​ຕາມ​ເມືອງ​ຕ່າງໆ​ຂອງ​ອິດສະຣາເອນ ຈະ​ອອກ​ໄປ​ຮວບຮວມ​ເອົາ​ອາວຸດ​ມາ​ເຮັດ​ຟືນ​ດັງ. ພວກເຂົາ​ຈະ​ເອົາ​ໂລ້, ໜ້າທະນູ, ລູກທະນູ, ຫອກ ແລະ​ໄມ້ຄ້ອນ​ມາ​ດັງ​ໄຟ ແລະ​ມີ​ພຽງພໍ​ໄວ້​ດັງ​ເຖິງ​ເຈັດ​ປີ.


ເວລາ​ຜູ້ນັ້ນ​ມາ ເພິ່ນ​ຈະ​ປົກຄອງ​ປະຊາຊົນ​ຂອງ​ເພິ່ນ​ດ້ວຍ​ກຳລັງ ຊຶ່ງ​ມາ​ຈາກ​ພຣະເຈົ້າຢາເວ ແລະ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງຕົນ. ປະຊາຊົນ​ຂອງ​ພຣະອົງ​ຈະ​ຢູ່​ຢ່າງ​ປອດໄພ ເພາະ​ປະຊາຊົນ​ໝົດ​ທັງໂລກ​ຈະ​ຮັບຮູ້​ຄວາມ​ຍິ່ງໃຫຍ່​ຂອງເພິ່ນ


ແມ່ນແລ້ວ ພວກເຈົ້າ​ແມ່ນ​ພວກ​ທີ່​ໄດ້​ເຫັນ​ທຸກໆສິ່ງ​ອັນ​ຍິ່ງໃຫຍ່​ເຫຼົ່ານັ້ນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ກະທຳ.”


ພວກເຈົ້າ​ໄດ້​ເຫັນ​ດ້ວຍ​ຕົນເອງ ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ທີ່​ພູ​ເປອໍ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ທຳລາຍ​ທຸກຄົນ​ທີ່​ຂາບໄຫວ້​ພະບາອານ​ໃນ​ທີ່ນັ້ນ


ພວກເຂົາ​ໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ພຣະອົງ​ໄດ້​ບັນດານ​ໃຫ້​ຄວາມມືດ​ຂັ້ນ​ກາງ ລະຫວ່າງ​ພວກເຂົາ​ກັບ​ພວກ​ເອຢິບ ແລະ​ໃຫ້​ນໍ້າ​ທະເລ​ໄຫລ​ຖ້ວມ​ພວກ​ເອຢິບ​ຈົນ​ພວກເຂົາ​ຈົມ​ນໍ້າ​ຕາຍ. ພວກເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ກະທຳ​ຕໍ່​ເອຢິບ​ແລ້ວ. ຫລັງຈາກ​ນັ້ນ ພວກເຈົ້າ​ກໍໄດ້​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ເວລາ​ດົນນານ.


ສະນັ້ນ ຈົ່ງ​ພາກັນ​ຢືນ​ຢູ່​ບ່ອນ​ທີ່​ພວກເຈົ້າ​ຢືນ​ຢູ່​ນັ້ນ​ແຫຼະ ແລະ​ພວກເຈົ້າ​ຈະ​ໄດ້​ເຫັນ​ເຫດການ​ອັນ​ຍິ່ງໃຫຍ່​ທີ່​ພຣະເຈົ້າຢາເວ​ກຳລັງ​ຈະ​ເຮັດ​ຕໍ່ໜ້າ​ຕໍ່ຕາ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka