ມາລາກີ 1:4 - ພຣະຄຳພີສັກສິ4 ຖ້າເຊື້ອສາຍຂອງເອຊາວ ຊາວເອໂດມ ເວົ້າວ່າ, “ຕົວເມືອງຕ່າງໆຂອງພວກເຮົາໄດ້ຖືກທຳລາຍ ແຕ່ພວກເຮົາຈະສ້າງເມືອງເຫຼົ່ານັ້ນຂຶ້ນໃໝ່.” ແລ້ວພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກໍຈະຕອບຄືນວ່າ, “ປ່ອຍໃຫ້ພວກເຂົາສ້າງຂຶ້ນໃໝ່ ແລະເຮົາຈະທຳລາຍລົງອີກ. ປະຊາຊົນຈະເອີ້ນມັນວ່າ, ‘ເມືອງເຄາະຮ້າຍ’ ແລະ ‘ຊົນຊາດທີ່ພຣະເຈົ້າຢາເວໂກດຮ້າຍຕະຫລອດໄປ.”’ Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວເອໂດມໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ຕາມລ່າຊາວອິດສະຣາເອນ ອ້າຍເອື້ອຍນ້ອງຂອງພວກຕົນ ໂດຍບໍ່ມີໃຈເມດຕາຕໍ່ພວກເຂົາເລີຍ. ຄວາມໂກດຮ້າຍຂອງພວກເຂົາບໍ່ມີຂອບເຂດຈຳກັດ ແລະພວກເຂົາບໍ່ເຄີຍປະຄວາມໂກດຮ້າຍນັ້ນໃຫ້ສູນສິ້ນໄປຈັກເທື່ອ.