Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາລາກີ 1:3 - ພຣະຄຳພີສັກສິ

3 ແລະ​ເຮົາ​ຊັງ​ເອຊາວ​ແລະ​ເຊື້ອສາຍ​ຂອງ​ລາວ. ເຮົາ​ໄດ້​ເຮັດ​ໃຫ້​ເຂດ​ເນີນພູ​ຂອງ​ເອຊາວ​ຖືກ​ທຳລາຍ​ລ້າງຜານ ແລະ​ປະ​ໃຫ້​ເປັນ​ຖິ່ນ​ອາໄສ​ຂອງ​ສັດປ່າ.”

Uka jalj uñjjattʼäta Copia luraña




ມາລາກີ 1:3
26 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຕອບ​ນາງ​ວ່າ, “ມີ​ສອງ​ຊົນຊາດ​ທີ່​ຢູ່​ພາຍ​ໃນ​ເຈົ້າ; ເປັນ​ສອງ​ຊົນເຜົ່າ​ທີ່​ຈະ​ເກີດ​ມາ​ຕໍ່ສູ້​ກັນ. ສ່ວນ​ຜູ້ໜຶ່ງ​ນັ້ນ​ຈະ​ແຂງແຮງ​ລື່ນ​ກວ່າ; ຜູ້​ອ້າຍ​ຈະ​ຮັບໃຊ້​ຜູ້​ເປັນ​ນ້ອງ​ຂອງຕົນ.”


ດິນ​ຊາຍ​ທີ່​ອົບເອົ້າ​ເຜົາໄໝ້​ຈະ​ກາຍເປັນ​ໜອງ ພື້ນທີ່​ອັນ​ແຫ້ງແລ້ງ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ນໍ້າພຸ. ບ່ອນໃດ​ທີ່​ໝາໄນ​ເຄີຍ​ຊົ້ນ ແລະ​ເຄີຍ​ຢູ່​ເຄີຍ​ອາໄສ ຕົ້ນຫຍ້າ​ແລະ​ຕົ້ນອໍ້​ຈະ​ໃຫຍ່​ຂຶ້ນ​ຕາມ​ໜອງ​ນໍ້າ.


ແຕ່​ເຮົາ ໄດ້​ປຸ້ນ​ເອົາ​ນຳ​ເຊື້ອສາຍ​ຂອງ​ເອຊາວ​ຈົນ​ໝົດກ້ຽງ ພ້ອມທັງ​ໄດ້​ເປີດເຜີຍ​ບ່ອນ​ທີ່​ພວກເຂົາ​ຫລົບລີ້ ເພື່ອ​ວ່າ​ພວກເຂົາ​ຈະ​ຫລົບລີ້​ບໍ່ໄດ້​ອີກ​ຕໍ່ໄປ. ປະຊາຊົນ​ເອໂດມ​ທັງໝົດ​ຖືກ​ທຳລາຍ​ແລ້ວ. ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ໃນ​ພວກເຂົາ​ເຫຼືອ​ຢູ່​ເລີຍ.


ສະນັ້ນ ຈົ່ງ​ຟັງ​ແຜນການ​ທີ່​ພຣະເຈົ້າຢາເວ​ກະທຳ​ຕໍ່ສູ້​ປະຊາຊົນ​ເອໂດມ ແລະ​ສິ່ງ​ທີ່​ພຣະອົງ​ຕັ້ງໃຈ​ກະທຳ​ຕໍ່​ຊາວ​ເຕມານ. ແມ່ນແຕ່​ລູກ​ຂອງ​ພວກເຂົາ​ກໍ​ຈະ​ຖືກ​ລາກ​ໄປ ແລະ​ທຸກຄົນ​ຈະ​ຢ້ານກົວ​ໃຫຍ່.


ເມືອງ​ຮາໂຊ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຕະຫລອດໄປ ຄື​ເປັນ​ບ່ອນ​ທີ່​ໝາປ່າ​ອາໄສ​ຢູ່​ເທົ່ານັ້ນ. ຈະ​ບໍ່ມີ​ຜູ້ໃດ​ຢູ່​ທີ່​ນັ້ນ​ອີກ.”


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ເຖິງ​ເອໂດມ​ວ່າ, “ປະຊາຊົນ​ເມືອງ​ເຕມານ​ໝົດ​ປັນຍາ​ແລ້ວ​ບໍ? ບັນດາ​ທີ່ປຶກສາ​ຂອງ​ພວກເຂົາ​ບໍ່ໄດ້​ບອກ​ວ່າ ຄວນ​ເຮັດ​ຢ່າງໃດ​ບໍ? ສະຕິປັນຍາ​ຂອງ​ພວກເຂົາ​ໄປ​ໃສ​ໝົດແລ້ວ?


ປະຊາຊົນ​ເດດານ ຈົ່ງ​ອ່ວາຍໜ້າ​ແລ່ນ​ໜີໄປ​ສາ ຈົ່ງ​ລີ້ແມ ເຮົາ​ກຳລັງ​ຈະ​ທຳລາຍ​ເຊື້ອສາຍ​ຂອງ​ເອຊາວ ເພາະ​ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຈະ​ຕ້ອງ​ລົງໂທດ​ພວກເຂົາ.


ປະເທດ​ນັ້ນ​ຈະ​ກາຍເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ ຄື​ບ່ອນ​ທີ່​ສັດປ່າ​ທັງຫລາຍ​ອາໄສ​ຢູ່. ມັນ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ​ຫລາຍ; ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ​ແລະ​ທຸກຄົນ​ທີ່​ເຫັນ​ກໍ​ຈະ​ຢ້ານກົວ​ໃຫຍ່.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ກອງ​ສິ່ງ​ເພພັງ ເປັນ​ບ່ອນ​ໜຶ່ງ​ທີ່​ຝູງ​ໝາປ່າ​ພາກັນ​ອາໄສ​ຢູ່; ເມືອງ​ຢູດາຍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ບ່ອນ​ໜຶ່ງ​ຊຶ່ງ​ບໍ່ມີ​ຄົນ​ອາໄສ​ຢູ່.”


ພູເຂົາ​ຊີໂອນ​ໄດ້​ຊົດໃຊ້​ຄ່າ​ບາບ​ທີ່​ຕົນ​ໄດ້​ກະທຳ ພຣະເຈົ້າ​ຈະ​ບໍ່​ໃຫ້​ພວກເຮົາ​ເປັນ​ຊະເລີຍ​ຕໍ່ໄປ​ອີກ; ແຕ່​ພຣະອົງ​ຈະ​ລົງໂທດ​ເຈົ້າ ເອໂດມ​ເອີຍ ພຣະອົງ​ຈະ​ເປີດເຜີຍ​ການກະທຳ​ຜິດ​ຂອງເຈົ້າ.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ສັນຍາ​ຢ່າງ​ໜັກແໜ້ນ​ວ່າ ຊົນຊາດ​ທີ່​ອ້ອມແອ້ມ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ.


ເຮົາ​ຢູ່​ຝ່າຍ​ເຈົ້າ​ແລະ​ເຮົາ​ຈະ​ເຮັດ​ໃຫ້​ແນ່ໃຈ​ວ່າ ດິນແດນ​ຂອງ​ພວກເຈົ້າ​ຈະ​ມີ​ການ​ຄາດ​ໄຖ ແລະ​ການ​ປູກຝັງ​ອີກ.


ປະເທດ​ເອຢິບ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເອໂດມ​ຈະ​ຖືກ​ທຳລາຍ​ໃຫ້​ຮາບກ້ຽງ ເພາະວ່າ​ພວກເຂົາ​ໄດ້​ໂຈມຕີ​ດິນແດນ​ຢູດາຍ ແລະ​ຂ້າ​ປະຊາຊົນ​ຜູ້​ບໍ່ມີ​ຄວາມຜິດ​ໃນ​ທີ່ນັ້ນ.


ຍ້ອນ​ວ່າ​ພວກເຈົ້າ​ໄດ້​ລັກ​ແລະ​ສັງຫານ ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນເອງ ຄື​ເຊື້ອສາຍ​ຂອງ​ຢາໂຄບ. ພວກເຈົ້າ​ຈຶ່ງ​ຈະ​ຖືກ​ທຳລາຍ​ເຊັ່ນກັນ ຈະ​ຖືກ​ລົດກຽດ​ສັກສີ​ໃຫ້​ສູນສິ້ນ​ຕະຫລອດໄປ.


“ຖ້າ​ຜູ້ໃດ​ມາ​ຫາ​ເຮົາ ແລະ​ບໍ່​ຊັງ​ພໍ່​ແມ່, ລູກ​ເມຍ, ອ້າຍ​ນ້ອງຊາຍ​ຍິງ​ກັບ​ທັງ​ຊີວິດ​ຂອງ​ຕົນເອງ ຜູ້ນັ້ນ​ຈະ​ເປັນ​ສາວົກ​ຂອງເຮົາ​ບໍ່ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka