ມາລາກີ 1:2 - ພຣະຄຳພີສັກສິ2 ພຣະເຈົ້າຢາເວກ່າວແກ່ປະຊາຊົນຂອງພຣະອົງວ່າ, “ເຮົາຮັກພວກເຈົ້າຕະຫລອດມາ.” ແຕ່ພວກເຂົາຕອບວ່າ, “ພຣະອົງໄດ້ສຳແດງຄວາມຮັກຂອງພຣະອົງ ຕໍ່ພວກຂ້ານ້ອຍຢ່າງໃດ?” ພຣະເຈົ້າຢາເວຕອບວ່າ, “ເອຊາວແລະຢາໂຄບເປັນອ້າຍນ້ອງກັນ ແຕ່ເຮົາຮັກຢາໂຄບແລະເຊື້ອສາຍຂອງລາວ Uka jalj uñjjattʼäta |
ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ພຣະອົງໄດ້ສຳແດງໃຫ້ເຫັນວ່າພຣະອົງພໍໃຈນຳທ່ານຫລາຍທີ່ສຸດ ຈຶ່ງແຕ່ງຕັ້ງທ່ານໃຫ້ເປັນກະສັດແຫ່ງຊາດອິດສະຣາເອນ. ເພາະຄວາມຮັກຂອງພຣະເຈົ້າຢາເວສຳລັບຊາດອິດສະຣາເອນມີຕະຫລອດໄປ ພຣະອົງຈຶ່ງໄດ້ແຕ່ງຕັ້ງທ່ານໃຫ້ເປັນກະສັດຂອງພວກເຂົາ ເພື່ອທ່ານຈະຮັກສາກົດບັນຍັດແລະຄວາມຍຸດຕິທຳໄວ້.”
ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກຳລັງກ່າວແມ ເຮົາເປັນດັ່ງຖິ່ນແຫ້ງແລ້ງກັນດານສຳລັບພວກເຈົ້າບໍ? ເຮົາເປັນດັ່ງດິນແດນທີ່ມືດມົນສຳລັບພວກເຈົ້າບໍ? ແລ້ວເປັນຫຍັງພວກເຈົ້າຈຶ່ງເວົ້າວ່າ, ‘ພວກເຈົ້າຈະເຮັດຕາມໃຈຕົນເອງ ແລະ ຕ່າງກໍເວົ້າວ່າ ຈະບໍ່ກັບຄືນມາຫາເຮົາອີກເລີຍ?’
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວເອໂດມໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ຕາມລ່າຊາວອິດສະຣາເອນ ອ້າຍເອື້ອຍນ້ອງຂອງພວກຕົນ ໂດຍບໍ່ມີໃຈເມດຕາຕໍ່ພວກເຂົາເລີຍ. ຄວາມໂກດຮ້າຍຂອງພວກເຂົາບໍ່ມີຂອບເຂດຈຳກັດ ແລະພວກເຂົາບໍ່ເຄີຍປະຄວາມໂກດຮ້າຍນັ້ນໃຫ້ສູນສິ້ນໄປຈັກເທື່ອ.
ພວກເຈົ້າໄດ້ເຮັດໃຫ້ພຣະເຈົ້າຢາເວເບື່ອໜ່າຍຄຳເວົ້າຂອງພວກເຈົ້າ. ແຕ່ພວກເຈົ້າຊໍ້າຖາມວ່າ, “ພວກເຮົາໄດ້ເຮັດໃຫ້ພຣະອົງເບື່ອໜ່າຍຢ່າງໃດ?” ກໍໂດຍເວົ້າວ່າ, “ພຣະເຈົ້າຢາເວຖືວ່າ ທຸກຄົນທີ່ເຮັດຊົ່ວລ້ວນແຕ່ເປັນຄົນດີ ພຣະອົງກໍເຫັນດີນຳພວກເຂົາ.” ຫລືໂດຍຖາມວ່າ, “ພຣະເຈົ້າອົງຊົງຕັດສິນນັ້ນຢູ່ໃສ?”