Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາລາກີ 1:13 - ພຣະຄຳພີສັກສິ

13 ພວກເຈົ້າ​ເວົ້າ​ວ່າ, ‘ຊ່າງ​ອິດເມື່ອຍ​ຕໍ່​ການຖວາຍ​ນີ້​ແທ້ນໍ’ ແລະ​ພວກເຈົ້າ​ກໍ​ງຶກດັງ​ຂຶ້ນ​ປະໝາດ​ເຮົາ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ. “ແລະ​ເມື່ອ​ຖວາຍບູຊາ ພວກເຈົ້າ​ນຳ​ສັດ​ທີ່​ລັກ​ມາ ຫລື​ສັດ​ທີ່​ຂາ​ພິການ ຫລື​ສັດ​ທີ່​ເຈັບໂຊ​ມາ​ຖວາຍ. ພວກເຈົ້າ​ຄິດວ່າ​ເຮົາ​ຈະ​ຮັບ​ເອົາ​ສິ່ງນັ້ນ​ຫລື?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.

Uka jalj uñjjattʼäta Copia luraña




ມາລາກີ 1:13
28 Jak'a apnaqawi uñst'ayäwi  

ແຕ່​ກະສັດ​ຕອບ​ວ່າ, “ບໍ່ ເຮົາ​ຈະ​ຈ່າຍ​ເງິນ​ໃຫ້​ເຈົ້າ ເຮົາ​ຈະ​ເອົາ​ສິ່ງ​ທີ່​ບໍ່ໄດ້​ຊື້​ມາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເຮົາ​ບໍ່ໄດ້.” ແລ້ວ​ກະສັດ​ດາວິດ​ກໍ​ຊື້​ລານ​ຟາດເຂົ້າ​ແລະ​ງົວເຖິກ​ເປັນ​ເງິນ​ຫ້າສິບ​ຫລຽນ.


ຜູ້ໃດ​ບອກ​ພວກເຈົ້າ​ໃຫ້​ນຳ​ສິ່ງ​ທັງໝົດ​ນີ້​ມາ ເມື່ອ​ພວກເຈົ້າ​ເຂົ້າ​ນະມັດສະການ​ເຮົາ? ຜູ້ໃດ​ບອກ​ພວກເຈົ້າ​ເຂົ້າ​ມາ​ຢຽບຢໍ່າ​ວິຫານ​ຂອງເຮົາ?


ພວກເຈົ້າ​ເອົາ​ຫີນ​ກ້ຽງ​ຈາກ​ທີ່​ນັ້ນ​ມາ​ເຮັດ​ເປັນ​ຮູບພະ​ເພື່ອ​ຂາບໄຫວ້​ບູຊາ. ພວກເຈົ້າ​ໄດ້​ຖອກ​ເຫຼົ້າ​ອະງຸ່ນ​ແລະ​ນຳ​ພືດຜົນ​ເປັນເມັດ​ຖວາຍ​ເປັນ​ເຄື່ອງບູຊາ​ແກ່​ຮູບພະ​ເຫຼົ່ານີ້. ພວກເຈົ້າ​ຄິດວ່າ​ເຮົາ​ພໍໃຈ​ນຳ​ສິ່ງ​ທັງໝົດ​ເຫຼົ່ານີ້​ຊັ້ນບໍ?


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຮັກ​ຄວາມ​ຍຸດຕິທຳ ເຮົາ​ກຽດຊັງ​ການກົດຂີ່ ແລະ​ອາຊະຍາກຳ​ດ້ວຍ. ເຮົາ​ຈະ​ໃຫ້​ບຳເໜັດ​ແກ່​ປະຊາຊົນ​ຂອງເຮົາ​ຢ່າງ​ສັດຊື່ ທັງ​ຈະ​ເຮັດ​ສັນຍາ​ອັນ​ຖາວອນ​ກັບ​ພວກເຂົາ.


ແຕ່​ຂ້າພະເຈົ້າ​ໄດ້​ຕອບ​ວ່າ, “ຢ່າ​ເລີຍ ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ບໍ່ເຄີຍ​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ​ຈັກເທື່ອ. ຕັ້ງແຕ່​ສະໄໝ​ເປັນ​ເດັກນ້ອຍ ຂ້ານ້ອຍ​ບໍ່ເຄີຍ​ກິນ​ຊີ້ນ​ສັດ​ໃດໆ​ເລີຍ​ທີ່​ຕາຍ​ຢ່າງ​ທຳມະດາ ຫລື​ຖືກ​ສັດປ່າ​ກັດ​ຕາຍ. ຂ້ານ້ອຍ​ບໍ່ເຄີຍ​ກິນ​ອາຫານ​ໃດໆ​ທີ່​ຖື​ວ່າ​ເປັນ​ມົນທິນ.”


ພວກ​ປະໂຣຫິດ​ບໍ່​ຕ້ອງ​ກິນ​ນົກ ຫລື​ສັດ​ໃດໆ​ທີ່​ຕາຍ​ເອງ ຫລື​ຖືກ​ສັດ​ອື່ນ​ກັດ​ຕາຍ.”


ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ຈະ​ທຳລາຍ​ພວກເຈົ້າ. ແລ້ວ​ຜູ້ໃດ​ແດ່​ຈະ​ຊ່ວຍ​ພວກເຈົ້າ​ໄດ້?


ລາວ​ຈະ​ຕ້ອງ​ບໍ່​ກິນ​ຊີ້ນ​ສັດ​ໃດໆ​ທີ່​ຕາຍ​ເອງ ຫລື​ຖືກ​ສັດປ່າ​ກັດ​ຕາຍ; ອາຫານ​ນັ້ນ​ຈະ​ເຮັດ​ໃຫ້​ລາວ​ເປັນ​ມົນທິນ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ເມື່ອ​ຊາຍ​ຄົນ​ໜຶ່ງ​ໄດ້​ເຮັດ​ບາບ ບໍ່​ວ່າ​ກໍລະນີ​ໃດໆ​ທີ່​ໄດ້​ກ່າວ​ມາ​ນີ້ ລາວ​ຕ້ອງ​ຈ່າຍ​ຄ່າ​ຊົດໃຊ້​ແທນຄືນ​ທຸກສິ່ງ​ທີ່​ຕົນ​ໄດ້​ມາ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ​ນັ້ນ. ລາວ​ຕ້ອງ​ຈ່າຍ​ແທນຄືນ​ໃຫ້​ເຈົ້າຂອງ​ເຕັມ​ຈຳນວນ ໃນ​ມື້​ທີ່​ເຫັນ​ວ່າ​ຕົນ​ເປັນ​ຜູ້​ຜິດ​ແລະ​ຕື່ມ​ອີກ​ຊາວ​ເປີເຊັນ.


ຍັງ​ດົນ​ປານໃດ​ວັນ​ຊະບາໂຕ​ຈະ​ໝົດ​ໄປ ເພື່ອ​ວ່າ​ພວກເຮົາ​ຈະ​ເລີ່ມ​ຂາຍ​ເຂົ້າ​ສາລີ​ໄດ້? ແລ້ວ​ພວກເຮົາ​ກໍ​ຈະ​ຄິດຄ່າ​ເກີນກວ່າ​ລາຄາ, ໃຊ້​ເຄື່ອງ​ຜອງ​ບໍ່​ຖືກຕ້ອງ ແລະ​ດັດແປງ​ຊິງ​ເພື່ອ​ສໍ້ໂກງ​ລູກຄ້າ​ຂອງ​ພວກເຮົາ.


“ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ໄດ້​ກະທຳ​ຫຍັງ​ແດ່​ໃຫ້​ແກ່​ພວກເຈົ້າ? ເຮົາ​ໄດ້​ວາງ​ພາລະໜັກ​ອັນໃດ​ແດ່​ໃຫ້​ແກ່​ພວກເຈົ້າ? ຈົ່ງ​ຕອບ​ເຮົາ​ມາເບິ່ງ.


“ເຮົາ​ຢາກ​ໃຫ້​ມີ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ອັດ​ປະຕູ​ພຣະວິຫານ​ໄວ້ ເພື່ອ​ປ້ອງກັນ​ບໍ່​ໃຫ້​ພວກເຈົ້າ​ເຂົ້າ​ໄປ​ໄຕ້​ໄຟ​ຢ່າງ​ບໍ່ມີ​ປະໂຫຍດ ທີ່​ເທິງ​ແທ່ນບູຊາ​ຂອງເຮົາ. ເຮົາ​ບໍ່​ພໍໃຈ​ນຳ​ພວກເຈົ້າ,” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ແລະ​ເຮົາ​ຈະ​ບໍ່​ຮັບ​ເຄື່ອງບູຊາ​ຂອງ​ພວກເຈົ້າ​ທີ່​ນຳ​ມາ​ຖວາຍ​ແກ່​ເຮົາ.


ຂໍ​ໃຫ້​ພຣະເຈົ້າຢາເວ​ທຳລາຍ​ລ້າງຜານ​ຜູ້​ທີ່​ກະທຳ​ເຊັ່ນນັ້ນ ໃຫ້​ໝົດ​ໄປ​ຈາກ​ຊຸມຊົນ​ອິດສະຣາເອນ ແລະ​ຢ່າ​ສູ່​ອະນຸຍາດ​ໃຫ້​ພວກເຂົາ​ເຂົ້າຮ່ວມ​ໃນ​ການຖວາຍບູຊາ ທີ່​ຊົນຊາດ​ຂອງ​ພວກເຮົາ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ມີ​ອີກ​ສິ່ງ​ໜຶ່ງ​ທີ່​ພວກເຈົ້າ​ຍັງ​ເຮັດ​ຢູ່. ພວກເຈົ້າ​ຮ້ອງໄຫ້​ແລະ​ຄວນຄາງ​ໃສ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ຍ້ອນ​ພຣະອົງ​ບໍ່​ຮັບ​ເຄື່ອງ​ຖວາຍບູຊາ ຊຶ່ງ​ພວກເຈົ້າ​ນຳ​ມາ​ນັ້ນ​ອີກ​ຕໍ່ໄປ.


“ເມື່ອ​ເຈົ້າ​ທັງຫລາຍ​ຖືສິນ​ອົດອາຫານ ຢ່າ​ເຮັດ​ສີ​ໜ້າ​ເສົ້າໝອງ​ເໝືອນ​ດັ່ງ​ຄົນ​ໜ້າຊື່​ໃຈຄົດ. ດ້ວຍວ່າ, ເຂົາ​ເຮັດ​ສີ​ໜ້າ​ເສົ້າໝອງ ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກ​ຕົນ​ຖືສິນ​ອົດອາຫານ. ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ.


“ເມື່ອ​ເຈົ້າ​ທັງຫລາຍ​ພາວັນນາ​ອະທິຖານ ຢ່າ​ເຮັດ​ເໝືອນ​ຄົນ​ໜ້າຊື່​ໃຈຄົດ ພວກເຂົາ​ມັກ​ຢືນ​ພາວັນນາ​ອະທິຖານ​ໃນ​ທຳມະສາລາ ແລະ​ຕາມ​ແຈ​ຖະໜົນ​ຫົນທາງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ.


ແຕ່​ຖ້າ​ສັດ​ນັ້ນ​ບໍ່​ປົກກະຕິ​ຄື​ເປັນ​ງ່ອຍ ຫລື​ຕາບອດ ຫລື​ພິການ ຢ່າ​ນຳ​ມາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງ​ເດັດຂາດ.


ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ເບິ່ງ​ເຄື່ອງບູຊາ​ແລະ​ເຄື່ອງຖວາຍ ທີ່​ເຮົາ​ຮຽກຮ້ອງ​ເອົາ​ນຳ​ປະຊາຊົນ​ນັ້ນ​ດ້ວຍ​ໃຈ​ໂລບມາກ. ເອລີ ເປັນຫຍັງ​ເຈົ້າ​ຈຶ່ງ​ໃຫ້ກຽດ​ພວກ​ລູກຊາຍ​ຂອງ​ເຈົ້າ​ຫລາຍກວ່າ​ເຮົາ? ໂດຍ​ປ່ອຍ​ໃຫ້​ພວກເຂົາ​ຕຸ້ຍພີ​ຂຶ້ນ ຍ້ອນ​ສ່ວນ​ດີທີ່ສຸດ​ຂອງ​ເຄື່ອງບູຊາ​ທັງໝົດ ຊຶ່ງ​ປະຊາຊົນ​ນຳ​ມາ​ຖວາຍ​ນັ້ນ?’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka