Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາລາກີ 1:12 - ພຣະຄຳພີສັກສິ

12 “ແຕ່​ພວກເຈົ້າ​ນັ້ນ​ໝິ່ນປະໝາດ​ເຮົາ ເມື່ອ​ພວກເຈົ້າ​ເວົ້າ​ວ່າ, ‘ແທ່ນບູຊາ​ຂອງເຮົາ​ໜ້າລັງກຽດ’ ແລະ​ເວລາ​ທີ່​ພວກເຈົ້າ​ຖວາຍ​ອາຫານ​ເປັນ​ມົນທິນ​ທີ່​ເທິງ​ແທ່ນ​ນັ້ນ.

Uka jalj uñjjattʼäta Copia luraña




ມາລາກີ 1:12
13 Jak'a apnaqawi uñst'ayäwi  

ແຕ່​ຍ້ອນ​ວ່າ​ທ່ານ​ໄດ້​ໝິ່ນປະໝາດ​ຕໍ່​ພຣະເຈົ້າຢາເວ ໂດຍ​ກະທຳ​ຢ່າງນີ້ ລູກ​ຂອງທ່ານ​ທີ່​ເກີດ​ມາ​ກໍ​ຈະ​ຕາຍ.”


ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ເຮັດ​ດ້ວຍ​ໄມ້ ສູງ​ໜຶ່ງ​ແມັດ​ເຄິ່ງ​ແລະ​ກວ້າງ​ໜຶ່ງ​ແມັດ. ເສົາ​ທີ່​ແຈ, ພື້ນຖານ, ກັບ​ຂອບ​ຂອງ​ແທ່ນ ລ້ວນແຕ່​ເຮັດ​ດ້ວຍ​ໄມ້​ທັງນັ້ນ. ຊາຍ​ຜູ້ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ນີ້​ແຫຼະ​ແມ່ນ​ໂຕະ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.”


ແມ່ນ​ພວກເຂົາ​ເທົ່ານັ້ນ ທີ່​ຈະ​ໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງເຮົາ, ຮັບໃຊ້​ທີ່​ແທ່ນບູຊາ​ຂອງເຮົາ ແລະ​ນຳພາ​ການ​ນະມັດສະການ​ໃນ​ພຣະວິຫານ.


ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ຈະ​ທຳລາຍ​ພວກເຈົ້າ. ແລ້ວ​ຜູ້ໃດ​ແດ່​ຈະ​ຊ່ວຍ​ພວກເຈົ້າ​ໄດ້?


ຢ່າ​ຖວາຍ​ລູກ​ຂອງ​ພວກເຈົ້າ ເປັນ​ເຄື່ອງມື​ໃນ​ການ​ຂາບໄຫວ້​ພະ​ໂມເລັກ ເພາະ​ມັນ​ນຳ​ຄວາມ​ເສື່ອມເສຍ​ມາ​ໃຫ້​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ເຈົ້າ, ເຮົາ​ແມ່ນ​ພຣະເຈົ້າຢາເວ.


ພວກເຂົາ​ຢຽບ​ຢໍ່າ ຜູ້​ທີ່​ອ່ອນແອ​ແລະ​ຜູ້​ຂາດ​ທີ່ເພິ່ງ ແລະ​ປະຕິເສດ​ຄຳຮ້ອງຂໍ​ຂອງ​ຄົນ​ຍາກຈົນ. ລູກຊາຍ​ກັບ​ພໍ່​ໄດ້​ນອນ​ນຳ​ສາວ​ທາດຮັບໃຊ້​ຜູ້​ດຽວກັນ; ດັ່ງນັ້ນ ຈຶ່ງ​ເປັນ​ການ​ດູໝິ່ນ​ປະໝາດ​ນາມ​ອັນ​ບໍຣິສຸດ​ຂອງເຮົາ.


ພວກເຈົ້າ​ເວົ້າ​ວ່າ, ‘ຊ່າງ​ອິດເມື່ອຍ​ຕໍ່​ການຖວາຍ​ນີ້​ແທ້ນໍ’ ແລະ​ພວກເຈົ້າ​ກໍ​ງຶກດັງ​ຂຶ້ນ​ປະໝາດ​ເຮົາ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ. “ແລະ​ເມື່ອ​ຖວາຍບູຊາ ພວກເຈົ້າ​ນຳ​ສັດ​ທີ່​ລັກ​ມາ ຫລື​ສັດ​ທີ່​ຂາ​ພິການ ຫລື​ສັດ​ທີ່​ເຈັບໂຊ​ມາ​ຖວາຍ. ພວກເຈົ້າ​ຄິດວ່າ​ເຮົາ​ຈະ​ຮັບ​ເອົາ​ສິ່ງນັ້ນ​ຫລື?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ແຕ່​ມາບັດນີ້ ບັນດາ​ປະໂຣຫິດ​ເອີຍ ພວກເຈົ້າ​ໄດ້​ຫັນໜ້າ​ໜີ​ຈາກ​ທາງ​ອັນ​ຊອບທຳ. ຄຳສັ່ງສອນ​ຂອງ​ພວກເຈົ້າ​ໄດ້​ພາ​ໃຫ້​ຫລາຍ​ຄົນ​ເຮັດ​ຜິດ. ພວກເຈົ້າ​ໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫລະ.


ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະນາມ​ຂອງ​ພຣະເຈົ້າ​ຖືກ​ໝິ່ນປະໝາດ​ໃນ​ທ່າມກາງ​ຄົນຕ່າງຊາດ ກໍ​ເພາະ​ເຈົ້າ​ທັງຫລາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka