Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາລາກີ 1:11 - ພຣະຄຳພີສັກສິ

11 ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ​ທົ່ວໂລກ ຈາກ​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ. ໃນ​ທຸກທີ່​ທຸກບ່ອນ​ມີ​ຄົນ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ນາມຊື່​ຂອງ​ເຮົາ ແລະ​ໄດ້ນຳ​ເຄື່ອງບູຊາ​ທີ່​ບໍຣິສຸດ​ມາຖວາຍ​ແກ່​ນາມຊື່​ຂອງ​ເຮົາ. ເພາະ​ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ມາລາກີ 1:11
65 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຊົງ​ຍິ່ງໃຫຍ່​ຫລາຍ ແລະ​ຄວນ​ເປັນ​ທີ່​ສັນລະເສີນ​ຢ່າງ​ສູງສົ່ງ; ພຣະອົງ​ຄວນ​ເປັນ​ທີ່​ຍົກຍໍ​ສັນລະເສີນ ໃຫ້ກຽດ​ສັກສີ​ກວ່າ​ພະອື່ນໆ​ທັງສິ້ນ.


ພຣະອົງ​ມາ​ປົດປ່ອຍ​ແລະ​ຕັ້ງ​ພັນທະສັນຍາ ອັນ​ຕະຫລອດໄປ​ໄວ້​ກັບ​ເຂົາເຈົ້າ. ພຣະນາມ​ຂອງ​ພຣະອົງ​ກໍ​ບໍຣິສຸດ ແລະ​ໜ້າຢຳເກງ.


ຈາກ​ທິດ​ຕາເວັນອອກ​ໄປ​ຫາ​ທິດ​ຕາເວັນຕົກ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ.


ພວກເຂົາ​ຈະ​ຮ້ອງເພງ​ເຖິງ​ກິດຈະການ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ກະທຳ ແລະ​ເຖິງ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ.


ຂໍ​ໃຫ້​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເຄື່ອງຫອມ​ບູຊາ ແລະ​ຍໍ​ມື​ຂຶ້ນ​ໄຫວ້ວອນ​ເປັນ​ດັ່ງ​ເຄື່ອງ​ຖວາຍບູຊາ​ໃນ​ຕອນແລງ​ເຖີດ.


ບົດເພງນີ້​ຈະ​ເຮັດ​ໃຫ້​ຊື່ສຽງ​ທ່ານ​ຍືນຍົງ​ຕໍ່ໄປ ທຸກຄົນ​ຈະ​ຍົກຍໍ​ຊົມເຊີຍ​ທ່ານ​ເທົ່າກາລະນານ​ພຸ້ນ.


ພຣະນາມ​ຂອງ​ພຣະອົງ​ດັງ​ໄປ​ສຸດປາຍ​ແຜ່ນດິນ​ໂລກ ຍ້ອນ​ຄົນ​ທຸກໆ​ບ່ອນ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ ພຣະອົງ​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ​ຍິ່ງ


ຂໍ​ໃຫ້​ປະຊາຊົນ​ຊາວ​ຊີໂອນ​ຈົ່ງ​ຊົມຊື່ນ​ຍິນດີ ເພາະ​ພຣະອົງ​ຕັດສິນ​ຢ່າງ​ຖືກຕ້ອງ ຂໍ​ໃຫ້​ເມືອງ​ຕ່າງໆ​ຂອງ​ຊາວ​ຢູດາ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ.


ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າຢາເວ​ກ່າວ​ຈາ ພຣະອົງ​ເອີ້ນ​ເອົາ​ຄົນ​ທົ່ວ​ທັງ​ໂລກາ​ຈາກ​ທິດ​ຕາເວັນອອກ ເຖິງ​ທິດ​ຕາເວັນຕົກ.


ພຣະອົງ​ເປັນ​ຜູ້​ຈັດ​ທຸກ​ສິ່ງ​ໃຫ້​ແກ່​ແຜ່ນດິນ ໂດຍ​ສົ່ງ​ນໍ້າ​ຝົນ​ໃຫ້​ຕົກ​ລົງ​ສູ່​ພິພົບ​ໂລກ ພຣະອົງ​ບັນດານ​ໃຫ້​ດິນແດນ​ອຸດົມ​ແລະ​ຮັ່ງມີ ໂດຍ​ມີ​ນໍ້າ​ລໍ່ລ້ຽງ​ປັດຖະພີ​ໃຫ້​ມີ​ຜົນລະປູກ.


ເພື່ອ​ທົ່ວ​ທັງ​ໂລກນີ້​ຈະ​ຮູ້ຈັກ​ພຣະປະສົງ ມະນຸດ​ຊາດ​ຈະ​ຮູ້​ວ່າ​ພຣະອົງ​ຊ່ວຍ​ໃຫ້​ພົ້ນ​ໄດ້.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ທຸກ​ຊົນຊາດ​ທີ່​ພຣະອົງ​ໄດ້​ສ້າງ​ຈະ​ກົ້ມຂາບ​ພຣະອົງ ພວກເຂົາ​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ ຖວາຍ​ສະຫງ່າຣາສີ​ແດ່​ພຣະນາມ​ຂອງ​ພຣະອົງ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ອັນ​ສູງສົ່ງ​ຂອງ​ພຣະເຈົ້າຢາເວ ຈົ່ງ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ທີ່​ເດີ່ນ​ວິຫານ​ເຖີດ.


ເມື່ອ​ເຖິງ​ວັນ​ນັ້ນ ປະຊາຊົນ​ຈະ​ຮ້ອງເພງ​ວ່າ, “ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ແລະ​ຈົ່ງ​ຮ້ອງ​ອອກ​ພຣະນາມ​ຂອງ​ພຣະອົງ ຈົ່ງ​ບອກ​ຊົນຊາດ​ທັງຫລາຍ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ຈົ່ງ​ບອກ​ໃຫ້​ພວກເຂົາ​ຮູ້ວ່າ​ພຣະນາມ​ຂອງ​ພຣະອົງ ເປັນທີ່​ຍົກຍ້ອງ​ຢ່າງສູງສຸດ


ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ເພາະ​ສິ່ງ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ກະທຳ ຈົ່ງ​ແຈ້ງ​ໃຫ້​ທົ່ວ​ທັງໂລກ​ໄດ້ຍິນ​ໄດ້​ຟັງ ເລື່ອງລາວ​ທັງຫລາຍ​ນີ້.


ພຣະເຈົ້າຢາເວ​ຈະ​ປາກົດ​ພຣະອົງເອງ​ໃຫ້​ຊາວ​ເອຢິບ​ໄດ້​ເຫັນ ແລ້ວ​ໃນວັນນັ້ນ​ພວກເຂົາ​ກໍ​ຈະ​ຮັບຮູ້​ພຣະເຈົ້າຢາເວ ແລະ​ນະມັດສະການ​ພຣະອົງ ທັງ​ຈະ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ແກ່​ພຣະອົງ​ດ້ວຍ. ພວກເຂົາ​ຈະ​ເຮັດ​ສັນຍາ​ສາບານຕົວ​ໄວ້​ກັບ​ພຣະເຈົ້າຢາເວ ແລະ​ກະທຳ​ໃຫ້​ສັນຍາ​ນັ້ນ​ສຳເລັດ​ແລ້ວ.


ພຣະນາມ​ຂອງ​ພຣະເຈົ້າຢາເວ​ເບິ່ງ​ເຫັນໄດ້​ແຕ່​ໄກ. ໄຟ​ແລະ​ຄວັນ​ຈະ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພຣະອົງ​ກ່າວ​ຈາ​ແລະ​ຖ້ອຍຄຳ​ນັ້ນ​ກໍ​ລຸກ​ໄໝ້​ຂຶ້ນ​ເປັນ​ໄຟ.


ເຮົາ​ເຮັດ​ສິ່ງ​ນີ້​ກໍ​ເພື່ອ​ວ່າ​ທຸກໆ​ຄົນ ຈາກ​ສົ້ນ​ໜຶ່ງ​ຫາ​ອີກ​ສົ້ນ​ໜຶ່ງ​ຂອງ​ແຜ່ນດິນ​ໂລກ ຈະ​ໄດ້​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ຮູ້​ວ່າ​ໃນ​ໂລກນີ້​ບໍ່ມີ​ພຣະເຈົ້າ​ອົງ​ອື່ນ​ອີກ.


ພຣະຜູ້​ສ້າງ​ຂອງເຈົ້າ​ຈະ​ເປັນ​ຄື​ຜົວ​ຂອງເຈົ້າ​ເດີ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ແມ່ນ​ພຣະນາມ​ຂອງ​ພຣະອົງ. ແລະ​ພຣະຜູ້ໄຖ່​ໃຫ້​ພົ້ນ​ຂອງເຈົ້າ​ຄື​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຊົງ​ປົກຄອງ​ທົ່ວ​ທັງ​ໂລກນີ້.


ຕັ້ງແຕ່​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ ທຸກຄົນ​ຈະ​ຢຳເກງ​ພຣະເຈົ້າຢາເວ​ແລະ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ. ພຣະເຈົ້າຢາເວ​ຈະ​ມາ​ດັ່ງ​ນໍ້າ​ຫ້ວຍ​ໄຫລເຊາະ​ແລະ​ດັ່ງ​ລົມພະຍຸ​ກ້າ.


ເຮົາ​ຮູ້ຈັກ ຄວາມຄິດ​ແລະ​ການກະທຳ​ຂອງ​ພວກເຂົາ. ເຮົາ​ກຳລັງ​ມາ ເພື່ອ​ເຕົ້າໂຮມ​ປະຊາຊົນ​ໃນ​ບັນດາ​ຊົນຊາດ​ທັງໝົດ. ເມື່ອ​ເຕົ້າໂຮມ​ແລ້ວ ພວກເຂົາ​ຈະ​ເຫັນ​ວ່າ​ເຮົາ​ມີ​ຣິດອຳນາດ​ກະທຳ​ສິ່ງໃດ​ໄດ້​ແດ່


ຂ້າແດ່​ພຣະເຈົ້າຢາເວ ບໍ່ມີ​ພຣະເຈົ້າ​ອື່ນໃດ​ແລ້ວ​ຄື​ພຣະອົງ ພຣະອົງ​ຊົງ​ຍິ່ງໃຫຍ່​ແລະ​ພຣະນາມ​ຂອງ​ພຣະອົງ​ກໍ​ຊົງ​ມີ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່.


ຜູ້ໃດ​ແດ່​ບໍ່​ຍ້ອງຍໍ​ໃຫ້ກຽດ? ກະສັດ​ທຸກ​ຊົນຊາດ​ເອີຍ ພຣະອົງ​ເປັນ​ຜູ້​ສົມຄວນ​ຈະ​ໄດ້​ຮັບ​ກຽດຕິຍົດ. ທ່າມກາງ​ພວກ​ນັກປາດ​ຂອງ​ຊົນຊາດ​ທັງຫລາຍ ໃນ​ບັນດາ​ກະສັດ​ຂອງ​ພວກເຂົາ​ບໍ່ມີ​ຜູ້ໃດ​ຄື​ພຣະອົງ​ໄດ້.


ການ​ທີ່​ພວກເຈົ້າ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່​ກໍ​ເປັນ​ການ​ຖືກຕ້ອງ​ແລ້ວ ທຸກໆ​ຊົນຊາດ​ກໍ​ຈະ​ຂໍ​ເຮົາ​ອວຍພອນ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ສັນລະເສີນ​ເຮົາ.”


ການ​ທີ່​ທ່ານ​ເຫັນ​ຫີນ​ໃຫຍ່​ກ້ອນ​ໜຶ່ງ ແຕກ​ອອກ​ມາ​ເອງ​ຈາກ​ໜ້າຜາ​ໂດຍ​ບໍ່ມີ​ຜູ້ໃດ​ເຮັດ​ນັ້ນ ກ້ອນຫີນ​ນັ້ນ​ໄດ້​ກະທົບ​ໃສ່​ກັບ​ຮູບ​ເຫຼັກ, ຮູບ​ທອງສຳຣິດ, ຮູບ​ດິນ, ຮູບ​ເງິນ​ແລະ​ຄຳ. ອັນ​ນີ້​ແມ່ນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ກຳລັງ​ບອກ​ໃຫ້​ພະຣາຊາ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ຂ້ານ້ອຍ​ໄດ້​ບອກ​ທ່ານ​ຖືກຕ້ອງ​ຕາມ​ທີ່​ທ່ານ​ໄດ້​ຝັນ ແລະ​ແກ້​ຄວາມຝັນ​ນັ້ນ​ແກ່​ທ່ານ​ຕາມ​ຄວາມຈິງ.”


ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ຈະ​ໄດ້​ຢຶດຄອງ​ອີກເທື່ອໜຶ່ງ ພວກ​ທີ່​ຍັງເຫລືອ​ຢູ່​ໃນ​ເອໂດມ ແລະ​ຊົນຊາດ​ອື່ນໆ​ທີ່​ເປັນ​ຝ່າຍ​ເຮົາ​ມາ​ກ່ອນ.” ພຣະເຈົ້າຢາເວ​ຜູ້​ເຮັດ​ໃຫ້​ສິ່ງ​ນີ້​ບັງເກີດ​ຂຶ້ນ​ກ່າວ​ດັ່ງນີ້ແຫລະ.


ເວລາ​ຜູ້ນັ້ນ​ມາ ເພິ່ນ​ຈະ​ປົກຄອງ​ປະຊາຊົນ​ຂອງ​ເພິ່ນ​ດ້ວຍ​ກຳລັງ ຊຶ່ງ​ມາ​ຈາກ​ພຣະເຈົ້າຢາເວ ແລະ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງຕົນ. ປະຊາຊົນ​ຂອງ​ພຣະອົງ​ຈະ​ຢູ່​ຢ່າງ​ປອດໄພ ເພາະ​ປະຊາຊົນ​ໝົດ​ທັງໂລກ​ຈະ​ຮັບຮູ້​ຄວາມ​ຍິ່ງໃຫຍ່​ຂອງເພິ່ນ


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ. ພຣະອົງ​ຈະ​ທຳລາຍ​ບັນດາ​ພະ​ໃນ​ແຜ່ນດິນ​ໂລກ ລົງ​ສູ່​ການ​ບໍ່ມີ​ປະໂຫຍດ ແລະ​ຕໍ່ໄປ ທຸກໆ​ຊົນຊາດ​ກໍ​ຈະ​ນະມັດສະການ​ພຣະອົງ​ໃນ​ດິນແດນ​ຂອງ​ຕົນເອງ.


ແລ້ວ​ເຮົາ​ກໍ​ຈະ​ປ່ຽນ​ສົບປາກ​ຂອງ​ບັນດາ​ຊົນຊາດ​ຕ່າງໆ​ໃຫ້​ເປັນ​ບໍຣິສຸດ ແລະ​ພວກເຂົາ​ທຸກຄົນ​ຈະ​ຮ້ອງ​ອອກ​ນາມຊື່​ຂອງ​ພຣະເຈົ້າຢາເວ ແລະ​ຮັບໃຊ້​ພຣະອົງ​ດ້ວຍ​ໃຈ​ອັນ​ດຽວກັນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ເຮົາ​ຈະ​ຊ່ວຍ​ເອົາ​ປະຊາຊົນ​ຂອງເຮົາ​ໃຫ້​ພົ້ນ​ຈາກ​ດິນແດນ​ທີ່​ພວກເຂົາ​ໄດ້​ຖືກ​ຈັບ​ໄປ​ນັ້ນ


“ຂໍ​ໃຫ້​ຄຳສາບແຊ່ງ​ຕົກ​ຖືກ​ຄົນ​ຂີ້ໂກງ ຜູ້​ຖວາຍ​ສັດ​ທີ່​ໜ້າຂີ້ດຽດ​ແກ່​ເຮົາ ເມື່ອ​ຢູ່​ໃນ​ຝູງ​ມີ​ສັດ​ໂຕດີ​ທີ່​ຕົນ​ໄດ້​ສັນຍາ​ວ່າ​ຈະ​ຖວາຍ​ໃຫ້​ແກ່​ອົງພຣະ​ຜູ້​ເປັນເຈົ້າ ດ້ວຍວ່າ, ເຮົາ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່ ແລະ​ນາມຊື່​ຂອງເຮົາ​ເປັນ​ທີ່​ຢຳເກງ​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ພຣະອົງ​ຈະ​ມາ​ຕັດສິນ​ເໝືອນ​ດັ່ງ​ຄົນ​ທີ່​ຫລອມ​ເງິນ ແລະ​ຊຳລະ​ມັນ​ໃຫ້​ບໍຣິສຸດ. ຊ່າງ​ໂລຫະ​ຫລອມ​ເງິນ​ແລະ​ຄຳ​ສັນໃດ ຜູ້​ແຈ້ງຂ່າວ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຈະ​ຊຳລະ​ບັນດາ​ປະໂຣຫິດ​ໃຫ້​ບໍຣິສຸດ​ສັນນັ້ນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນຳ​ເຄື່ອງ​ບູຊາ​ຊະນິດ​ທີ່​ຖືກຕ້ອງ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ເຫດສະນັ້ນ ພວກເຈົ້າ​ຈົ່ງ​ອອກ​ໄປ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ພຣະນາມ​ແຫ່ງ​ພຣະບິດາ, ພຣະບຸດ ແລະ ພຣະວິນຍານ​ບໍຣິສຸດເຈົ້າ


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຫລາຍ​ຄົນ​ຈະ​ມາ​ຈາກ​ທິດ​ຕາເວັນອອກ​ກັບ​ທິດ​ຕາເວັນຕົກ ແລະ​ນັ່ງ​ຮ່ວມ​ໂຕະ​ກັບ​ອັບຣາຮາມ, ອີຊາກ ແລະ ຢາໂຄບ ທີ່​ງານກິນລ້ຽງ​ໃນ​ອານາຈັກ​ສະຫວັນ.


ສ່ວນ​ປະຊາຊົນ​ຢູ່​ຂ້າງ​ນອກ ກໍ​ພາກັນ​ພາວັນນາ​ອະທິຖານ ໃນ​ເວລາ​ທີ່​ເຜົາ​ເຄື່ອງຫອມ​ຢູ່​ນັ້ນ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ເຫັນ​ແກ່​ພຣະ​ເມດຕາ​ກະລຸນາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຖວາຍ​ຕົວ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ອັນ​ມີ​ຊີວິດ ເປັນ​ອັນ​ບໍຣິສຸດ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ຊຶ່ງ​ເປັນ​ການ​ນະມັດສະການ​ໃຫ້​ສົມ​ກັບ​ຝ່າຍ​ວິນຍານ​ຂອງ​ເຈົ້າ​ທັງຫລາຍ.


ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ໄປ​ຍັງ​ຄົນຕ່າງຊາດ ແລະ​ເຮັດ​ໜ້າທີ່​ປະໂຣຫິດ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຈົ້າ ເພື່ອ​ວ່າ​ຄົນຕ່າງຊາດ​ຈະ​ເປັນ​ເຄື່ອງ​ບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ ຄື​ຊຳລະ​ໄວ້​ແລ້ວ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ​ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ​ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ​ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ເພື່ອ​ວ່າ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ​ຈາກ​ພວກເຈົ້າ ແລະ​ເພື່ອ​ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ກຽດຕິຍົດ​ເພາະ​ພຣະອົງ ໂດຍ​ພຣະຄຸນ​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ.


ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທຸກຄົນ​ຍົກ​ມື​ພາວັນນາ​ອະທິຖານ ດ້ວຍ​ຈິດໃຈ​ບໍຣິສຸດ​ຢູ່​ໃນ​ທຸກ​ແຫ່ງ ໂດຍ​ບໍ່ມີ​ໃຈ​ຄຽດຮ້າຍ​ແລະ​ການ​ຜິດຖຽງ​ກັນ.


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໃຜ​ໜໍ​ຈະ​ບໍ່​ຢຳເກງ​ພຣະອົງ ແລະ​ຈະ​ບໍ່​ຖວາຍ​ກຽດ​ແດ່​ພຣະນາມ​ຂອງ​ພຣະອົງ ເພາະ​ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ຜູ້​ບໍຣິສຸດ. ປະຊາຊາດ​ທັງປວງ​ຈະ​ມາ​ນະມັດສະການ ຕໍ່​ພຣະພັກ​ພຣະອົງ ເພາະ​ກິດຈະການ​ອັນ​ຍຸດຕິທຳ​ຂອງ​ພຣະອົງ ກໍ​ປາກົດ​ແຈ້ງ​ແລ້ວ.”


ເມື່ອ​ຮັບ​ເອົາ​ໜັງສື​ມ້ວນ​ນັ້ນ​ແລ້ວ ສິ່ງທີ່ມີ​ຊີວິດ​ທັງ​ສີ່​ພ້ອມ​ກັບ​ພວກ​ຜູ້​ອາວຸໂສ​ຊາວສີ່​ທ່ານ ກໍ​ກົ້ມ​ຂາບລົງ​ແທບ​ຕີນ​ພຣະ​ເມສານ້ອຍ​ນັ້ນ ແຕ່ລະຄົນ​ຖື​ພິນ​ແລະ​ຂັນ​ຄຳ​ທີ່​ເຕັມ​ດ້ວຍ​ເຄື່ອງຫອມ ຊຶ່ງ​ເປັນ​ຄຳ​ພາວັນນາ​ອະທິຖານ​ແຫ່ງ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka