ມາລາກີ 1:10 - ພຣະຄຳພີສັກສິ10 “ເຮົາຢາກໃຫ້ມີຜູ້ໜຶ່ງໃນພວກເຈົ້າອັດປະຕູພຣະວິຫານໄວ້ ເພື່ອປ້ອງກັນບໍ່ໃຫ້ພວກເຈົ້າເຂົ້າໄປໄຕ້ໄຟຢ່າງບໍ່ມີປະໂຫຍດ ທີ່ເທິງແທ່ນບູຊາຂອງເຮົາ. ເຮົາບໍ່ພໍໃຈນຳພວກເຈົ້າ,” ພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ແລະເຮົາຈະບໍ່ຮັບເຄື່ອງບູຊາຂອງພວກເຈົ້າທີ່ນຳມາຖວາຍແກ່ເຮົາ. Uka jalj uñjjattʼäta |
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”
ພວກເຈົ້າເວົ້າວ່າ, ‘ຊ່າງອິດເມື່ອຍຕໍ່ການຖວາຍນີ້ແທ້ນໍ’ ແລະພວກເຈົ້າກໍງຶກດັງຂຶ້ນປະໝາດເຮົາ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. “ແລະເມື່ອຖວາຍບູຊາ ພວກເຈົ້ານຳສັດທີ່ລັກມາ ຫລືສັດທີ່ຂາພິການ ຫລືສັດທີ່ເຈັບໂຊມາຖວາຍ. ພວກເຈົ້າຄິດວ່າເຮົາຈະຮັບເອົາສິ່ງນັ້ນຫລື?” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.