Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:7 - ພຣະຄຳພີສັກສິ

7 ເມື່ອ​ເຮໂຣດ ຜູ້​ປົກຄອງ​ໄດ້ຍິນ​ເຫດການ​ທັງໝົດ​ທີ່​ເກີດຂຶ້ນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ວິຕົກ​ກັງວົນ​ໃຈ ເພາະ​ບາງຄົນ​ເວົ້າ​ວ່າ, “ໂຢຮັນ​ບັບຕິສະໂຕ​ຄືນ​ມາ​ມີ​ຊີວິດ​ອີກ​ແລ້ວ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ຝ່າຍ​ເຮໂຣດ ຜູ້ປົກຄອງ​ແຂວງ​ໄດ້​ຍິນ​ເລື່ອງ​ທີ່​ເກີດ​ຂຶ້ນ​ທັງໝົດ ເພິ່ນ​ຈຶ່ງ​ກັງວົນໃຈ​ເພາະວ່າ​ບາງຄົນ​ກໍ​ເວົ້າ​ວ່າ​ໂຢຮັນ​ເປັນຄືນມາຈາກຕາຍ,

Uka jalj uñjjattʼäta Copia luraña




ລູກາ 9:7
13 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ຖືກ​ທຳລາຍ​ຖິ້ມ​ໃນ​ຊົ່ວອຶດ​ຫັນໃຈດຽວ ພວກເຂົາ​ໄດ້​ລົງ​ໄປ​ສູ່​ຈຸດຈົບ​ອັນ​ໜ້າຢ້ານ.


ຄາວນີ້​ແມ່ນ​ເວລາ​ທີ່​ອົນລະຫົນ​ວຸ້ນວາຍ, ພ່າຍແພ້ ແລະ​ສັບສົນ​ຢູ່​ໃນ​ຮ່ອມພູ​ນິມິດ​ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ນຳ​ມາ​ສູ່​ພວກເຮົາ. ກຳແພງ​ນະຄອນ​ຂອງ​ພວກເຮົາ​ກໍ​ຖືກ​ທຳລາຍ​ເພພັງ​ລົງ ແລະ​ສຽງ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ​ກໍ​ດັງ​ກ້ອງ​ໄປ​ທົ່ວ​ເນີນພູ.


ແມ່ນແຕ່​ຄົນດີ​ແລະ​ຄົນ​ສຸດຈະຣິດ​ກວ່າໝູ່​ໃນ​ພວກເຂົາ ກໍ​ເປັນ​ດັ່ງ​ກໍ​ໜາມ. ວັນ​ແຫ່ງ​ການລົງໂທດ​ຂອງ​ພວກເຈົ້າ​ມາເຖິງ​ແລ້ວ ຊຶ່ງ​ປະກາດ​ໂດຍ​ຜູ້ເຝົ້າຍາມ​ຄື​ຜູ້ທຳນວາຍ. ບັດນີ້ ພວກເຂົາ​ກຳລັງ​ສັບສົນ​ວຸ້ນວາຍ.


ໂຢຮັນ​ບັບຕິສະໂຕ​ຜູ້​ທີ່​ຖືກ​ຄຸກ​ຢູ່ ໄດ້ຍິນ​ຄົນ​ເວົ້າ​ເຖິງ​ກິດຈະການ​ທີ່​ພຣະຄຣິດ​ໄດ້​ເຮັດ ເພິ່ນ​ຈຶ່ງ​ໃຊ້​ລູກສິດ​ບາງຄົນ​ຂອງຕົນ​ໄປ.


ພວກ​ສາວົກ​ຈຶ່ງ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ​ທ່ານ​ແມ່ນ​ໂຢຮັນ​ບັບຕິສະໂຕ ແຕ່​ຄົນອື່ນ​ເວົ້າ​ວ່າ​ທ່ານ​ແມ່ນ​ເອລີຢາ ສ່ວນ​ຄົນອື່ນ​ອີກ​ເວົ້າ​ວ່າ ທ່ານ​ເປັນ​ຜູ້ໜຶ່ງ​ໃນ​ບັນດາ​ຜູ້ທຳນວາຍ.”


ໃນ​ເວລາ​ດຽວກັນ​ນັ້ນ ກໍ​ມີ​ພວກ​ຟາຣີຊາຍ​ບາງຄົນ​ໄດ້​ມາ​ເວົ້າ​ຕໍ່​ພຣະອົງ​ວ່າ, “ໃຫ້​ທ່ານ​ອອກ​ໜີໄປ​ຈາກ​ທີ່​ນີ້​ເສຍ ເພາະ​ກະສັດ​ເຮໂຣດ​ຢາກ​ປະຫານ​ຊີວິດ​ທ່ານ.”


“ຈະ​ມີ​ໝາຍສຳຄັນ​ໃນ​ດວງອາທິດ, ດວງຈັນ ແລະ​ດວງດາວ​ທັງປວງ ແລະ​ຈະ​ມີ​ຄວາມ​ທຸກຮ້ອນ​ເທິງ​ແຜ່ນດິນ​ໂລກ​ຕາມ​ປະເທດ​ຕ່າງໆ ຊຶ່ງ​ມີ​ຄວາມ​ສະຫງົນ​ສົນເທ ເພາະ​ສຽງ​ກ້ອງ​ອັນ​ໃຫຍ່ຫລວງ​ຂອງ​ທະເລ​ແລະ​ຟອງຄື້ນ.


ພໍ​ໄດ້​ຮູ້​ວ່າ ພຣະເຢຊູເຈົ້າ​ມາ​ຈາກ​ຂົງເຂດ​ທີ່​ເຮໂຣດ​ປົກຄອງ ເພິ່ນ​ຈຶ່ງ​ສົ່ງ​ພຣະອົງ​ໄປ​ຫາ​ເຮໂຣດ ຜູ້​ທີ່​ໃນ​ເວລາ​ນັ້ນ​ຍັງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.


ໃນ​ຣາຊການ​ປີ​ທີ​ສິບຫ້າ​ຂອງ​ຈັກກະພັດ​ຕີເບຣີໂອ, ປົນອີໂອ​ປີລາດ​ໄດ້​ເປັນ​ຜູ້​ປົກຄອງ​ແຂວງ​ຢູດາຍ, ເຮໂຣດ​ໄດ້​ເປັນ​ຜູ້​ປົກຄອງ​ແຂວງ​ຄາລີເລ ແລະ ຟີລິບ​ນ້ອງຊາຍ​ຂອງ​ເຮໂຣດ​ໄດ້​ເປັນ​ຜູ້​ປົກຄອງ​ເຂດແດນ​ອີຕູຣາຍ ແລະ ທາໂຄນິດ, ລີຊາເນຍ​ໄດ້​ເປັນ​ຜູ້​ປົກຄອງ​ແຂວງ​ອາບີເລັນ


ພວກເພິ່ນ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ ທ່ານ​ແມ່ນ​ໂຢຮັນ​ບັບຕິສະໂຕ ຄົນອື່ນ​ເວົ້າ​ວ່າ ທ່ານ​ແມ່ນ​ເອລີຢາ ສ່ວນ​ຄົນອື່ນໆ​ອີກ​ເວົ້າ​ວ່າ ທ່ານ​ແມ່ນ​ຜູ້ທຳນວາຍ​ຄົນ​ໜຶ່ງ ໃນ​ບັນດາ​ຜູ້ທຳນວາຍ​ແຕ່​ສະໄໝ​ບູຮານ ທີ່​ເປັນ​ຄືນ​ມາ​ສູ່​ຊີວິດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka