ລູກາ 9:51 - ພຣະຄຳພີສັກສິ51 ເມື່ອໃກ້ເວລາທີ່ພຣະເຢຊູເຈົ້າຈະຖືກຮັບຂຶ້ນສູ່ສະຫວັນແລ້ວ ພຣະອົງກໍຕັ້ງໃຈຢ່າງຄັກແນ່ທີ່ຈະໄປນະຄອນເຢຣູຊາເລັມ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່51 ເມື່ອໃກ້ເຖິງເວລາທີ່ພຣະອົງຈະຖືກຮັບຂຶ້ນສູ່ສະຫວັນແລ້ວ, ພຣະເຢຊູເຈົ້າຕັ້ງໃຈຈະໄປທີ່ເຢຣູຊາເລັມ Uka jalj uñjjattʼäta |
ບັດນີ້ ຂ້ານ້ອຍຈະບໍ່ຢູ່ໃນໂລກນີ້ຕໍ່ໄປອີກແລ້ວ ແຕ່ພວກເຂົາຍັງຈະຢູ່ໃນໂລກນີ້ ດຽວນີ້ຂ້ານ້ອຍໃກ້ຈະເມືອຫາພຣະອົງ. ໂອ ພຣະບິດາເຈົ້າຜູ້ບໍຣິສຸດເອີຍ ຂໍໂຜດພິທັກຮັກສາພວກເຂົາໄວ້ໂດຍຣິດອຳນາດແຫ່ງພຣະນາມຂອງພຣະອົງ ຄືພຣະນາມທີ່ພຣະອົງໄດ້ໃຫ້ແກ່ຂ້ານ້ອຍນັ້ນ ເພື່ອວ່າພວກເຂົາຈະໄດ້ເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງພຣະອົງກັບຂ້ານ້ອຍເປັນອັນໜຶ່ງອັນດຽວກັນ.
ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ.
ຈົ່ງປັກຕາເບິ່ງພຣະເຢຊູເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ. ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ ພຣະອົງຊົງຖືວ່າຄວາມລະອາຍນັ້ນບໍ່ເປັນສິ່ງສຳຄັນ ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ.