Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:5 - ພຣະຄຳພີສັກສິ

5 ເມືອງ​ໃດ ທີ່​ບໍ່​ຕ້ອນຮັບ​ພວກເຈົ້າ ຈົ່ງ​ໜີ​ຈາກ​ເມືອງ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກເຈົ້າ​ອອກ ເພື່ອ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ຖ້າ​ປະຊາຊົນ​ບໍ່​ຕ້ອນຮັບ​ພວກເຈົ້າ, ຈົ່ງ​ອອກ​ຈາກ​ເມືອງ​ຂອງ​ພວກເຂົາ​ໄປ ແລະ ຈົ່ງ​ສັ່ນ​ຂີ້ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ພວກເຈົ້າ​ເພື່ອ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ”.

Uka jalj uñjjattʼäta Copia luraña




ລູກາ 9:5
13 Jak'a apnaqawi uñst'ayäwi  

ແລ້ວ​ຂ້າພະເຈົ້າ​ກໍ​ແກ້​ຜ້າ​ຄຽນແອວ ອອກ​ສັ່ນ​ໄປມາ. ຂ້າພະເຈົ້າ​ໄດ້​ເວົ້າ​ວ່າ, “ພຣະເຈົ້າ​ຈະ​ສັ່ນ​ພວກທ່ານ ຜູ້​ທີ່​ບໍ່​ຮັກສາ​ຄຳສັນຍາ​ຂອງຕົນ​ດັ່ງນີ້ແຫລະ. ພຣະອົງ​ຈະ​ເອົາ​ເຮືອນ​ກັບ​ທຸກໆ​ສິ່ງ ທີ່​ພວກທ່ານ​ມີ​ນັ້ນ​ໜີໄປ​ໝົດ ໂດຍ​ບໍ່​ໃຫ້​ເຫຼືອ​ຫຍັງ​ໄວ້​ເລີຍ.” ທຸກຄົນ​ທີ່​ມີ​ໜ້າ​ຢູ່​ໃນ​ທີ່ນັ້ນ​ຕ່າງ​ກໍ​ເວົ້າ​ວ່າ, “ອາແມນ” ແລະ​ພວກເຂົາ​ໄດ້​ພາກັນ​ສັນລະເສີນ​ພຣະເຈົ້າຢາເວ. ແລ້ວ​ພວກຜູ້ນຳ​ກໍໄດ້​ຮັກສາ​ຄຳສັນຍາ​ທີ່​ພວກຕົນ​ໄດ້​ເຮັດ​ໄວ້​ນັ້ນ.


ພວກເຈົ້າ​ຈະ​ຖືກ​ລາກ​ດຶງ​ນຳ​ຕົວ​ຂຶ້ນ​ໄປ​ຢູ່​ຕໍ່ໜ້າ​ບັນດາ​ຜູ້​ມີ​ອຳນາດ ແລະ​ບັນດາ​ກະສັດ ເພາະ​ເຫັນ​ແກ່​ເຮົາ ເພື່ອ​ຈະ​ບອກ​ຂ່າວປະເສີດ​ແກ່​ພວກເຂົາ ແລະ​ແກ່​ຄົນ​ທີ່​ບໍ່​ເຊື່ອ​ເໝືອນກັນ.


ຖ້າ​ບ່ອນ​ໃດ​ບໍ່​ຕ້ອນຮັບ​ພວກເຈົ້າ ຈົ່ງ​ໄປ​ຈາກ​ບ່ອນ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕີນ​ຂອງ​ພວກເຈົ້າ​ອອກ.”


“ຖ້າ​ຜູ້ໃດ​ກໍຕາມ ທີ່​ຕ້ອນຮັບ​ເດັກນ້ອຍ​ຄົນ​ໜຶ່ງ​ຢ່າງ​ນີ້ ໄວ້​ໃນ​ນາມ​ຂອງເຮົາ ຜູ້ນັ້ນ​ກໍ​ຕ້ອນຮັບ​ເຮົາ ແລະ​ຜູ້ໃດ​ທີ່​ຕ້ອນຮັບ​ເຮົາ ຜູ້ນັ້ນ​ກໍ​ບໍ່ໄດ້​ຕ້ອນຮັບ​ເຮົາ​ເທົ່ານັ້ນ ແຕ່​ຍັງ​ຕ້ອນຮັບ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ.”


“ຜູ້ໃດ​ທີ່​ຟັງ​ພວກເຈົ້າ ກໍໄດ້​ຟັງ​ເຮົາ ຜູ້ໃດ​ທີ່​ບໍ່​ຍອມ​ຮັບ​ພວກເຈົ້າ ກໍ​ບໍ່​ຍອມ​ຮັບ​ເຮົາ ແລະ​ທັງ​ບໍ່​ຍອມ​ຮັບ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ດ້ວຍ.”


ແລ້ວ​ພຣະເຢຊູເຈົ້າ ກໍ​ສັ່ງ​ລາວ​ວ່າ, “ຢ່າ​ເວົ້າ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ ແຕ່​ຈົ່ງ​ໄປ​ສະແດງ​ຕົວ​ຕໍ່​ປະໂຣຫິດ ໃຫ້​ເພິ່ນ​ກວດເບິ່ງ​ເຈົ້າ ແລະ​ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້ ເພື່ອ​ພິສູດ​ໃຫ້​ທຸກຄົນ​ເຫັນ​ວ່າ ເຈົ້າ​ດີ​ສະອາດ​ແລ້ວ.”


ເຮືອນ​ໃດ​ທີ່​ຕ້ອນຮັບ​ພວກເຈົ້າ ຈົ່ງ​ຢູ່​ໃນ​ເຮືອນ​ນັ້ນ ຈົນກວ່າ​ພວກເຈົ້າ​ຈາກ​ໄປ,


ແລ້ວ​ພຣະອົງ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຜູ້ໃດ​ທີ່​ຕ້ອນຮັບ​ເດັກນ້ອຍ​ຄົນ​ນີ້ ໃນ​ນາມ​ຂອງເຮົາ ຜູ້ນັ້ນ​ກໍ​ຕ້ອນຮັບ​ເຮົາ ແລະ​ຜູ້​ທີ່​ຕ້ອນຮັບ​ເຮົາ ກໍ​ຕ້ອນຮັບ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ ເພາະວ່າ ຜູ້ໃດ​ທີ່​ເປັນ​ນ້ອຍ​ກວ່າ​ໝູ່​ໃນ​ພວກເຈົ້າ ຜູ້ນັ້ນ​ແຫຼະ ເປັນ​ຜູ້​ໃຫຍ່.”


ສ່ວນ​ໂປໂລ​ກັບ​ບາຣະນາບາ​ກໍ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກ​ຕົນ​ອອກ ເພື່ອ​ເປັນ​ສັນຍານ​ແຫ່ງ​ການ​ຄັດຄ້ານ​ຕໍ່ສູ້​ພວກເຂົາ ແລ້ວ​ທ່ານ​ທັງສອງ​ກໍ​ເດີນທາງ​ໄປ​ທີ່​ເມືອງ​ອີໂກນີອົມ.


ແຕ່​ເມື່ອ​ພວກ​ເຫຼົ່ານັ້ນ​ຂັດຂວາງ ແລະ​ກ່າວ​ຄຳ​ຫຍາບຊ້າ ໂປໂລ​ຈຶ່ງ​ສັ່ນ​ເສື້ອຜ້າ​ຕໍ່ສູ້​ພວກເຂົາ ແລ້ວ​ເວົ້າ​ວ່າ, “ຂໍ​ໃຫ້​ໂທດ​ຂອງ​ພວກເຈົ້າ​ຕົກ​ໃສ່​ຫົວ​ຂອງ​ພວກເຈົ້າ​ເອງ ຝ່າຍ​ເຮົາ, ເຮົາ​ບໍ່ມີ​ໂທດ ຕັ້ງແຕ່​ນີ້​ໄປ ເຮົາ​ຈະ​ໄປ​ຫາ​ພວກ​ຕ່າງຊາດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka