Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:44 - ພຣະຄຳພີສັກສິ

44 “ຈົ່ງ​ຈົດຈຳ​ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ພວກເຈົ້າ​ນີ້​ໃຫ້​ດີ ບຸດ​ມະນຸດ​ຈະ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ຄົນ​ທັງຫລາຍ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

44 “ຈົ່ງ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ບອກ​ພວກເຈົ້າ​ໃຫ້​ດີ​ຄື: ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ”.

Uka jalj uñjjattʼäta Copia luraña




ລູກາ 9:44
26 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ຕອບ​ລາວ​ວ່າ, “ເຮົາ​ຕົກ​ຢູ່​ໃນ​ສະພາບ​ຈົນຕາແຈ​ແທ້ໆ, ແຕ່​ເຮົາ​ບໍ່​ຕ້ອງການ​ໃຫ້​ມະນຸດ​ລົງໂທດ​ເຮົາ. ໃຫ້​ພຣະເຈົ້າຢາເວ​ລົງໂທດ​ເຮົາ​ສາ ເພາະ​ພຣະອົງ​ມີ​ໃຈ​ເມດຕາ.”


ຕັ້ງແຕ່​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ເລີ່ມ​ອະທິບາຍ​ໃຫ້​ພວກ​ສາວົກ​ຟັງ ໂດຍ​ກ່າວ​ວ່າ, “ເຮົາ​ຈຳເປັນ​ຕ້ອງ​ໄປ​ນະຄອນ​ເຢຣູຊາເລັມ ແລະ​ຕ້ອງ​ຮັບ​ຄວາມ​ທົນທຸກ​ທໍລະມານ​ຢ່າງ​ໜັກ​ຈາກ​ພວກ​ເຖົ້າແກ່ ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ, ເຮົາ​ຈະ​ຖືກ​ຂ້າ ແຕ່​ໃນ​ວັນ​ຖ້ວນ​ສາມ​ເຮົາ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ​ສູ່​ຊີວິດ.”


“ພວກເຈົ້າ​ຮູ້​ຢູ່​ແລ້ວ ຍັງ​ອີກ​ສອງ​ວັນ​ຈະ​ແມ່ນ​ເທດສະການ​ປັດສະຄາ ແລະ​ບຸດ​ມະນຸດ​ຈະ​ຖືກ​ມອບ​ໃຫ້​ພວກເຂົາ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.”


ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ຕັ້ງຕົ້ນ​ສັ່ງສອນ​ພວກ​ສາວົກ ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ພຣະອົງ​ວ່າ, “ບຸດ​ມະນຸດ​ຈະ​ຕ້ອງ​ຖືກ​ທົນທຸກ​ທໍລະມານ​ຫລາຍ​ປະການ, ພວກ​ເຖົ້າແກ່ ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ທຳມະຈານ​ຈະ​ບໍ່​ຍອມ​ຮັບ​ເພິ່ນ ແລະ​ຈະ​ຂ້າ​ເພິ່ນ​ເສຍ, ແຕ່​ໃນ​ວັນ​ຖ້ວນ​ສາມ​ເພິ່ນ​ຈະ​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ.”


ເພາະ​ພຣະອົງ​ກຳລັງ​ສັ່ງສອນ​ພວກ​ສາວົກ​ຢູ່ ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ບຸດ​ມະນຸດ​ກຳລັງ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ຄົນ​ທັງຫລາຍ ແລະ​ເຂົາ​ຈະ​ຂ້າ​ເພິ່ນ, ແຕ່​ຫລັງຈາກ​ຖືກ​ຂ້າ​ແລ້ວ​ໄດ້​ສາມ​ວັນ ເພິ່ນ​ຈະ​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ​ສູ່​ຊີວິດ.”


ເມື່ອ​ທຸກຄົນ​ໄດ້ຍິນ​ຂ່າວ​ເຫຼົ່ານັ້ນ ຕ່າງ​ກໍ​ພິຈາລະນາ​ໃນ​ໃຈ ແລະ​ຖາມ​ກັນ​ວ່າ, “ເດັກ​ນີ້​ຈະ​ເປັນ​ຢ່າງ​ໃດ​ນໍ? ເພາະ​ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ ຣິດເດດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ສະຖິດ​ຢູ່​ນຳ​ເດັກ​ຄົນ​ນີ້.”


ແລ້ວ​ພຣະເຢຊູເຈົ້າ​ໄດ້​ພາ​ສາວົກ​ສິບສອງ​ຄົນ ຍ່າງ​ຫລີກ​ອອກ​ໄປ​ຂ້າງ​ທາງ ແລະ​ໄດ້​ກ່າວ​ແກ່​ພວກເພິ່ນ​ວ່າ, “ເບິ່ງແມ! ພວກເຮົາ​ກຳລັງ​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ສິ່ງສາລະພັດ ຊຶ່ງ​ບັນດາ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້ ເຖິງ​ບຸດ​ມະນຸດ​ນັ້ນ​ຈະ​ສຳເລັດ.


ຝ່າຍ​ມາຣີ​ກໍ​ຈົດຈຳ​ເລື່ອງ​ເຫຼົ່ານີ້​ທັງໝົດ​ໄວ້ ແລະ​ຄິດ​ຮໍ່າເພີງ​ຢູ່​ໃນ​ໃຈ.


ແລ້ວ​ພຣະ​ກຸມມານ​ເຢຊູ ຈຶ່ງ​ລົງ​ເມືອ​ກັບ​ພວກເພິ່ນ​ສູ່​ເມືອງ​ນາຊາເຣັດ ແລະ​ອ່ອນນ້ອມ​ຍອມ​ຟັງ​ພວກເພິ່ນ ຝ່າຍ​ແມ່​ກໍ​ເກັບ​ກຳ​ເລື່ອງ​ທັງໝົດ​ນີ້​ໄວ້​ໃນ​ໃຈ.


ແລ້ວ​ພຣະອົງ​ກໍໄດ້​ກ່າວ​ແກ່​ພວກເພິ່ນ​ວ່າ, “ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ ຄື​ທຸກສິ່ງ​ທີ່​ໄດ້​ມີ​ຂຽນ​ໄວ້​ເຖິງ​ເຮົາ​ໃນ​ໜັງສື​ກົດບັນຍັດ​ຂອງ​ໂມເຊ, ໃນ​ໜັງສື​ຂອງ​ພວກ​ຜູ້ທຳນວາຍ ແລະ​ໃນ​ໜັງສື​ເພງ​ສັນລະເສີນ ຈຳເປັນ​ຕ້ອງ​ສຳເລັດ​ເປັນຈິງ​ຕາມ​ນັ້ນ.”


ແລະ ກ່າວ​ຕື່ມ​ວ່າ, “ບຸດ​ມະນຸດ​ຕ້ອງ​ທົນທຸກ​ທໍລະມານ​ຢ່າງ​ໜັກ​ຫລາຍ​ປະການ ບັນດາ​ເຖົ້າແກ່ ບັນດາ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ທຳມະຈານ​ຈະ​ບໍ່​ຍອມ​ຮັບ​ທ່ານ, ທ່ານ​ຈະ​ຖືກ​ຂ້າ, ແຕ່​ໃນ​ວັນ​ຖ້ວນ​ສາມ ທ່ານ​ຈະ​ຖືກ​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ.”


ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ດຽວ​ນີ້​ພວກເຈົ້າ​ເຊື່ອ​ແລ້ວ​ບໍ?


ແຕ່​ເຮົາ​ໄດ້​ບອກ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້ ພວກເຈົ້າ​ຈະ​ສຳນຶກ​ໄດ້​ວ່າ ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ.” “ເຮົາ​ບໍ່ໄດ້​ບອກ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ​ຕັ້ງແຕ່​ຕົ້ນ ເພາະວ່າ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່ມີ​ສິດ​ອຳນາດ​ເໜືອ​ເຮົາ​ຈັກ​ປະການ ນອກຈາກ​ອຳນາດ​ນັ້ນ​ຈະ​ປະທານ​ແຕ່​ເບື້ອງ​ເທິງ​ໃຫ້​ແກ່​ເຈົ້າ ເຫດສະນັ້ນ ຜູ້​ທີ່​ມອບ​ເຮົາ​ໄວ້​ກັບ​ເຈົ້າ ກໍ​ມີ​ຄວາມ​ຜິດບາບ​ຫລາຍກວ່າ​ເຈົ້າ.”


ໂດຍ​ສອດຄ່ອງ​ກັບ​ແຜນການ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ໄດ້​ກຳນົດ​ຄາດໝາຍ​ໄວ້​ລ່ວງໜ້າ​ກ່ອນ​ແລ້ວ​ວ່າ ພຣະເຢຊູເຈົ້າ​ຈຳຕ້ອງ​ຖືກ​ມອບ​ໃຫ້​ພວກທ່ານ ແລະ​ພວກທ່ານ​ໄດ້​ມອບ​ໃຫ້​ບັນດາ​ຄົນ​ນອກ​ສາສະໜາ ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ ແລະ​ປະຫານ​ຊີວິດ​ເສຍ.


ເພາະສະນັ້ນ ພວກເຮົາ​ຈຶ່ງ​ຕ້ອງ​ໃຫ້​ຄວາມ​ສົນໃຈ​ຫລາຍ​ຍິ່ງ​ຂຶ້ນ​ໃນ​ຂໍ້​ຄວາມຈິງ ຊຶ່ງ​ພວກເຮົາ​ໄດ້ຍິນ​ໄດ້​ຟັງ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ຖືກ​ລໍ້ລວງ​ໃຫ້​ຫລົງ​ເສຍ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka