Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:43 - ພຣະຄຳພີສັກສິ

43 ປະຊາຊົນ​ທັງໝົດ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ​ຫລາຍ ໃນ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ. ຂະນະທີ່​ປະຊາຊົນ​ຍັງ​ປະຫລາດ​ໃຈ​ນຳ​ທຸກສິ່ງ ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ນັ້ນ ພຣະອົງ​ກໍ​ກ່າວ​ແກ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

43 ພວກເຂົາ​ທັງຫລາຍ​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ. ໃນ​ຂະນະ​ທີ່​ທຸກຄົນ​ຍັງ​ປະຫລາດໃຈ​ໃນ​ທຸກສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ຢູ່​ນັ້ນ, ພຣະອົງ​ກໍ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ,

Uka jalj uñjjattʼäta Copia luraña




ລູກາ 9:43
14 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ເປັນ​ທີ່​ຢ້ານຢຳ ທຸກສິ່ງ​ທີ່​ພຣະອົງ​ຊົງ​ກະທຳ​ນັ້ນ​ປະຫລາດ​ໃຈ​ແທ້ໆ ແລະ​ຊ່າງ​ເປັນ​ໜ້າອັດສະຈັນໃຈ​ຢ່າງ​ຍິ່ງໃຫຍ່ ຂ້ານ້ອຍ​ຮູ້​ເຖິງ​ທຸກ​ກິດຈະການ​ນັ້ນ​ຢູ່​ເຕັມໃຈ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ເລື່ອງ​ນີ້​ເບິ່ງ​ຄື​ເປັນ​ໄປ​ບໍ່ໄດ້​ສຳລັບ​ປະຊາຊົນ​ອິດສະຣາເອນ ທີ່​ລອດຊີວິດ​ຢູ່​ໃນ​ເວລາ​ນີ້ ແຕ່​ສຳລັບ​ເຮົາ​ແລ້ວ ທຸກຢ່າງ​ກໍ​ເປັນໄປ​ໄດ້. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ເມື່ອ​ພວກ​ສາວົກ​ຂອງ​ພຣະອົງ​ມາ​ໂຮມ​ກັນ​ຢູ່​ແຂວງ​ຄາລີເລ, ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ,


ແລ້ວ​ພຣະອົງ​ກໍ​ຂຶ້ນ​ໄປ​ໃນ​ເຮືອ​ຫາ​ພວກເພິ່ນ ແລະ​ລົມ​ກໍ​ງຽບ​ລົງ ພວກ​ສາວົກ​ເຕັມ​ໄປ​ດ້ວຍ​ຄວາມ​ປະຫລາດ​ອັດສະຈັນ​ໃຈ​ເຫຼືອ​ເກີນ


ໃນ​ທັນໃດນັ້ນ ລາວ​ກໍໄດ້​ເຫັນຮຸ່ງ ແລະ​ຕິດຕາມ​ພຣະເຢຊູເຈົ້າ​ໄປ ທັງ​ສັນລະເສີນ​ຖວາຍ​ກຽດ​ແດ່​ພຣະເຈົ້າ ເມື່ອ​ປະຊາຊົນ​ເຫັນ​ເຫດການ​ນີ້​ແລ້ວ ທຸກຄົນ​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ.


ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ກັນ​ວ່າ, “ຄຳ​ເວົ້າ​ນີ້​ເປັນ​ຢ່າງ​ໃດ​ໜໍ ເພາະວ່າ​ເພິ່ນ​ໄດ້​ສັ່ງ​ຜີຊົ່ວຮ້າຍ​ເຫຼົ່ານີ້​ດ້ວຍ​ອຳນາດ​ແລະ​ຣິດເດດ ແລ້ວ​ພວກ​ມັນ​ກໍ​ອອກ​ໜີໄປ.”


ພວກເຂົາ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ​ຫລາຍ​ທີ່ສຸດ ແລະ​ກ່າວ​ສັນລະເສີນ​ພຣະເຈົ້າ. ດ້ວຍ​ຄວາມ​ຢ້ານ​ຢ່າງ​ເຕັມທີ່​ຢູ່​ນັ້ນ ພວກເຂົາ​ກໍ​ເວົ້າ​ວ່າ, “ວັນ​ນີ້ ພວກເຮົາ​ໄດ້​ເຫັນ​ສິ່ງ​ທີ່​ເຫລືອເຊື່ອ.”


ເປໂຕ​ກັບ​ໝູ່​ເພື່ອນ​ຄົນອື່ນໆ​ຂອງ​ເພິ່ນ ທີ່​ຢູ່​ນຳ​ກັນ​ໄດ້​ງຶດ​ປະຫລາດ​ໃຈ ທີ່​ພວກເພິ່ນ​ຈັບ​ປາ​ໄດ້​ຢ່າງ​ຫລວງຫລາຍ​ເຊັ່ນ​ນີ້.


ແລ້ວ​ພຣະອົງ​ກໍ​ຖາມ​ພວກ​ສາວົກ​ວ່າ, “ຄວາມເຊື່ອ​ຂອງ​ພວກເຈົ້າ​ໄປ​ໃສ​ໝົດ?” ແຕ່​ພວກເພິ່ນ​ງຶດ​ປະຫລາດ​ໃຈ​ແລະ​ຢ້ານ ຈຶ່ງ​ຖາມ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ໜໍ? ທີ່​ສັ່ງ​ລົມ​ກັບ​ຟອງນໍ້າ ແລະ​ພວກ​ມັນ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ.”


ຂະນະທີ່​ເດັກ​ກຳລັງ​ມາ​ນັ້ນ ຜີມານຮ້າຍ​ກໍໄດ້​ເຮັດ​ໃຫ້​ເດັກ​ລົ້ມ​ລົງ​ກັບ​ພື້ນດິນ ຊັກດີ້ນ​ກິ້ງ​ເກືອກ​ໄປມາ, ແຕ່​ພຣະເຢຊູເຈົ້າ​ໄດ້​ໃຫ້​ຄຳສັ່ງ​ຊຳລະ​ຜີຊົ່ວຮ້າຍ​ນັ້ນ ແລະ​ຊົງ​ໂຜດ​ເດັກນ້ອຍ​ໃຫ້​ຫາຍ​ດີ ແລ້ວ​ມອບ​ຄືນ​ໃຫ້​ແກ່​ພໍ່​ຂອງ​ເດັກ​ນັ້ນ.


ເພາະ​ເມື່ອ​ເຮົາ​ໄດ້​ປະກາດ​ໃຫ້​ເຈົ້າ​ທັງຫລາຍ​ຮູ້​ເຖິງ​ຣິດເດດ ແລະ​ການ​ສະເດັດ​ມາ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ພວກເຮົາ​ບໍ່ໄດ້​ກ່າວ​ຕາມ​ນິຍາຍ​ທີ່​ເຂົາ​ແຕ່ງ​ຂຶ້ນ​ດ້ວຍ​ຄວາມ​ສະຫລາດ ແຕ່​ພວກເຮົາ​ເປັນ​ພະຍານ​ຜູ້​ຮູ້​ເຫັນ​ເດຊານຸພາບ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka