Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:42 - ພຣະຄຳພີສັກສິ

42 ຂະນະທີ່​ເດັກ​ກຳລັງ​ມາ​ນັ້ນ ຜີມານຮ້າຍ​ກໍໄດ້​ເຮັດ​ໃຫ້​ເດັກ​ລົ້ມ​ລົງ​ກັບ​ພື້ນດິນ ຊັກດີ້ນ​ກິ້ງ​ເກືອກ​ໄປມາ, ແຕ່​ພຣະເຢຊູເຈົ້າ​ໄດ້​ໃຫ້​ຄຳສັ່ງ​ຊຳລະ​ຜີຊົ່ວຮ້າຍ​ນັ້ນ ແລະ​ຊົງ​ໂຜດ​ເດັກນ້ອຍ​ໃຫ້​ຫາຍ​ດີ ແລ້ວ​ມອບ​ຄືນ​ໃຫ້​ແກ່​ພໍ່​ຂອງ​ເດັກ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

42 ແມ່ນ​ແຕ່​ໃນ​ຂະນະ​ທີ່​ເດັກນ້ອຍ​ນັ້ນ​ກຳລັງ​ມາ ວິນຍານສົກກະປົກ​ໄດ້​ເຮັດ​ໃຫ້​ເດັກນ້ອຍ​ນັ້ນ​ລົ້ມ​ຊັກດິ້ນ​ລົງ​ພື້ນດິນ​ກິ້ງເກືອກ​ໄປ​ມາ. ແຕ່​ພຣະເຢຊູເຈົ້າ​ສັ່ງ​ວິນຍານສົກກະປົກ​ນັ້ນ​ໃຫ້​ອອກ​ໄປ ແລະ ຮັກສາ​ເດັກນ້ອຍ​ຄົນ​ນັ້ນ​ໃຫ້​ຫາຍດີ ແລ້ວ​ສົ່ງ​ຄືນ​ໃຫ້​ພໍ່​ຂອງ​ລາວ.

Uka jalj uñjjattʼäta Copia luraña




ລູກາ 9:42
12 Jak'a apnaqawi uñst'ayäwi  

ເອລີຢາ​ນຳ​ເອົາ​ເດັກນ້ອຍ​ລົງ​ມາ​ຫາ​ແມ່​ຂອງ​ລາວ​ທີ່​ຊັ້ນລຸ່ມ ແລະ​ເວົ້າ​ວ່າ, “ນີ້ເດ ລູກຊາຍ​ຂອງ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່.”


ເອລີຊາ​ໄດ້​ບອກ​ເກຮາຊິ​ໃຫ້​ໄປ​ເອີ້ນ​ແມ່​ຂອງ​ເດັກ. ເມື່ອ​ນາງ​ເຂົ້າ​ມາ ເພິ່ນ​ຈຶ່ງ​ກ່າວ​ແກ່​ນາງ​ວ່າ, “ນີ້ເດ ລູກຊາຍ​ຂອງ​ເຈົ້າ.”


ພວກເຂົາ​ກໍໄດ້​ພາ​ເດັກນ້ອຍ​ມາ​ຫາ​ພຣະອົງ. ພໍ​ຜີຮ້າຍ​ທີ່​ສິງ​ຢູ່​ໃນ​ຕົວ​ເດັກນ້ອຍ​ໄດ້​ເຫັນ​ພຣະເຢຊູເຈົ້າ ທັນໃດນັ້ນ ມັນ​ກໍ​ເຮັດ​ໃຫ້​ເດັກນ້ອຍ​ນັ້ນ​ຊັກດິ້ນ​ລົ້ມ​ລົງ​ກັບ​ພື້ນດິນ, ກິ້ງ​ເກືອກ​ໄປມາ ນໍ້າລາຍ​ຟູມ​ປາກ.


ແລ້ວ​ຄົນ​ທີ່​ຕາຍ​ນັ້ນ ກໍ​ລຸກ​ຂຶ້ນ​ນັ່ງ​ແລະ​ໄດ້​ເລີ່ມຕົ້ນ​ເວົ້າ. ພຣະເຢຊູເຈົ້າ​ຈຶ່ງ​ມອບ​ຊາຍ​ຄົນ​ນັ້ນ​ໃຫ້​ແມ່​ຂອງ​ລາວ.


ຜີຮ້າຍ​ທີ່​ສິງ​ຕົວ​ເດັກ​ເທື່ອໃດ ເດັກ​ກໍ​ຮ້ອງ​ຂຶ້ນ​ເທື່ອນັ້ນ​ໃນ​ທັນທີ​ໂລດ ເຮັດ​ໃຫ້​ເດັກນ້ອຍ​ຊັກດິ້ນ​ຢ່າງ​ແຮງ​ຈົນ​ນໍ້າລາຍ​ຟູມ​ປາກ ມັນ​ເຮັດ​ໃຫ້​ຕົວ​ເດັກ​ຟົກ​ຊໍ້າ ແລະ​ບໍ່​ຍອມ​ອອກ​ໄປ​ໂດຍ​ງ່າຍ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ໃນ​ຍຸກ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ​ຊົ່ວຊ້າ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ເຫິງ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນນານ​ປານໃດ?” ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ພາ​ລູກຊາຍ​ຂອງ​ເຈົ້າ​ມາ​ພີ້​ເບິ່ງດູ.”


ປະຊາຊົນ​ທັງໝົດ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ​ຫລາຍ ໃນ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ. ຂະນະທີ່​ປະຊາຊົນ​ຍັງ​ປະຫລາດ​ໃຈ​ນຳ​ທຸກສິ່ງ ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ນັ້ນ ພຣະອົງ​ກໍ​ກ່າວ​ແກ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ,


ພວກ​ສາວົກ​ພາຍ​ເຮືອ​ໄປ​ປະມານ​ຫ້າ​ຫລື​ຫົກ​ກິໂລແມັດ ພວກເພິ່ນ​ກໍ​ເຫັນ​ພຣະເຢຊູເຈົ້າ​ຍ່າງ​ເທິງ​ໜ້າ​ນໍ້າ​ມາ​ຫາ​ເຮືອ​ຂອງ​ພວກ​ຕົນ ແລະ​ພວກເພິ່ນ​ມີ​ຄວາມ​ສະທ້ານ​ຢ້ານກົວ​ທີ່ສຸດ.


ຝ່າຍ​ເປໂຕ​ກໍ​ຍື່ນ​ມື​ຊ່ວຍເຫຼືອ​ນາງ​ໃຫ້​ລຸກ​ຂຶ້ນ, ແລ້ວ​ເພິ່ນ​ກໍ​ເອີ້ນ​ພີ່ນ້ອງ​ຜູ້​ທີ່​ເຊື່ອ​ທຸກຄົນ​ເຂົ້າ​ມາ ລວມທັງ​ບັນດາ​ແມ່ໝ້າຍ ແລະ​ເພິ່ນ​ໄດ້​ມອບ​ນາງ​ທີ່​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ໃຫ້​ແກ່​ພວກເຂົາ.


ເພາະສະນັ້ນ ສະຫວັນ​ກັບ​ບັນດາ​ຜູ້​ທີ່​ຢູ່​ໃນ​ສະຫວັນ ຈົ່ງ​ຊື່ນຊົມ​ຍິນດີ ແຕ່​ວິບັດ​ຈະ​ມີ​ແກ່​ແຜ່ນດິນ​ໂລກ​ແລະ​ນໍ້າ​ທະເລ ເພາະວ່າ​ມານຮ້າຍ​ໄດ້​ລົງ​ມາ​ຫາ​ເຈົ້າ​ດ້ວຍ​ຄວາມ​ຄຽດແຄ້ນ​ອັນ​ໃຫຍ່ ເພາະ​ມັນ​ຮູ້​ວ່າ​ເວລາ​ຂອງ​ມັນ​ມີ​ໜ້ອຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka