Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:41 - ພຣະຄຳພີສັກສິ

41 ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ໃນ​ຍຸກ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ​ຊົ່ວຊ້າ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ເຫິງ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນນານ​ປານໃດ?” ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ພາ​ລູກຊາຍ​ຂອງ​ເຈົ້າ​ມາ​ພີ້​ເບິ່ງດູ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

41 ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດຄວາມເຊື່ອ ແລະ ຊົ່ວຊ້າ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ແລະ ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ລູກຊາຍ​ຂອງ​ເຈົ້າ​ມາ​ທີ່​ນີ້”.

Uka jalj uñjjattʼäta Copia luraña




ລູກາ 9:41
31 Jak'a apnaqawi uñst'ayäwi  

ເມື່ອ​ຜູ້ທຳນວາຍ​ເອລີຊາ​ໄດ້ຍິນ​ເຖິງ​ເຫດການ​ທີ່​ເກີດຂຶ້ນ​ກັບ​ກະສັດ ເພິ່ນ​ຈຶ່ງ​ສົ່ງ​ຂ່າວ​ໄປ​ເຖິງ​ກະສັດ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ເປັນທຸກໃຈ​ແທ້? ຈົ່ງ​ສົ່ງ​ຊາຍ​ຄົນ​ນັ້ນ​ມາ​ຫາ​ຂ້ານ້ອຍ ແລະ​ຂ້ານ້ອຍ​ຈະ​ແນະນຳ​ລາວ​ໃຫ້​ຮູ້​ວ່າ ຢູ່​ທີ່​ອານາຈັກ​ອິດສະຣາເອນ​ນີ້​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ.”


ພວກເຂົາ​ຈະ​ບໍ່​ເປັນ​ດັ່ງ​ພວກ​ປູ່ຍ່າຕາຍາຍ ຄື​ພວກ​ຄົນ​ກະບົດ​ແລະ​ຄົນ​ບໍ່​ເຊື່ອຟັງ​ນັ້ນ ເປັນ​ພວກ​ທີ່​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢ່າງ​ໝັ້ນຄົງ ແລະ​ເປັນ​ພວກ​ທີ່​ບໍ່​ຊື່​ຕົງ​ຕໍ່​ພຣະອົງ​ທັງນັ້ນ.


ສະນັ້ນ ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ກ່າວ​ວ່າ, ‘ເຈົ້າ​ຍັງ​ຈະ​ແຂງຂໍ້​ຕໍ່​ເຮົາ​ອີກ​ດົນນານ​ປານໃດ? ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ປະຊາຊົນ​ເຫຼົ່ານີ້​ຈະ​ຂັດຂືນ​ຄຳສັ່ງ​ຂອງເຮົາ ໄປ​ອີກ​ເຫິງ​ນານ​ປານໃດ?


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຊຳລະລ້າງ​ຄວາມ​ຊົ່ວຊ້າ​ອອກ​ຈາກ​ຈິດໃຈ​ຂອງເຈົ້າ​ສາ ເພື່ອ​ວ່າ​ເຈົ້າ​ຈະ​ພົ້ນ​ໄດ້. ເຈົ້າ​ຈະ​ຄິດ​ບາບ​ຢູ່​ຢ່າງນີ້​ອີກ​ໄປ​ດົນນານ​ປານໃດ?


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ປະຊາຊົນ​ເຫຼົ່ານີ້​ຍັງ​ຈະ​ໝິ່ນປະໝາດ​ເຮົາ​ອີກ​ດົນນານ​ປານໃດ? ເຖິງແມ່ນ​ວ່າ ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ຢ່າງ​ໃນ​ທ່າມກາງ​ພວກເຂົາ​ແລ້ວ ພວກເຂົາ​ກໍ​ຍັງ​ປະຕິເສດ​ທີ່​ຈະ​ໄວ້ວາງໃຈ​ໃນ​ເຮົາ​ຕະຫລອດໄປ​ບໍ?


“ຄົນຊົ່ວ​ເຫຼົ່ານີ້ ຈະ​ຈົ່ມຮ້າຍ​ໃສ່​ເຮົາ​ໄປ​ອີກ​ດົນນານ​ປານໃດ? ເຮົາ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ເຫຼົ່ານັ້ນ​ພຽງພໍ​ແລ້ວ


“ບັນດາ​ຜູ້​ທີ່​ເຮັດ​ການ​ໜັກໜ່ວງ​ແລະ​ແບກ​ພາລະ​ໜັກ ຈົ່ງ​ມາ​ຫາ​ເຮົາ ແລະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມ​ເຊົາເມື່ອຍ.


ພຣະອົງ​ຕອບ​ພວກເຂົາ​ວ່າ, “ຄົນ​ສະໄໝ​ຊົ່ວ ແລະ​ຄິດ​ທໍລະຍົດ​ຕໍ່​ພຣະເຈົ້າ​ສະແຫວງ​ຫາ​ໝາຍສຳຄັນ​ການ​ອັດສະຈັນ ແລະ​ຈະ​ບໍ່​ຊົງ​ໂຜດ​ໃຫ້​ແກ່​ພວກເຂົາ ເວັ້ນ​ໄວ້​ແຕ່​ໝາຍສຳຄັນ​ຂອງ​ຜູ້ທຳນວາຍ​ໂຢນາ.


ແລ້ວ​ມັນ​ກໍ​ອອກ​ໄປ​ນຳ​ເອົາ​ຜີຊົ່ວຮ້າຍ​ເຈັດ​ໂຕ ທີ່​ໂຫດ​ຫ້ຽມ​ຮ້າຍກາດ​ຍິ່ງ​ກວ່າ​ມັນ​ອີກ​ມາ​ອາໄສ​ຢູ່​ທີ່​ເຮືອນ​ນັ້ນ, ໃນ​ທີ່ສຸດ ບັ້ນ​ປາຍ​ຂອງ​ຄົນ​ນັ້ນ ກໍ​ຈະ​ຢູ່​ໃນ​ສະພາບ​ທີ່​ຊົ່ວ​ລົງ​ກວ່າ​ຕອນ​ຕົ້ນ​ອີກ ນີ້​ແຫຼະ ຄື​ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ຄົນຊົ່ວ​ໃນ​ຍຸກ​ນີ້.”


ຄົນ​ໃນ​ຍຸກ​ນີ້​ຊົ່ວຊ້າ ແລະ​ກະບົດ​ຕໍ່​ພຣະເຈົ້າ ຈະ​ບໍ່​ຊົງ​ໂຜດ​ໝາຍສຳຄັນ​ການ​ອັດສະຈັນ​ໃຫ້​ພວກເຂົາ ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ.” ແລ້ວ​ພຣະອົງ​ຈຶ່ງ​ສະເດັດ​ໜີ​ຈາກ​ພວກເຂົາ​ໄປ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ​ຊົ່ວຊ້າ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນນານ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກ​ມາ​ຫາ​ເຮົາ​ເບິ່ງດູ.”


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຫດການ​ເຫຼົ່ານີ້​ຈະ​ຕົກ​ຖືກ​ຄົນ​ໃນ​ສະໄໝ​ນີ້.”


ພໍ​ໂຢຮັນ​ເຫັນ​ພວກ​ຟາຣີຊາຍ​ແລະ​ພວກ​ຊາດູກາຍ​ຢ່າງ​ຫລວງຫລາຍ​ມາ​ຫາ​ຕົນ ເພື່ອ​ຮັບ​ບັບຕິສະມາ ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພວກ​ຊາດ​ງູ​ຮ້າຍ​ເອີຍ ຜູ້ໃດ​ໄດ້​ບອກ​ພວກເຈົ້າ​ໃຫ້​ປົບໜີ​ຈາກ​ການ​ຕັດສິນ​ຂອງ​ພຣະເຈົ້າ ທີ່​ໃກ້​ຈະ​ມາ​ເຖິງ​ນັ້ນ?


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ດັ່ງນັ້ນ, ພຣະອົງ​ກໍ​ບໍ່​ພໍໃຈ ແລະ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຈົ່ງ​ປ່ອຍ​ເດັກນ້ອຍ​ໃຫ້​ເຂົ້າ​ມາ​ຫາ​ເຮົາ ແລະ​ຢ່າ​ຫ້າມ​ພວກເຂົາ ເພາະ​ອານາຈັກ​ພຣະເຈົ້າ​ເປັນ​ຂອງ​ຜູ້​ທີ່​ເປັນ​ເໝືອນ​ເດັກນ້ອຍ​ເຫຼົ່ານີ້​ແຫຼະ.


ພຣະເຢຊູເຈົ້າ​ຈຶ່ງ​ຢຸດ ແລະ​ສັ່ງ​ວ່າ, “ຈົ່ງ​ໄປ​ເອີ້ນ​ເອົາ​ລາວ​ມາ.” ສະນັ້ນ ພວກເຂົາ​ຈຶ່ງ​ໄປ​ເອີ້ນ​ເອົາ​ຊາຍ​ຕາບອດ​ນັ້ນ​ມາ ແລ້ວ​ເວົ້າ​ວ່າ, “ຈົ່ງ​ຊື່ນ​ໃຈ​ແລະ​ລຸກ​ຂຶ້ນ ເພິ່ນ​ກຳລັງ​ເອີ້ນ​ເອົາ​ເຈົ້າ.”


ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ໂອ ພວກເຈົ້າ​ຄົນ​ທີ່​ຂາດ​ຄວາມເຊື່ອ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ເຫິງ​ປານໃດ? ຈົ່ງ​ພາ​ເດັກນ້ອຍ​ມາ​ຫາ​ເຮົາ​ເບິ່ງດູ.”


ແລ້ວ​ພຣະອົງ​ກໍ​ຖາມ​ພວກ​ສາວົກ​ວ່າ, “ຄວາມເຊື່ອ​ຂອງ​ພວກເຈົ້າ​ໄປ​ໃສ​ໝົດ?” ແຕ່​ພວກເພິ່ນ​ງຶດ​ປະຫລາດ​ໃຈ​ແລະ​ຢ້ານ ຈຶ່ງ​ຖາມ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ໜໍ? ທີ່​ສັ່ງ​ລົມ​ກັບ​ຟອງນໍ້າ ແລະ​ພວກ​ມັນ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ.”


ຂ້ານ້ອຍ​ໄດ້​ຂໍຮ້ອງ​ໃຫ້​ພວກ​ສາວົກ​ຂອງທ່ານ ຂັບໄລ່​ມັນ​ອອກ​ເສຍ ແຕ່​ພວກເພິ່ນ​ເຮັດ​ບໍ່ໄດ້.”


ຂະນະທີ່​ເດັກ​ກຳລັງ​ມາ​ນັ້ນ ຜີມານຮ້າຍ​ກໍໄດ້​ເຮັດ​ໃຫ້​ເດັກ​ລົ້ມ​ລົງ​ກັບ​ພື້ນດິນ ຊັກດີ້ນ​ກິ້ງ​ເກືອກ​ໄປມາ, ແຕ່​ພຣະເຢຊູເຈົ້າ​ໄດ້​ໃຫ້​ຄຳສັ່ງ​ຊຳລະ​ຜີຊົ່ວຮ້າຍ​ນັ້ນ ແລະ​ຊົງ​ໂຜດ​ເດັກນ້ອຍ​ໃຫ້​ຫາຍ​ດີ ແລ້ວ​ມອບ​ຄືນ​ໃຫ້​ແກ່​ພໍ່​ຂອງ​ເດັກ​ນັ້ນ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຟີລິບ​ເອີຍ ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ຕັ້ງ​ດົນນານ ແລະ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ເຮົາ​ບໍ? ຜູ້​ທີ່​ໄດ້​ເຫັນ​ເຮົາ ກໍໄດ້​ເຫັນ​ພຣະບິດາເຈົ້າ ເປັນຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ, ‘ໂຜດ​ໃຫ້​ພວກ​ຂ້ານ້ອຍ​ໄດ້​ເຫັນ​ພຣະບິດາເຈົ້າ​ແດ່ທ້ອນ?’


ແລ້ວ​ພຣະອົງ​ກໍ​ກ່າວ​ຕໍ່​ໂທມາ​ວ່າ, “ຈົ່ງ​ເອົາ​ນິ້ວມື​ຂອງ​ເຈົ້າ​ມາ​ນີ້ ແລະ​ລູບ​ເບິ່ງ​ຝາມື​ຂອງເຮົາ ແລະ​ເອົາ​ມື​ຂອງ​ເຈົ້າ​ແປະ​ຂ້າງ​ຂອງເຮົາ​ດ້ວຍ ຢ່າ​ຂາດ​ຄວາມເຊື່ອ ແຕ່​ຈົ່ງ​ເຊື່ອ.”


ແລະ​ເປັນ​ເວລາ​ສີ່ສິບ​ປີ ທີ່​ພຣະອົງ​ອົດທົນ ຕໍ່​ພວກເພິ່ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ແລ້ວ​ເປໂຕ​ກໍ​ສັ່ງ ແລະ​ຕັກເຕືອນ​ໜູນໃຈ​ພວກເຂົາ​ຕື່ມ​ອີກ​ຫລາຍ​ປະການ ເພິ່ນ​ກ່າວ​ວ່າ, “ຈົ່ງ​ເອົາ​ຕົວ​ລອດພົ້ນ​ຈາກ​ເຊື້ອ​ຊາດ​ອັນ​ຄົດໂກງ​ນີ້​ເສຍ.”


ຫລື​ວ່າ ເຈົ້າ​ໝິ່ນປະໝາດ​ພຣະ​ກະລຸນາ​ຄຸນ​ອັນ​ບໍຣິບູນ ແລະ​ຄວາມ​ອົດກັ້ນ​ພຣະໄທ​ກັບ​ຄວາມ​ອົດທົນ​ຂອງ​ພຣະອົງ, ເຈົ້າ​ບໍ່​ຮູ້​ຫລື​ວ່າ ພຣະ​ກະລຸນາ​ຄຸນ​ຂອງ​ພຣະເຈົ້າ​ນັ້ນ ກໍ​ເພື່ອ​ນຳ​ເຈົ້າ​ໃຫ້​ກັບໃຈ​ເສຍ​ໃໝ່.


ແຕ່​ພວກເຈົ້າ​ນັ້ນ ພັດ​ບໍ່​ຈົງຮັກ​ແລະ​ພັກດີ ບໍ່​ເໝາະສົມ​ທີ່​ຈະ​ເປັນ ໄພ່ພົນ​ຂອງ​ພຣະອົງ ຄື​ເປັນ​ຊົນຊາດ​ບາບ ທີ່​ກະທຳ​ຜິດ​ຕະຫລອດ​ມາ ພາກັນ​ຄົດໂກງ​ແລະ​ຫັນໜີ ຈາກ​ພຣະເຈົ້າ​ມາ​ຕະຫລອດ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ເຫັນ​ວ່າ​ພວກເຂົາ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ບໍ່ໄດ້ ຍ້ອນ​ຄວາມ​ບໍ່​ເຊື່ອຟັງ​ຂອງ​ພວກເຂົາ.


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ອົດສາ​ພະຍາຍາມ ໃຫ້​ໄດ້​ເຂົ້າ​ສູ່​ບ່ອນ​ພັກຜ່ອນ​ນັ້ນ ເພື່ອ​ຈະ​ບໍ່​ໃຫ້​ຜູ້ໜຶ່ງ​ຜູ້ໃດ​ຕ້ອງ​ເສຍ​ໄປ ເໝືອນ​ດັ່ງ​ຄົນ​ບໍ່​ເຊື່ອຟັງ​ເຫຼົ່ານັ້ນ.


ເພາະວ່າ​ພວກເຮົາ​ໄດ້ຍິນ​ຂ່າວປະເສີດ​ຢ່າງ​ດຽວກັນ​ກັບ​ພວກເຂົາ ແຕ່​ວ່າ​ພວກເຂົາ​ບໍ່ໄດ້​ຮັບ​ປະໂຫຍດ​ຈາກ​ຂ່າວປະເສີດ​ນັ້ນ ເພາະ​ພວກເຂົາ​ບໍ່ໄດ້​ຮັບ​ດ້ວຍ​ຄວາມເຊື່ອ.


ດ້ວຍເຫດນີ້ ພຣະອົງ​ຈຶ່ງ​ຊົງ​ສາມາດ​ຕະຫລອດໄປ ທີ່​ຈະ​ໂຜດ​ເອົາ​ຄົນ​ທັງປວງ​ທີ່​ໄດ້​ເຂົ້າ​ມາ​ຫາ​ພຣະເຈົ້າ ໂດຍ​ທາງ​ພຣະອົງ​ນັ້ນ ໃຫ້​ໄດ້​ຮັບ​ຄວາມ​ລອດພົ້ນ ເພາະວ່າ ພຣະອົງ​ຊົງພຣະຊົນ​ຢູ່​ນິຣັນດອນ ເພື່ອ​ຊ່ວຍ​ທູນ​ຂໍ​ພຣະ​ກະລຸນາ​ໃຫ້​ຄົນ​ເຫຼົ່ານັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka