21 ແລ້ວພຣະເຢຊູເຈົ້າກໍສັ່ງຫ້າມພວກເພິ່ນຢ່າງເດັດຂາດ ບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດ
21 ພຣະເຢຊູເຈົ້າເຕືອນພວກເພິ່ນບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດ
ແລ້ວພຣະເຢຊູເຈົ້າກໍສັ່ງຫ້າມພວກສາວົກຂອງພຣະອົງ ບໍ່ໃຫ້ບອກຜູ້ໃດວ່າພຣະອົງເປັນພຣະຄຣິດ.
ໃນເວລາທີ່ກຳລັງລົງມາແຕ່ພູເຂົາ ພຣະເຢຊູເຈົ້າໄດ້ສັ່ງຫ້າມພວກເພິ່ນວ່າ, “ຢ່າສູ່ບອກນິມິດທີ່ພວກເຈົ້າເຫັນນີ້ໃຫ້ຜູ້ໃດຮູ້ ຈົນກວ່າບຸດມະນຸດຈະເປັນຄືນມາຈາກຕາຍ.”
ແລ້ວພຣະເຢຊູເຈົ້າກໍຊົງກ່າວແກ່ລາວວ່າ, “ຈົ່ງຟັງໃຫ້ດີ ຢ່າເວົ້າເລື່ອງນີ້ສູ່ຜູ້ໃດຟັງ ແຕ່ຈົ່ງໄປຫາປະໂຣຫິດເພື່ອໃຫ້ເພິ່ນກວດເບິ່ງເຈົ້າ ແລ້ວເພື່ອເປັນຫຼັກຖານໃຫ້ທຸກຄົນເຫັນວ່າເຈົ້າດີສະອາດ ຈົ່ງຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້.”
ແລ້ວຕາຂອງພວກເຂົາກໍກັບເຫັນຮຸ່ງ. ພຣະເຢຊູເຈົ້າສັ່ງຫ້າມພວກເຂົາຢ່າງເຂັ້ມງວດໜັກແໜ້ນວ່າ, “ຢ່າບອກເລື່ອງນີ້ໃຫ້ຜູ້ໃດຮູ້ເປັນເດັດຂາດ.”