ລູກາ 9:16 - ພຣະຄຳພີສັກສິ16 ແລ້ວພຣະອົງກໍຮັບເອົາເຂົ້າຈີ່ຫ້າກ້ອນກັບປາສອງໂຕ ເງີຍໜ້າຂຶ້ນສູ່ທ້ອງຟ້າ ແລະໂມທະນາຂອບພຣະຄຸນພຣະເຈົ້າສຳລັບອາຫານ ພຣະອົງໄດ້ແບ່ງອາຫານນັ້ນ ແລະມອບໃຫ້ພວກສາວົກ ເພື່ອນຳໄປແຈກຢາຍໃຫ້ປະຊາຊົນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່16 ພຣະເຢຊູເຈົ້າກໍຮັບເອົາເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕນັ້ນມາ ແລ້ວເງີຍໜ້າຂຶ້ນເບິ່ງສະຫວັນ, ພຣະອົງໂມທະນາຂອບພຣະຄຸນພຣະເຈົ້າ ແລະ ຫັກເຂົ້າຈີ່ນັ້ນ ແລ້ວພຣະອົງກໍຍື່ນໃຫ້ພວກສາວົກເພື່ອແຈກຢາຍແກ່ປະຊາຊົນ. Uka jalj uñjjattʼäta |
ຜູ້ທີ່ຖືວັນ ກໍຖືເພື່ອຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າເໝືອນກັນ ຜູ້ທີ່ກິນ ກໍກິນເພື່ອຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າ. ດ້ວຍວ່າ, ເພິ່ນໄດ້ໂມທະນາຂອບພຣະຄຸນພຣະເຈົ້າສຳລັບອາຫານນັ້ນ ສ່ວນຜູ້ທີ່ບໍ່ຍອມກິນບາງຢ່າງ ກໍບໍ່ຍອມກິນເພື່ອຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າ ແລະເພິ່ນກໍຍັງໂມທະນາຂອບພຣະຄຸນພຣະເຈົ້າ.