Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:12 - ພຣະຄຳພີສັກສິ

12 ເມື່ອ​ຕາເວັນ​ກຳລັງ​ຈະ​ຕົກ​ແລ້ວ ພວກ​ສາວົກ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ເລີກ​ເມືອ​ສາ ເພື່ອ​ໃຫ້​ພວກເຂົາ​ໄປ​ຫາ​ບ້ານ​ໄຮ່​ບ້ານ​ນາ​ແຖບ​ນີ້ ຊອກ​ທີ່​ພັກ​ແລະ​ອາຫານ ເພາະ​ທີ່​ນີ້​ເປັນ​ບ່ອນ​ປ່ຽວ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ເມື່ອ​ຕາເວັນ​ກຳລັງ​ຈະ​ຕົກດິນ ພວກສາວົກ​ທັງ​ສິບສອງ​ຄົນ​ກໍ​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ຂໍ​ໃຫ້​ປະຊາຊົນ​ກັບ​ເມືອ​ເພື່ອ​ພວກເຂົາ​ຈະ​ໄດ້​ຊອກຫາ​ອາຫານ ແລະ ຊອກຫາ​ທີ່ພັກ​ຕາມ​ໝູ່ບ້ານ​ຕ່າງໆ ແລະ ຕາມ​ຊົນນະບົດ​ໃນ​ແຖບ​ນີ້ ເພາະ​ພວກເຮົາ​ຢູ່​ໃນ​ບ່ອນ​ຫ່າງໄກສອກຫລີກ”.

Uka jalj uñjjattʼäta Copia luraña




ລູກາ 9:12
13 Jak'a apnaqawi uñst'ayäwi  

ເຮົາ​ຈະ​ເຮັດ​ພັນທະສັນຍາ​ປະກັນ​ຄວາມ​ປອດໄພ​ໃຫ້​ແກ່​ພວກເຂົາ. ເຮົາ​ຈະ​ກຳຈັດ​ສັດຮ້າຍ​ທັງໝົດ​ອອກ​ໄປ​ຈາກ​ດິນແດນ ເພື່ອ​ແກະ​ຂອງເຮົາ​ຈະ​ໄດ້​ຢູ່​ຢ່າງ​ປອດໄພ​ຕາມ​ທົ່ງນາ​ຫລື​ໃນ​ປ່າ.


ເຮົາ​ໄດ້​ລ້ຽງ​ພວກເຈົ້າ​ໃນ​ບ່ອນ​ແຫ້ງແລ້ງ ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ຂ່າວ​ກ່ຽວກັບ​ໂຢຮັນ ພຣະອົງ​ກໍ​ສະເດັດ​ລົງ​ເຮືອ​ຈາກ​ທີ່​ນັ້ນ ໄປ​ບ່ອນທີ່​ມິດງຽບ​ຢູ່​ຕ່າງຫາກ, ເມື່ອ​ປະຊາຊົນ​ຮູ້​ເລື່ອງ​ນີ້ ຈຶ່ງ​ອອກ​ຈາກ​ເມືອງ​ຕ່າງໆ​ຍ່າງ​ຕິດຕາມ​ພຣະອົງ​ໄປ.


ແຕ່​ພຣະອົງ​ບໍ່ໄດ້​ກ່າວ​ຈັກ​ຄຳ​ແກ່​ນາງ, ພວກ​ສາວົກ​ມາ​ຫາ​ພຣະອົງ ແລະ​ຂໍຮ້ອງ​ວ່າ, “ບອກ​ນາງ​ໜີ​ສາ ເພາະ​ນາງ​ຮ້ອງ​ຕາມ​ພວກເຮົາ​ມາ.”


ພຣະເຢຊູເຈົ້າ​ໄດ້​ເອີ້ນ​ເອົາ​ພວກ​ສາວົກ​ຂອງ​ພຣະອົງ​ມາ ແລະ​ກ່າວ​ວ່າ, “ເຮົາ​ສົງສານ​ຄົນ​ເຫຼົ່ານີ້ ເພາະ​ພວກເຂົາ​ຢູ່​ກັບ​ເຮົາ​ໄດ້​ສາມ​ວັນ​ແລ້ວ ແລະ​ບັດນີ້​ບໍ່ມີ​ຫຍັງ​ກິນ, ເຮົາ​ບໍ່​ຢາກ​ບອກ​ພວກເຂົາ​ໃຫ້​ເລີກ​ເມືອ​ໂດຍ​ທີ່​ຍັງ​ຫິວ​ຢູ່ ເພາະ​ພວກເຂົາ​ອາດ​ອິດອ່ອນ​ເມື່ອຍແຮງ​ຕາມ​ທາງ​ກັບ​ເມືອ​ກໍໄດ້.”


ເມື່ອ​ປະຊາຊົນ​ໄດ້ຍິນ​ເຖິງ​ເລື່ອງ​ນີ້ ພວກເຂົາ​ກໍ​ຕິດຕາມ​ພຣະອົງ​ໄປ ຝ່າຍ​ພຣະອົງ​ກໍ​ຕ້ອນຮັບ​ພວກເຂົາ ແລະ​ບອກ​ພວກເຂົາ​ເຖິງ​ຣາຊອານາຈັກ​ຂອງ​ພຣະເຈົ້າ ທັງ​ຊົງ​ໂຜດ​ຮັກສາ​ຜູ້​ທີ່​ຕ້ອງການ​ຢາກ​ຫາຍ​ດີ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ.


ແຕ່​ພຣະເຢຊູເຈົ້າ​ກ່າວ​ຕໍ່​ພວກເພິ່ນ​ວ່າ, “ໃຫ້​ພວກເຈົ້າ​ເປັນ​ຜູ້​ລ້ຽງ​ພວກເຂົາ​ສາ.” ພວກ​ສາວົກ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ມີ​ເຂົ້າຈີ່​ຫ້າ​ກ້ອນ​ກັບ​ປາ​ສອງ​ໂຕ​ເທົ່ານັ້ນ ທ່ານ​ຕ້ອງການ​ໃຫ້​ພວກ​ຂ້ານ້ອຍ​ໄປ​ຊື້​ອາຫານ​ໃຫ້​ປະຊາຊົນ​ທັງໝົດ​ນີ້​ກິນ​ບໍ?” (


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ຂ້າມ​ທະເລສາບ​ຄາລີເລ (ມີ​ຊື່​ອີກ​ວ່າ​ທະເລ​ຕີເບເຣຍ).


ເພາະ​ເຮົາ​ຮູ້​ວ່າ ຍ້ອນ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ ແລະ​ຄວາມ​ຊ່ວຍຊູ​ທີ່​ໄດ້​ຮັບ​ຈາກ​ພຣະວິນຍານ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສິ່ງ​ເຫຼົ່ານັ້ນ​ຈະ​ປົດປ່ອຍ​ເຮົາ​ໃຫ້​ເປັນ​ອິດສະຫລະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka