Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:11 - ພຣະຄຳພີສັກສິ

11 ເມື່ອ​ປະຊາຊົນ​ໄດ້ຍິນ​ເຖິງ​ເລື່ອງ​ນີ້ ພວກເຂົາ​ກໍ​ຕິດຕາມ​ພຣະອົງ​ໄປ ຝ່າຍ​ພຣະອົງ​ກໍ​ຕ້ອນຮັບ​ພວກເຂົາ ແລະ​ບອກ​ພວກເຂົາ​ເຖິງ​ຣາຊອານາຈັກ​ຂອງ​ພຣະເຈົ້າ ທັງ​ຊົງ​ໂຜດ​ຮັກສາ​ຜູ້​ທີ່​ຕ້ອງການ​ຢາກ​ຫາຍ​ດີ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ແຕ່​ເມື່ອ​ປະຊາຊົນ​ຮູ້​ເຖິງ​ເລື່ອງ​ນີ້​ກໍ​ໄດ້​ຕິດຕາມ​ພຣະອົງ​ໄປ. ພຣະອົງ​ກໍ​ໄດ້​ຕ້ອນຮັບ​ພວກເຂົາ ແລະ ກ່າວ​ກັບ​ພວກເຂົາ​ເຖິງ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ຮັກສາ​ບັນດາ​ຜູ້​ທີ່​ຕ້ອງການ​ການຮັກສາ.

Uka jalj uñjjattʼäta Copia luraña




ລູກາ 9:11
21 Jak'a apnaqawi uñst'ayäwi  

ພຣະວິນຍານ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສະຖິດ​ກັບ​ເຮົາ. ເພາະ​ພຣະເຈົ້າຢາເວ​ໄດ້​ຫົດສົງ​ແຕ່ງຕັ້ງ​ເຮົາ​ໄວ້ ເພື່ອ​ນຳ​ເອົາ​ຂ່າວ​ປະເສີດ​ໄປ​ສູ່​ຜູ້​ຍາກຈົນ ເພື່ອ​ປິ່ນປົວ​ຄົນ​ລະທົມ​ໃຈ​ແລະ​ຊອກຊໍ້າ ເພື່ອ​ປະກາດ​ການ​ປົດປ່ອຍ​ແກ່​ຊະເລີຍເສິກ ແລະ​ເສລີພາບ​ແກ່​ຜູ້​ທີ່​ຖືກ​ຂັງ​ຄຸກ.


ເມື່ອ​ພຣະເຢຊູເຈົ້າ​ຮູ້ຈັກ​ກົນອຸບາຍ​ນີ້, ພຣະອົງ​ກໍ​ສະເດັດ​ອອກ​ຈາກ​ທີ່​ນັ້ນ ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ພຣະອົງ​ໄດ້​ຊົງ​ໂຜດ​ຮັກສາ​ທຸກຄົນ​ໃຫ້​ດີ​ພະຍາດ,


ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ອອກ​ຈາກ​ເຮືອ​ມາ ກໍ​ເຫັນ​ປະຊາຊົນ​ຝູງ​ໃຫຍ່ ພຣະອົງ​ຈຶ່ງ​ສົງສານ​ປະຊາຊົນ​ເຫຼົ່ານັ້ນ ແລະ​ພຣະອົງ​ໄດ້​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ທັງຫລາຍ​ໃຫ້​ຫາຍ​ດີ.


ໃນ​ລູກ​ສອງ​ຄົນ​ນີ້​ຜູ້ໃດ​ເຮັດ​ຕາມໃຈ​ຂອງ​ພໍ່?” ພວກເຂົາ​ຕອບ​ວ່າ, “ແມ່ນ​ລູກກົກ.” ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຄົນ​ເກັບພາສີ​ແລະ​ຍິງ​ໂສເພນີ ກຳລັງ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກ່ອນ​ພວກເຈົ້າ.


ເພາະສະນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, “ຣາຊອານາຈັກ​ຂອງ​ພຣະເຈົ້າ​ຈະ​ຖືກ​ຍົກ​ໜີໄປ​ຈາກ​ພວກເຈົ້າ ແລະ​ມອບ​ໃຫ້​ແກ່​ຊົນຊາດ​ໜຶ່ງ ຊຶ່ງ​ຈະ​ໃຫ້​ຜົນ​ດີ​ສົມ​ກັບ​ຊົນຊາດ​ນັ້ນ. [


ພຣະອົງ​ໃຫ້​ຄົນ​ອຶດຢາກ​ເຕັມ​ໄປ​ດ້ວຍ​ຂອງ​ດີ ແລະ​ໃຫ້​ຄົນ​ຮັ່ງມີ​ໜີໄປ​ມື​ເປົ່າ.


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ຄົນ​ທີ່​ມີ​ສຸຂະພາບ​ດີ​ບໍ່​ຕ້ອງການ​ໝໍ ມີ​ແຕ່​ຄົນ​ເຈັບ​ປ່ວຍ​ເທົ່ານັ້ນ​ທີ່​ຕ້ອງການ​ໝໍ.


ຕໍ່ມາ​ບໍ່​ດົນ ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ຕາມ​ເມືອງ ແລະ​ຕາມ​ບ້ານ​ຕ່າງໆ​ເພື່ອ​ປະກາດ​ຂ່າວປະເສີດ ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ, ສາວົກ​ສິບສອງ​ຄົນ​ກໍ​ໄປ​ກັບ​ພຣະອົງ


ພຣະອົງ​ຊົງ​ກ່າວ​ວ່າ, “ສຳລັບ​ພວກເຈົ້າ​ນັ້ນ ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມ​ລັບເລິກ ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ, ແຕ່​ສຳລັບ​ຄົນອື່ນ​ນັ້ນ ເຮົາ​ກ່າວ​ເປັນ​ຄຳອຸປະມາ ເພື່ອ​ວ່າ ເມື່ອ​ພວກເຂົາ​ເບິ່ງ ແຕ່​ຈະ​ບໍ່​ເຫັນ ແລະ​ເມື່ອ​ພວກເຂົາ​ຟັງ ແຕ່​ຈະ​ບໍ່​ເຂົ້າໃຈ.”


ແລ້ວ​ພວກ​ອັກຄະສາວົກ​ກໍໄດ້​ກັບຄືນ​ມາ ເມື່ອ​ພວກເພິ່ນ​ລາຍງານ​ແກ່​ພຣະເຢຊູເຈົ້າ ເຖິງ​ສິ່ງ​ທີ່​ພວກ​ຕົນ​ເຮັດ ແລ້ວ​ພຣະອົງ​ກໍ​ພາ​ພວກເພິ່ນ​ໄປ​ຕ່າງຫາກ ທີ່​ເມືອງ​ໜຶ່ງ​ຊື່​ວ່າ ເບັດສາອີດາ.


ເມື່ອ​ຕາເວັນ​ກຳລັງ​ຈະ​ຕົກ​ແລ້ວ ພວກ​ສາວົກ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ເລີກ​ເມືອ​ສາ ເພື່ອ​ໃຫ້​ພວກເຂົາ​ໄປ​ຫາ​ບ້ານ​ໄຮ່​ບ້ານ​ນາ​ແຖບ​ນີ້ ຊອກ​ທີ່​ພັກ​ແລະ​ອາຫານ ເພາະ​ທີ່​ນີ້​ເປັນ​ບ່ອນ​ປ່ຽວ.”


ແລ້ວ​ພຣະອົງ​ກໍ​ໃຊ້​ພວກເພິ່ນ​ອອກ​ໄປ​ປະກາດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ເຮັດ​ໃຫ້​ຄົນ​ເຈັບໄຂ້​ໄດ້ປ່ວຍ​ດີ​ພະຍາດ.


ພຣະເຢຊູເຈົ້າ​ໄດ້​ເວົ້າ​ກັບ​ພວກເພິ່ນ​ວ່າ, “ອາຫານ​ຂອງເຮົາ​ແມ່ນ​ການ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ແລະ​ເຮັດ​ໃຫ້​ວຽກງານ​ຂອງ​ພຣະອົງ​ສຳເລັດ.


ສິ່ງສາລະພັດ​ທີ່​ພຣະບິດາເຈົ້າ​ມອບ​ໃຫ້​ແກ່​ເຮົາ ກໍ​ຈະ​ມາ​ຫາ​ເຮົາ ແລະ​ຜູ້​ທີ່​ມາ​ຫາ​ເຮົາ ເຮົາ​ຈະ​ບໍ່​ຖິ້ມ​ອອກ​ໄປ​ພາຍນອກ​ຈັກເທື່ອ


ເພິ່ນ​ໄດ້​ປະກາດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ໄດ້​ສັ່ງສອນ​ເລື່ອງ​ກ່ຽວກັບ​ອົງ​ພຣະເຢຊູ​ຄຣິດເຈົ້າ ແກ່​ທຸກຄົນ​ດ້ວຍ​ຄວາມ​ກ້າຫານ ແລະ​ຢ່າງ​ເປີດເຜີຍ​ໂດຍ​ບໍ່ມີ​ຜູ້ໃດ​ຂັດຂວາງ.


ແຕ່​ຜູ້​ທີ່​ຍັງ​ບໍ່​ທັນ​ໄດ້​ເຊື່ອ​ໃນ​ພຣະອົງ​ນັ້ນ ພວກເຂົາ​ຈະ​ທູນ​ຂໍ​ຕໍ່​ພຣະອົງ​ໄດ້​ຢ່າງ​ໃດ? ແລະ​ຜູ້​ທີ່​ຍັງ​ບໍ່ໄດ້ຍິນ​ເຖິງ​ເລື່ອງ​ພຣະອົງ​ນັ້ນ ຈະ​ເຊື່ອ​ໃນ​ພຣະອົງ​ໄດ້​ຢ່າງ​ໃດ? ແລະ​ເມື່ອ​ບໍ່ມີ​ຜູ້ໃດ​ປະກາດ​ໃຫ້​ພວກເຂົາ​ຟັງ ພວກເຂົາ​ຈະ​ໄດ້ຍິນ​ເຖິງ​ເລື່ອງ​ພຣະອົງ​ໄດ້​ຢ່າງ​ໃດ?


ດັ່ງນັ້ນ ຄວາມເຊື່ອ​ເກີດຂຶ້ນ​ໄດ້​ກໍ​ເພາະ​ການ​ໄດ້ຍິນ ແລະ​ການ​ໄດ້ຍິນ​ເກີດຂຶ້ນ​ໄດ້ ກໍ​ເພາະ​ການ​ປະກາດ​ເລື່ອງ​ພຣະຄຣິດ.


ດ້ວຍວ່າ, ພຣະຄຣິດ​ບໍ່ໄດ້​ເຮັດ​ໃຫ້​ເປັນ​ທີ່​ພໍໃຈ​ພຣະອົງ​ເອງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຄຳ​ໝິ່ນປະໝາດ​ນິນທາ​ພຣະອົງ​ນັ້ນ ກໍໄດ້​ຕົກ​ໃສ່​ຂ້ານ້ອຍ.”


ຈົ່ງ​ເອົາໃຈໃສ່​ເທດສະໜາ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ທັງ​ໃນ​ເວລາ​ມີ​ໂອກາດ​ແລະ​ບໍ່ມີ​ໂອກາດ, ຈົ່ງ​ຊັກຊວນ​ດ້ວຍ​ເຫດ​ຜົນ, ຈົ່ງ​ເຕືອນ​ສະຕິ​ແລະ​ໜູນໃຈ ດ້ວຍ​ຄວາມ​ພຽນ​ອົດທົນ​ທຸກຢ່າງ​ແລະ​ໃນ​ການ​ສິດສອນ.


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ເຮົາ​ທັງຫລາຍ​ມີ​ໃຈ​ກ້າ​ເຂົ້າ​ໄປ​ເຖິງ​ພຣະ​ທີ່​ນັ່ງ​ແຫ່ງ​ພຣະຄຸນ ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະ​ເມດຕາ ແລະ​ພົບ​ພຣະຄຸນ​ທີ່​ຈະ​ຊ່ວຍ​ເຮົາ​ໃນ​ເວລາ​ທີ່​ຕ້ອງການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka