Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:1 - ພຣະຄຳພີສັກສິ

1 ເມື່ອ​ພຣະເຢຊູເຈົ້າ​ເອີ້ນ​ສາວົກ​ສິບສອງ​ຄົນ​ມາ​ແລ້ວ ພຣະອົງ​ກໍ​ໃຫ້​ຣິດເດດ ແລະ​ສິດ​ອຳນາດ​ແກ່​ພວກເພິ່ນ ເພື່ອ​ຂັບໄລ່​ຜີມານຮ້າຍ​ທຸກ​ໂຕ ແລະ​ເພື່ອ​ຮັກສາ​ພະຍາດ​ໂຣຄາ​ຕ່າງໆ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ເມື່ອ​ພຣະເຢຊູເຈົ້າ​ໄດ້​ເອີ້ນ​ສາວົກ​ສິບສອງ​ຄົນ​ມາ​ພ້ອມກັນ, ພຣະອົງ​ໄດ້​ມອບ​ລິດອຳນາດ ແລະ ສິດອຳນາດ​ໃຫ້​ແກ່​ພວກເພິ່ນ​ເພື່ອ​ຂັບໄລ່​ຜີມານຮ້າຍ​ທັງໝົດ ແລະ ເພື່ອ​ຮັກສາ​ພະຍາດ​ຕ່າງໆ,

Uka jalj uñjjattʼäta Copia luraña




ລູກາ 9:1
15 Jak'a apnaqawi uñst'ayäwi  

ເຮົາ​ຈະ​ມອບ​ຂໍ​ກະແຈ​ແຫ່ງ​ຣາຊອານາຈັກ​ສະຫວັນ​ໃຫ້​ເຈົ້າ ສິ່ງໃດ​ທີ່​ພວກເຈົ້າ​ຜູກ​ມັດ​ໄວ້​ເທິງ​ແຜ່ນດິນ​ໂລກ​ນີ້ ສິ່ງ​ນັ້ນ​ຈະ​ຖືກ​ຜູກ​ມັດ​ໄວ້​ໃນ​ສະຫວັນ ແລະ​ສິ່ງໃດ​ທີ່​ພວກເຈົ້າ​ຈະ​ແກ້​ເທິງ​ແຜ່ນດິນ​ໂລກ​ນີ້ ສິ່ງ​ນັ້ນ​ຈະ​ຖືກ​ແກ້​ໃຫ້​ຫລຸດ​ເສຍ​ແລ້ວ​ໃນ​ສະຫວັນ.”


ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທັງ​ປະເທດ​ຊີເຣຍ ແລະ​ພວກເຂົາ​ຈຶ່ງ​ໄດ້​ນຳ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ຕ່າງໆ​ກັບ​ຄົນ​ຈິດໃຈ​ບໍ່​ປົກກະຕິ, ຄົນ​ຜີມານຮ້າຍ​ເຂົ້າ​ສິງ, ຄົນ​ບ້າໝູ ແລະ​ຄົນ​ເປັນ​ເປ້ຍ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ​ທຸກຄົນ.


ຂ້ານ້ອຍ​ເອງ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຜູ້​ເປັນ​ນາຍ ແລະ​ຂ້ານ້ອຍ​ກໍ​ມີ​ທະຫານ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ ຂ້ານ້ອຍ​ສັ່ງ​ວ່າ, ‘ໄປ’ ເຂົາ​ກໍ​ໄປ, ຂ້ານ້ອຍ​ສັ່ງ​ວ່າ ‘ມາ’ ເຂົາ​ກໍ​ມາ ແລະ​ຂ້ານ້ອຍ​ສັ່ງ​ຄົນ​ໃຊ້​ວ່າ ‘ເຮັດ​ອັນ​ນີ້’ ເຂົາ​ກໍ​ເຮັດ.”


ຫລັງຈາກ​ເຫດການ​ເຫຼົ່ານີ້​ແລ້ວ ອົງ​ພຣະຜູ້​ເປັນເຈົ້າ​ກໍໄດ້​ເລືອກ​ເອົາ​ເຈັດສິບສອງ ຄົນ​ຕື່ມ​ອີກ ແລະ​ໃຊ້​ພວກເພິ່ນ​ອອກ​ໄປ​ເປັນ​ໝູ່ ໝູ່​ລະ​ສອງ​ຄົນ ເພື່ອ​ໄປ​ກ່ອນ​ໜ້າ​ພຣະອົງ​ໃນ​ທຸກ​ເມືອງ​ແລະ​ທຸກ​ບ້ານ ທີ່​ພຣະອົງ​ກຳລັງ​ຈະ​ເຂົ້າ​ໄປ​ນັ້ນ.


ເບິ່ງແມ! ເຮົາ​ໄດ້​ໃຫ້​ພວກເຈົ້າ​ມີ​ສິດ​ອຳນາດ​ຢຽບ​ງູ ແລະ​ແມງງອດ ແລະ​ໃຫ້​ມີ​ຣິດອຳນາດ​ເໜືອ​ກຳລັງ​ຂອງ​ສັດຕູ ແລະ​ບໍ່ມີ​ສິ່ງໃດ ຈະ​ເຮັດ​ອັນຕະລາຍ​ແກ່​ພວກເຈົ້າ​ໄດ້.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກ​ທີ່​ເຊື່ອ​ໃນ​ເຮົາ ກໍ​ຈະ​ເຮັດ​ກິດຈະການ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເໝືອນກັນ ແລະ​ພວກເຂົາ​ຈະ​ເຮັດ​ການ​ໃຫຍ່​ກວ່າ​ອີກ ເພາະວ່າ​ຝ່າຍ​ເຮົາ​ໄປ​ເຖິງ​ພຣະບິດາເຈົ້າ.


ແຕ່​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ພຣະຣາຊທານ​ຣິດເດດ ເມື່ອ​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ສະເດັດ​ມາ​ເທິງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ ໃນ​ນະຄອນ​ເຢຣູຊາເລັມ ຕະຫລອດ​ທົ່ວ​ແຂວງ​ຢູດາຍ ກັບ​ແຂວງ​ຊາມາເຣຍ ແລະ​ຈົນເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ດ້ວຍ​ຄວາມເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ ພຣະນາມ​ນັ້ນ ຈຶ່ງ​ເຮັດ​ໃຫ້​ຄົນ​ນີ້​ມີ​ແຮງ​ຂຶ້ນ​ມາ ເຫດການ​ທີ່​ພວກເຈົ້າ​ເຫັນ ແລະ​ຮູ້ຈັກ​ນັ້ນ​ເກີດຂຶ້ນ​ໄດ້​ກໍ​ເພາະ​ດ້ວຍ​ຄວາມເຊື່ອ​ໃນ​ນາມ​ພຣະເຢຊູເຈົ້າ ທີ່​ເຮັດ​ໃຫ້​ຊາຍ​ຄົນ​ນີ້​ຫາຍ​ດີ​ເປັນ​ປົກກະຕິ​ຕໍ່ໜ້າ​ພວກທ່ານ​ທຸກຄົນ ດັ່ງ​ທີ່​ພວກທ່ານ​ໄດ້​ເຫັນ​ຢູ່​ນີ້.


ຂໍໂຜດ​ຢຽດ​ພຣະຫັດ​ຂອງ​ພຣະອົງ​ອອກ ເພື່ອ​ເຮັດ​ໃຫ້​ດີ​ພະຍາດ ແລະ​ຂໍໂຜດ​ໃຫ້​ໝາຍສຳຄັນ ແລະ​ການ​ອັດສະຈັນ​ເກີດຂຶ້ນ ໂດຍ​ພຣະນາມ​ຂອງ​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ອົງ​ບໍຣິສຸດ​ຂອງ​ພຣະອົງ.”


ເປໂຕ​ກ່າວ​ແກ່​ລາວ​ວ່າ, “ໄອເນ​ເອີຍ ພຣະເຢຊູ​ຄຣິດເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ເຈົ້າ​ຫາຍ​ດີ​ແລ້ວ ຈົ່ງ​ລຸກ​ຂຶ້ນ ແລະ​ມ້ຽນ​ບ່ອນ​ນອນ​ຂອງ​ເຈົ້າ​ສາ.” ແລະ​ໃນ​ທັນໃດນັ້ນ ໄອເນ​ກໍ​ລຸກ​ຂຶ້ນ​ຢືນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka