9 ແລ້ວພວກສາວົກຂອງພຣະອົງ ກໍຖາມພຣະເຢຊູເຈົ້າ ເຖິງຄຳອຸປະມານັ້ນວ່າ ມີຄວາມໝາຍຢ່າງໃດ.
9 ແລ້ວພວກສາວົກກໍຖາມພຣະອົງເຖິງຄວາມໝາຍຂອງຄຳອຸປະມານີ້.
ຈົ່ງໃຫ້ພວກເຮົາພະຍາຍາມຮູ້ຈັກພຣະເຈົ້າຢາເວ. ພຣະອົງຈະມາຫາພວກເຮົາຢ່າງແນ່ນອນຕອນຮຸ່ງເຊົ້າ ແລະແນ່ແທ້ ດັ່ງຝົນລະດູໃບໄມ້ປົ່ງ ທີ່ຕົກລົງໃສ່ຜືນແຜ່ນດິນໂລກ.”
ພວກສາວົກຈຶ່ງມາຫາພຣະເຢຊູເຈົ້າ ແລະຖາມວ່າ, “ເປັນຫຍັງທ່ານຈຶ່ງໃຊ້ຄຳອຸປະມາ ເມື່ອທ່ານກ່າວກັບປະຊາຊົນ?”
“ເຫດສະນັ້ນ ພວກເຈົ້າຈົ່ງຟັງຄຳອຸປະມາເລື່ອງຜູ້ຫວ່ານພືດນັ້ນ.
ເມື່ອພຣະເຢຊູເຈົ້າໃຫ້ປະຊາຊົນເລີກກັບໄປແລ້ວ, ພຣະອົງກໍເຂົ້າໄປໃນເຮືອນ ແລ້ວພວກສາວົກຂອງພຣະອົງກໍເຂົ້າມາ ແລະກ່າວວ່າ, “ຂໍທ່ານຊ່ວຍອະທິບາຍຄຳອຸປະມາເລື່ອງເຂົ້ານົກແກ່ພວກຂ້ານ້ອຍແດ່.”
ເປໂຕເວົ້າຂຶ້ນວ່າ, “ໂຜດອະທິບາຍຄຳອຸປະມານີ້ ສູ່ພວກຂ້ານ້ອຍຟັງແດ່.”
ເມື່ອພຣະເຢຊູເຈົ້າຢູ່ຕາມລຳພັງແລ້ວ ພວກຕິດຕາມພຣະອົງບາງຄົນ ແລະສາວົກສິບສອງຄົນຈຶ່ງຖາມພຣະອົງກ່ຽວກັບຄຳອຸປະມາດັ່ງກ່າວ.
ພຣະອົງບໍ່ໄດ້ກ່າວກັບພວກເຂົາໂດຍໃຊ້ຄຳອຸປະມາເທົ່ານັ້ນ, ແຕ່ເມື່ອພຣະອົງຢູ່ຕາມລຳພັງກັບສາວົກແລ້ວ, ພຣະອົງກໍອະທິບາຍທຸກໆສິ່ງສູ່ພວກເພິ່ນຟັງໂດຍສະເພາະ.
ເຮົາບໍ່ເອີ້ນພວກເຈົ້າວ່າຄົນຮັບໃຊ້ອີກຕໍ່ໄປ ເພາະຄົນຮັບໃຊ້ບໍ່ຮູ້ວ່ານາຍຂອງຕົນກຳລັງເຮັດຫຍັງ, ແຕ່ເຮົາເອີ້ນພວກເຈົ້າວ່າ, ‘ມິດສະຫາຍ’ ເພາະເຮົາໄດ້ບອກພວກເຈົ້າໃຫ້ຮູ້ທຸກສິ່ງ ທີ່ເຮົາໄດ້ຍິນຈາກພຣະບິດາເຈົ້າ.