Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:54 - ພຣະຄຳພີສັກສິ

54 ແຕ່​ພຣະເຢຊູເຈົ້າ​ຈັບ​ມື​ເດັກ​ນັ້ນ ແລະ​ຮ້ອງ​ຂຶ້ນ​ວ່າ, “ລູກ​ເອີຍ ຈົ່ງ​ລຸກ​ຂຶ້ນ​ສາ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

54 ແຕ່​ພຣະເຢຊູເຈົ້າ​ຈັບ​ມື​ເດັກນ້ອຍ​ນັ້ນ ແລະ ກ່າວ​ວ່າ, “ລູກ​ຂອງ​ເຮົາ​ເອີຍ, ຈົ່ງ​ລຸກຂຶ້ນ!”

Uka jalj uñjjattʼäta Copia luraña




ລູກາ 8:54
15 Jak'a apnaqawi uñst'ayäwi  

ພັນທະສັນຍາ​ນີ້​ຈະ​ບໍ່​ຄື​ພັນທະສັນຍາ​ເກົ່າ ທີ່​ເຮົາ​ໄດ້​ເຮັດ​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ເມື່ອ​ເຮົາ​ໄດ້​ຈູງ​ແຂນ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ. ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ດັ່ງ​ຜົວ​ຂອງ​ພວກເຂົາ​ກໍຕາມ ພວກເຂົາ​ກໍ​ບໍ່ໄດ້​ຮັກສາ​ພັນທະສັນຍາ​ນັ້ນ​ເລີຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເມື່ອ​ປະຊາຊົນ​ເຫຼົ່ານັ້ນ​ອອກ​ໄປ​ໝົດ​ແລ້ວ ພຣະອົງ​ໄດ້​ເຂົ້າ​ໄປ​ຈັບ​ມື​ຂອງ​ນາງ ແລະ​ນາງ​ກໍ​ລຸກ​ຂຶ້ນ.


ພຣະອົງ​ຈຶ່ງ​ໄປ​ຫາ ແລະ​ຈັບ​ມື​ນາງ​ໃຫ້​ລຸກ​ຂຶ້ນ ໃນ​ທັນໃດນັ້ນ ໄຂ້​ກໍ​ຫາຍ ແລະ​ນາງ​ກໍ​ຄອຍ​ບົວລະບັດ​ຮັບໃຊ້​ພຣະອົງ​ແລະ​ພວກ​ສາວົກ.


ພຣະເຢຊູເຈົ້າ​ຈູງ​ຄົນ​ຕາບອດ​ອອກ​ໄປ​ນອກ, ເມື່ອ​ຖົ່ມ​ນໍ້າລາຍ​ໃສ່​ຕາ​ຄົນ​ນີ້​ແລ້ວ​ພຣະອົງ​ກໍ​ວາງ​ມື​ໃສ່​ລາວ ແລະ​ຖາມ​ວ່າ, “ເຈົ້າ​ເຫັນ​ຫຍັງ​ແດ່​ບໍ?”


ແຕ່​ພຣະເຢຊູເຈົ້າ​ຈັບ​ມື​ເດັກນ້ອຍ​ແລະ​ດຶງ​ໃຫ້​ລຸກ​ຂຶ້ນ ແລ້ວ​ເດັກ​ນັ້ນ​ກໍ​ລຸກ​ຢືນ​ຂຶ້ນ.


ເມື່ອ​ມາ​ຮອດ​ເຮືອນ​ແລ້ວ ພຣະອົງ​ບໍ່​ໃຫ້​ຜູ້ໃດ​ເຂົ້າ​ໄປ​ນຳ​ພຣະອົງ ເວັ້ນ​ໄວ້​ແຕ່​ເປໂຕ, ໂຢຮັນ, ຢາໂກໂບ ແລະ ພໍ່​ແມ່​ຂອງ​ເດັກ​ເທົ່ານັ້ນ.


ແລ້ວ​ພວກເຂົາ​ກໍ​ພາກັນ​ຫົວຂວັນ​ພຣະອົງ ເພາະ​ພວກເຂົາ​ຕ່າງ​ກໍ​ຮູ້​ວ່າ ນາງ​ຕາຍ​ແລ້ວ.


ຊີວິດ​ຂອງ​ນາງ​ຈຶ່ງ​ກັບຄືນ​ມາ ແລະ​ນາງ​ກໍ​ລຸກ​ຂຶ້ນ​ໃນ​ທັນທີ ພຣະເຢຊູເຈົ້າ​ສັ່ງ​ໃຫ້​ເອົາ​ອາຫານ​ໃຫ້​ນາງ​ກິນ.


ເມື່ອ​ພຣະອົງ​ກ່າວ​ດັ່ງນັ້ນ​ແລ້ວ ພຣະອົງ​ຈຶ່ງ​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ລາຊະໂຣ​ເອີຍ ຈົ່ງ​ອອກ​ມາ.”


ພຣະບິດາເຈົ້າ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ ເປັນ​ຄືນ​ມາ​ສູ່​ຊີວິດ​ສັນໃດ ຖ້າ​ພຣະບຸດ​ຢາກ​ໃຫ້​ຊີວິດ​ແກ່​ຜູ້ໃດ ກໍ​ຈະ​ເຮັດ​ສັນນັ້ນ​ເໝືອນກັນ.


ເປໂຕ​ບອກ​ໃຫ້​ທຸກຄົນ​ອອກ​ໄປ​ຂ້າງ​ນອກ ສ່ວນ​ເພິ່ນ​ນັ້ນ​ຄຸເຂົ່າ​ລົງ​ພາວັນນາ​ອະທິຖານ​ຂໍ ແລ້ວ​ກໍ​ຫັນ​ໜ້າ​ໄປ​ທາງ​ຊາກສົບ ແລະ​ກ່າວ​ວ່າ, “ຕາບີທາ ຈົ່ງ​ລຸກ​ຂຶ້ນ.” ນາງ​ກໍ​ມືນ​ຕາ ແລະ​ເມື່ອ​ເຫັນ​ເປໂຕ ນາງ​ຈຶ່ງ​ລຸກ​ຂຶ້ນ​ນັ່ງ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ, “ເຮົາ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ” ຕັ້ງ​ໄວ້​ຈຳເພາະ​ພຣະພັກ​ພຣະເຈົ້າ​ທີ່​ເພິ່ນ​ໄດ້​ເຊື່ອ​ນັ້ນ ຄື​ພຣະເຈົ້າ​ຜູ້​ຊົງ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ ມີ​ຊີວິດ​ຄືນ​ມາ ແລະ​ຊົງ​ເອີ້ນ​ສິ່ງ​ຂອງ​ທີ່​ບໍ່ມີ ໃຫ້​ເກີດ​ມີ​ຂຶ້ນ​ມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka