Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:53 - ພຣະຄຳພີສັກສິ

53 ແລ້ວ​ພວກເຂົາ​ກໍ​ພາກັນ​ຫົວຂວັນ​ພຣະອົງ ເພາະ​ພວກເຂົາ​ຕ່າງ​ກໍ​ຮູ້​ວ່າ ນາງ​ຕາຍ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

53 ແລ້ວ​ພວກເຂົາ​ກໍ​ພາກັນ​ຫົວຂວັນ​ພຣະອົງ ເພາະ​ຮູ້​ວ່າ​ນາງ​ຕາຍ​ແລ້ວ.

Uka jalj uñjjattʼäta Copia luraña




ລູກາ 8:53
11 Jak'a apnaqawi uñst'ayäwi  

ແມ່ນ​ວ່າ​ໝູ່ຄູ່​ເຍາະເຍີ້ຍ​ຂ້ອຍ​ເວລາ​ນີ້​ກໍຕາມ ຫົວ​ຫຍໍ້ຫຍັນ​ແມ່ນ​ວ່າ​ຂ້ອຍ​ເປັນ​ຜູ້​ຖືກຕ້ອງ; ທັງໆ​ທີ່​ຂ້ອຍ​ນີ້​ບໍ່ມີ​ຂໍ້​ຕຳໜິ​ຫຍັງ​ໝົດ ແຕ່​ຄົງ​ມີ​ເວລາ​ທີ່​ພຣະເຈົ້າ​ຈະ​ຕອບ ຄຳ​ພາວັນນາ​ອະທິຖານ​ຂອງຂ້ອຍ.


ທຸກຄົນ​ທີ່​ມັກ​ຫຍໍ້ຫຍັນ​ຂ້ອຍ ກໍ​ຢູ່​ອ້ອມຂ້າງ​ຂ້ອຍ ແລະ​ຕາ​ຂອງ​ຂ້ອຍ ກໍ​ຈັບຈ້ອງ​ຢູ່​ທີ່​ການ​ຍຸຍົງ​ຂອງ​ພວກເຂົາ.


ທຸກຄົນ​ທີ່​ເຫັນ​ຂ້ານ້ອຍ​ຕ່າງ​ກໍ​ຫົວຂວັນ ແລບ​ລີ້ນ​ແລະ​ແກວ່ງຫົວ​ໃສ່​ຂ້ານ້ອຍ.


ພວກເຮົາ​ດູໝິ່ນ​ປະໝາດ​ແລະ​ປະຖິ້ມ​ທ່ານ​ໄປ ທ່ານ​ໄດ້​ທົນທຸກ​ນາໆ ແລະ​ທົນ​ຕໍ່​ຄວາມ​ເຈັບປວດ. ບໍ່ມີ​ຜູ້ໃດ​ແມ່ນແຕ່​ຈະ​ຫລຽວແລ​ເບິ່ງ​ທ່ານ​ເລີຍ ຕ່າງ​ກໍ​ເມີນເສີຍ​ດັ່ງ​ເພິ່ນ​ບໍ່ມີ​ຫຍັງ​ຈັກດີ້.


ພຣະອົງ​ຊົງ​ກ່າວ​ວ່າ, “ໃຫ້​ທຸກຄົນ​ອອກ​ໄປ ເດັກ​ຍິງ​ຜູ້​ນີ້​ບໍ່ໄດ້​ຕາຍ​ດອກ ນາງ​ພຽງແຕ່​ນອນ​ຫລັບ​ຢູ່​ເທົ່ານັ້ນ.” ແລ້ວ​ທຸກຄົນ​ກໍ​ພາກັນ​ຫົວຂວັນ​ພຣະອົງ.


ຝ່າຍ​ພວກ​ຟາຣີຊາຍ​ທີ່​ມີ​ໃຈ​ຮັກ​ຊັບ ເມື່ອ​ໄດ້ຍິນ​ຄຳ​ເຫຼົ່ານັ້ນ ແລ້ວ​ກໍ​ກ່າວ​ເຢາະເຢີ້ຍ​ພຣະອົງ.


ໃນ​ທີ່ນັ້ນ ຄົນ​ທັງຫລາຍ​ກຳລັງ​ຮ້ອງໄຫ້​ໄວ້ທຸກ​ໃຫ້​ເດັກ​ຢູ່ ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ຮ້ອງໄຫ້​ເທາະ ເດັກນ້ອຍ​ນັ້ນ​ບໍ່​ຕາຍ​ດອກ ນາງ​ພຽງແຕ່​ນອນ​ຫລັບ​ເທົ່ານັ້ນ.”


ແຕ່​ພຣະເຢຊູເຈົ້າ​ຈັບ​ມື​ເດັກ​ນັ້ນ ແລະ​ຮ້ອງ​ຂຶ້ນ​ວ່າ, “ລູກ​ເອີຍ ຈົ່ງ​ລຸກ​ຂຶ້ນ​ສາ.”


ພຣະເຢຊູເຈົ້າ​ສັ່ງ​ໃຫ້​ກື່ງ​ກ້ອນຫີນ​ອອກ. ນາງ​ມາທາ​ເອື້ອຍ​ຂອງ​ຜູ້​ຕາຍ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ປານ​ນີ້​ສົບ​ຄົງ​ມີ​ກິ່ນ​ເໝັນ​ແລ້ວ ເພາະ​ລາວ​ຕາຍ​ໄດ້​ສີ່​ວັນ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka