Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:5 - ພຣະຄຳພີສັກສິ

5 “ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພືດ ຂະນະທີ່​ລາວ​ຫວ່ານ​ເມັດ​ພືດ​ໃນ​ນາ​ຢູ່​ນັ້ນ ບາງ​ເມັດ​ກໍ​ຕົກ​ຕາມ​ທາງ​ຄົນ​ຍ່າງ​ກໍ​ຖືກ​ຢຽບຢໍ່າ ແລະ​ຝູງ​ນົກ​ກໍ​ມາ​ສັບ​ກິນ​ເມັດ​ນັ້ນ​ເສຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 “ຊາວນາ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດພືດ. ຂະນະ​ທີ່​ລາວ​ກຳລັງ​ຫວ່ານ​ເມັດພືດ​ຢູ່​ນັ້ນ ບາງເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ເມັດພືດ​ນັ້ນ​ກໍ​ຖືກ​ຢຽບຢໍ່າ ແລະ ຝູງ​ນົກ​ກໍ​ມາ​ສັບກິນ​ເມັດພືດ​ນັ້ນ​ຈົນ​ໝົດ.

Uka jalj uñjjattʼäta Copia luraña




ລູກາ 8:5
15 Jak'a apnaqawi uñst'ayäwi  

ຝູງ​ແຮ້ງ​ໄດ້​ມາ​ຈັບ​ຊາກ​ສັດ ແຕ່​ເພິ່ນ​ໄລ່​ພວກ​ມັນ​ໃຫ້​ໜີໄປ.


ພຣະອົງ​ໄດ້​ປະຖິ້ມ​ຄົນ​ທີ່​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ ແຜນການ​ຫລອກລວງ​ຂອງ​ພວກເຂົາ​ກໍ​ໄຮ້ປະໂຫຍດ.


ພຣະເຢຊູເຈົ້າ​ຈຶ່ງ​ອະທິບາຍ​ວ່າ, “ຜູ້​ທີ່​ຫວ່ານ​ເຂົ້າ​ດີ​ນັ້ນ​ແມ່ນ​ບຸດ​ມະນຸດ,


“ເຈົ້າ​ທັງຫລາຍ​ເປັນ​ເກືອ​ສຳລັບ​ມວນ​ມະນຸດ​ໂລກ, ແຕ່​ຖ້າ​ເກືອ​ໝົດ​ຣົດ​ເຄັມ​ແລ້ວ​ຈະ​ເຮັດ​ໃຫ້​ເຄັມ​ຄືນ​ໄດ້​ອີກ​ຢ່າງ​ໃດ? ມັນ​ບໍ່ມີ​ຄ່າ​ເສຍ​ແລ້ວ. ດັ່ງນັ້ນ ຈຶ່ງ​ມີ​ແຕ່​ໂຍນ​ຖິ້ມ​ໃຫ້​ຄົນ​ຢຽບ​ຢໍ່າ​ເທົ່ານັ້ນ.”


ເມັດ​ທີ່​ຕົກ​ຕາມ​ຖະໜົນ​ຫົນທາງ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ​ນັ້ນ​ແລ້ວ ທັນໃດນັ້ນ ມານຊາຕານ​ກໍ​ມາ​ຍາດ​ຊີງ​ເອົາ​ພຣະທຳ​ທີ່​ຫວ່ານ​ໃນ​ໃຈ​ເຂົາ​ນັ້ນ​ໄປ​ເສຍ.


ແລ້ວ​ກໍ​ມີ​ປະຊາຊົນ​ຈາກ​ເມືອງ​ຕ່າງໆ ໄດ້​ສືບ​ຕໍ່​ມາ​ຫາ​ພຣະເຢຊູເຈົ້າ ເມື່ອ​ພວກເຂົາ​ມາ​ເຕົ້າໂຮມ​ກັນ​ຢ່າງ​ຫລວງຫລາຍ ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຄຳອຸປະມາ​ນີ້​ວ່າ,


ບາງ​ເມັດ​ກໍ​ຕົກ​ໃສ່​ພື້ນດິນ​ທີ່​ມີ​ຫີນ ແລະ​ເມື່ອ​ງອກ​ຂຶ້ນ​ແລ້ວ ກໍ​ຫ່ຽວແຫ້ງ​ໄປ​ເພາະ​ດິນ​ບໍ່​ຊຸ່ມ.


ເພາະສະນັ້ນ ພວກເຮົາ​ຈຶ່ງ​ຕ້ອງ​ໃຫ້​ຄວາມ​ສົນໃຈ​ຫລາຍ​ຍິ່ງ​ຂຶ້ນ​ໃນ​ຂໍ້​ຄວາມຈິງ ຊຶ່ງ​ພວກເຮົາ​ໄດ້ຍິນ​ໄດ້​ຟັງ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ຖືກ​ລໍ້ລວງ​ໃຫ້​ຫລົງ​ເສຍ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka