Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:47 - ພຣະຄຳພີສັກສິ

47 ເມື່ອ​ເຫັນ​ວ່າ ຈະ​ເຊື່ອງ​ຕົວ​ບໍ່ໄດ້​ແລ້ວ ຍິງ​ຄົນ​ນັ້ນ ຈຶ່ງ​ເຂົ້າ​ມາ​ຫາ​ທັງ​ຕົວ​ສັ່ນເຊັນ ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ຕໍ່ໜ້າ​ທຸກຄົນ​ໃນ​ທີ່ນັ້ນ ນາງ​ບອກ​ພຣະອົງ​ວ່າ, ດ້ວຍເຫດໃດ​ຕົນ​ຈຶ່ງ​ໄດ້​ບາຍ​ພຣະອົງ ແລະ​ຕົນ​ໄດ້​ຫາຍ​ດີ​ພະຍາດ​ໃນ​ທັນທີ​ໄດ້​ຢ່າງ​ໃດ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

47 ຝ່າຍ​ຍິງ​ຄົນ​ນັ້ນ​ເຫັນ​ວ່າ​ບໍ່​ອາດ​ຈະ​ເຊື່ອງ​ໂຕ​ໄດ້​ແລ້ວ ກໍ​ຢ້ານ​ຈົນ​ໂຕສັ່ນ ແລະ ເຂົ້າ​ມາ​ໝອບ​ລົງ​ທີ່​ຕີນ​ຂອງ​ພຣະອົງ. ນາງ​ເວົ້າ​ກັບ​ພຣະອົງ​ຕໍ່ໜ້າ​ຄົນ​ທັງປວງ​ເຖິງ​ສາເຫດ​ທີ່​ໄດ້​ບາຍ​ພຣະອົງ ແລະ ທີ່​ຕົນ​ດີພະຍາດ​ທັນທີ.

Uka jalj uñjjattʼäta Copia luraña




ລູກາ 8:47
18 Jak'a apnaqawi uñst'ayäwi  

ຈົ່ງ​ຮັບໃຊ້​ພຣະເຈົ້າຢາເວ​ດ້ວຍ​ຄວາມ​ຢຳເກງ; ຈົ່ງ​ຂາບລົງ​ຢ່າງ​ສະທ້ານ​ຢ້ານຢຳ​ຕໍ່ໜ້າ​ພຣະເຈົ້າ; ຫລື​ຈະ​ໃຫ້​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ລຸກ​ຂຶ້ນ​ໄວ ພວກເຈົ້າ​ກໍ​ຈະ​ຕາຍ​ຢ່າງ​ກະທັນຫັນ​ໂລດ. ຄວາມສຸກ​ເປັນ​ຂອງ​ທຸກຄົນ​ທີ່​ໄດ້​ມາ​ຂໍ ການ​ປົກປ້ອງ​ຄຸ້ມຄອງ​ຈາກ​ພຣະອົງ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ຮູ້​ສິ່ງ​ທີ່​ຂ້ານ້ອຍ​ຕ້ອງການ ແລະ​ໄດ້ຍິນ​ສຽງ​ຄວນຄາງ​ທຸກຢ່າງ​ຢູ່ແລ້ວ.


ທຸກຄົນ​ທີ່​ຢຳເກງ​ພຣະເຈົ້າ ຈົ່ງ​ມາ​ຟັງ​ເອົາ​ສາ ຂ້ອຍ​ຈະ​ບອກ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ເພື່ອ​ຂ້ອຍ.


ທຸກສິ່ງ​ເຫຼົ່ານີ້​ແມ່ນ​ມື​ຂອງເຮົາ​ເອງ​ໄດ້​ສ້າງ​ທັງໝົດ ສິ່ງ​ທັງໝົດ​ເຫຼົ່ານີ້​ຈຶ່ງ​ເກີດ​ຂື້ນ​ມາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ແຕ່​ເຮົາ​ພໍໃຈ​ນຳ​ຜູ້​ທີ່​ຖ່ອມໃຈ ແລະ​ຜູ້​ທີ່​ຍອມ​ກັບໃຈໃໝ່ ແລະ​ຜູ້​ທີ່​ຢຳເກງ​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ​ຈົນ​ຕົວສັ່ນ.


ໃນ​ອະດີດ ເມື່ອ​ເຜົ່າ​ເອຟຣາອິມ​ເວົ້າ​ວ່າ ເຜົ່າ​ອື່ນໆ​ກໍ​ຢ້ານຢຳ; ພວກເຂົາ​ໃຫ້​ຄວາມ​ເຄົາຣົບ​ນັບຖື​ແກ່​ເອຟຣາອິມ. ແຕ່​ປະຊາຊົນ​ໄດ້​ເຮັດ​ບາບ​ຍ້ອນ​ຂາບໄຫວ້​ພະບາອານ ແລະ​ຍ້ອນ​ການ​ປະພຶດ​ເຊັ່ນນີ້ ພວກເຂົາ​ຈະ​ຕາຍ.


ເຮົາ​ຮູ້ວ່າ​ອິດສະຣາເອນ​ເປັນ​ຢ່າງໃດ ນາງ​ຈະ​ຫລົບລີ້​ຈາກ​ເຮົາ​ບໍ່ໄດ້. ນາງ​ບໍ່​ສັດຊື່​ຕໍ່​ເຮົາ ແລະ​ປະຊາຊົນ​ຂອງ​ນາງ​ກໍ​ບໍ່​ຄູ່ຄວນ​ທີ່​ຈະ​ນະມັດສະການ​ເຮົາ.”


ເມື່ອ​ໄດ້ຍິນ​ສິ່ງ​ທັງໝົດ​ນີ້​ກໍ​ຕົວສັ່ນ​ເສຍຂວັນ ຮິມສົບ​ຂ້ານ້ອຍ​ກໍ​ສັ່ນເຊັນ​ເຕັມແຕ່​ຄວາມຢ້ານ. ຕົນຕົວ​ຂ້ານ້ອຍ​ນັ້ນ​ກໍ​ອ່ອນເພຍ​ເປ້ຍລ່ອຍ ແລະ​ຕີນ​ກໍ​ຄ່ອຍ​ມຶນ​ຂຶ້ນ​ຈົນ​ຄອນແຄນ​ໄປ​ໝົດ. ຂ້ານ້ອຍ​ຈະ​ລໍຖ້າ​ວັນ​ເວລາ​ມາ​ເຖິງ​ດ້ວຍ​ໃຈ​ຈົດຈໍ່ ເມື່ອ​ພຣະອົງ​ຈະ​ລົງໂທດ​ຄົນ​ທີ່​ໂຈມຕີ​ພວກເຮົາ.


ຍິງ​ເຫຼົ່ານັ້ນ​ຈຶ່ງ​ຟ້າວ​ອອກ​ໄປ​ຈາກ​ອຸບມຸງ​ທັງ​ຢ້ານ ແລະ​ທັງ​ຊົມຊື່ນ​ຍິນດີ​ທີ່ສຸດ ແລະ​ແລ່ນ​ໄປ​ບອກ​ພວກ​ສາວົກ​ຂອງ​ພຣະອົງ.


ສ່ວນ​ຍິງ​ຜູ້​ນັ້ນ​ກໍ​ຢ້ານກົວ​ຈົນ​ຕົວ​ສັ່ນ ເພາະ​ຮູ້​ດີ​ເຖິງ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ຕົນ. ສະນັ້ນ ນາງ​ຈຶ່ງ​ມາ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ເວົ້າ​ຄວາມຈິງ​ທັງໝົດ​ສູ່​ພຣະອົງ​ຟັງ.


ແຕ່​ພຣະເຢຊູເຈົ້າ​ກ່າວ​ວ່າ, “ມີ​ຜູ້ໜຶ່ງ​ໄດ້​ບາຍ​ເຮົາ. ດ້ວຍວ່າ, ເຮົາ​ຮູ້​ສຶກ​ວ່າ ຣິດເດດ​ໄດ້​ຊວ່ານ​ອອກ​ຈາກ​ເຮົາ​ໄປ.”


ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ລູກຍິງ​ເອີຍ ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍ​ດີ​ແລ້ວ ຈົ່ງ​ໄປ​ເປັນ​ສຸກ​ເທີ້ນ.”


ເຈົ້າໜ້າທີ່​ຈຶ່ງ​ສັ່ງ​ໃຫ້​ຄົນ​ເອົາ​ໂຄມໄຟ​ມາ​ເຍືອງ ແລ້ວ​ກໍ​ຟ້າວ​ແລ່ນ​ເຂົ້າ​ໄປ​ຫາ​ທັງ​ຕົວ​ສັ່ນເຊັນ ແລະ​ຂາບລົງ​ທີ່​ຕີນ​ຂອງ​ໂປໂລ ແລະ ຊີລາ.


ເພາະ​ສະນັ້ນ ເມື່ອ​ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ເຮົາ​ກໍ​ອ່ອນ​ກຳລັງ ແລະ​ຢ້ານກົວ​ຈົນ​ຕົວ​ສັ່ນ


ດັ່ງນັ້ນ ຄວາມຮັກ​ຂອງ​ຕີໂຕ ທີ່​ມີ​ຕໍ່​ພວກເຈົ້າ​ຈຶ່ງ​ຫລາຍ​ຍິ່ງ​ຂຶ້ນ ເມື່ອ​ເພິ່ນ​ລະນຶກເຖິງ​ການ​ເຊື່ອຟັງ​ຂອງ​ພວກເຈົ້າ​ທຸກຄົນ ແລະ​ການ​ທີ່​ພວກເຈົ້າ​ໄດ້​ຮັບຕ້ອນ​ເພິ່ນ​ດ້ວຍ​ຄວາມ​ຢຳເກງ​ຈົນ​ຕົວ​ສັ່ນ.


ດ້ວຍເຫດນີ້ ພວກ​ທີ່ຮັກ​ຂອງເຮົາ​ເອີຍ, ເໝືອນ​ດັ່ງ​ເຈົ້າ​ທັງຫລາຍ​ເຄີຍ​ເຊື່ອຟັງ​ທຸກ​ເວລາ​ສັນໃດ ພວກເຈົ້າ​ຈົ່ງ​ອົດສາ​ພະຍາຍາມ​ດ້ວຍ​ຄວາມ​ຢຳເກງ​ແລະ​ຕົວສັ່ນ ເພື່ອ​ໃຫ້​ໄດ້​ຄວາມ​ພົ້ນ​ສັນນັ້ນ ບໍ່ແມ່ນ​ສະເພາະ​ແຕ່​ເມື່ອ​ເຮົາ​ຢູ່​ນຳ​ພວກເຈົ້າ​ເທົ່ານັ້ນ ແຕ່​ຈົ່ງ​ເຮັດ​ຫລາຍກວ່າ​ນັ້ນ​ອີກ​ໃນ​ເມື່ອ​ເຮົາ​ບໍ່​ຢູ່​ນຳ.


ເຫດສະນັ້ນ ເນື່ອງ​ດ້ວຍ​ພວກເຮົາ​ຮັບ​ແຜ່ນດິນ​ທີ່​ຫວັ່ນໄຫວ​ບໍ່ໄດ້​ແລ້ວ, ກໍ​ໃຫ້​ພວກເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພື່ອ​ພວກເຮົາ​ຈະ​ໄດ້​ບົວລະບັດ​ພຣະເຈົ້າ ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ດ້ວຍ​ຄວາມ​ເຄົາຣົບ​ຢຳເກງ.


ຊາມູເອນ​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ. ເມື່ອ​ເພິ່ນ​ເດີນທາງ​ໄປ​ທີ່​ເມືອງ​ເບັດເລເຮັມ, ພວກ​ເຖົ້າແກ່​ໃນ​ເມືອງ​ໄດ້​ອອກ​ມາ​ຕ້ອນຮັບ​ເພິ່ນ ທັງ​ຢ້ານກົວ​ຈົນ​ຕົວ​ສັ່ນເຊັນ ແລະ​ຖາມ​ວ່າ, “ທ່ານ​ມາ​ຢ້ຽມຢາມ​ພວກ​ຂ້ານ້ອຍ​ຢ່າງ​ສັນຕິ​ຫລື​ບໍ່?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka