Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:44 - ພຣະຄຳພີສັກສິ

44 ນາງ​ຈຶ່ງ​ຫຍັບ​ເຂົ້າ​ມາ​ທາງ​ຫລັງ​ພຣະເຢຊູເຈົ້າ ແລະ​ບາຍ​ແຄມ​ເສື້ອຄຸມ​ຂອງ​ພຣະອົງ ແລະ​ພະຍາດ​ເລືອດ​ຕົກ​ນັ້ນ​ກໍ​ຢຸດ​ທັນທີ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

44 ນາງ​ຈຶ່ງ​ຫຍັບ​ເຂົ້າ​ມາ​ທາງ​ຫລັງ​ພຣະອົງ ແລະ ບາຍ​ຂອບ​ເສື້ອຄຸມ​ຂອງ​ພຣະອົງ, ໃນທັນໃດ​ນັ້ນ​ເລືອດ​ຂອງ​ນາງ​ກໍ​ຢຸດ​ໄຫລ​ທັນທີ.

Uka jalj uñjjattʼäta Copia luraña




ລູກາ 8:44
15 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ບອກ​ວ່າ, “ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງພວກເຈົ້າ​ໂດຍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະອົງ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ທຸກຂໍ້​ຂອງ​ພຣະອົງ ເຮົາ​ກໍ​ຈະ​ບໍ່​ລົງໂທດ​ພວກເຈົ້າ​ດ້ວຍ​ໂຣກໄພໄຂ້ເຈັບ ດັ່ງ​ທີ່​ໄດ້​ນຳ​ມາ​ທຳລາຍ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ທີ່​ປິ່ນປົວ​ຮັກສາ​ເຈົ້າ​ໃຫ້​ດີ.”


ແຕ່​ສຳລັບ​ພວກ​ທີ່​ຢຳເກງ​ນາມ​ຂອງເຮົາ ເຮົາ​ຈະ​ນຳ​ຄວາມພົ້ນ​ມາ​ໃຫ້​ພວກເຂົາ ດ້ວຍ​ອານຸພາບ​ອັນ​ຮຸ່ງເຮືອງ​ຂອງເຮົາ ດັ່ງ​ດວງຕາເວັນ​ຂຶ້ນ ແລະ​ຈະ​ນຳ​ເອົາ​ການ​ປິ່ນປົວ​ມາ​ສູ່​ພວກເຂົາ ດັ່ງ​ແສງ​ດວງອາທິດ. ພວກເຈົ້າ​ຈະ​ເປັນ​ອິດສະຫລະ​ເສລີ​ແລະ​ມີ​ຄວາມສຸກ ດັ່ງ​ລູກ​ງົວ​ທີ່​ອອກ​ມາ​ຈາກ​ຄອກ.


ພຣະເຢຊູເຈົ້າ​ສົງສານ​ພວກເຂົາ ຈຶ່ງ​ບາຍ​ຕາ​ຂອງ​ພວກເຂົາ ໃນ​ທັນໃດນັ້ນ ພວກເຂົາ​ກໍ​ເຫັນ​ຮຸ່ງ ແລະ​ຕິດຕາມ​ພຣະອົງ​ໄປ.


ພຣະເຢຊູເຈົ້າ​ໄດ້​ເດ່​ມື​ອອກ​ໄປ​ແຕະຕ້ອງ​ຄົນ​ນັ້ນ ແລະ​ກ່າວ​ວ່າ, “ເຮົາ​ພໍໃຈ​ໃຫ້​ເຈົ້າ​ດີ ຈົ່ງ​ດີ​ສະອາດ​ສາ” ໃນ​ທັນໃດນັ້ນ ຊາຍ​ຜູ້​ນັ້ນ​ກໍດີ​ພະຍາດ.


ພໍດີ​ໃນ​ຂະນະນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ໄດ້​ສິບສອງ​ປີ​ແລ້ວ ນາງ​ຫຍັບ​ເຂົ້າ​ມາ​ເບື້ອງ​ຫລັງ​ພຣະເຢຊູເຈົ້າ ແລະ​ບາຍ​ເສື້ອຄຸມ​ຂອງ​ພຣະອົງ.


ເມື່ອ​ພຣະອົງ​ສະເດັດ​ໄປ​ທີ່​ໃດ ໃນ​ເມືອງ ຫລື​ບ້ານ​ນອກ, ບ້ານ​ນາ​ກໍດີ ພວກເຂົາ​ກໍ​ເອົາ​ຄົນ​ເຈັບປ່ວຍ​ມາ​ວາງ​ໄວ້​ຕາມ​ແຄມ​ທາງ​ບ່ອນ​ຊຸມຊົນ ແລ້ວ​ຮ້ອງ​ຂໍ​ພຣະອົງ​ຊົງ​ໂຜດ​ໃຫ້​ຄົນ​ເຈັບປ່ວຍ​ໄດ້​ບາຍ​ແຕ່​ແຄມ​ເຄື່ອງນຸ່ງ​ຂອງ​ພຣະອົງ ແລະ​ຜູ້​ໄດ້​ບາຍ​ແລ້ວ​ກໍ​ຖືກ​ຊົງ​ໂຜດ​ໃຫ້​ດີ​ພະຍາດ​ທຸກຄົນ.


ພຣະອົງ​ວາງ​ມື​ໃສ່​ນາງ ໃນ​ທັນໃດນັ້ນ ນາງ​ກໍ​ຢືນ​ຊື່​ໄດ້ ແລະ​ນາງ​ຈຶ່ງ​ກ່າວ​ສັນລະເສີນ​ພຣະເຈົ້າ.


ແລະ​ມາ​ຢືນ​ຢູ່​ຂ້າງ​ຫລັງ​ພຣະເຢຊູເຈົ້າ​ໃກ້​ຕີນ​ຂອງ​ພຣະອົງ. ນາງ​ຮ້ອງໄຫ້​ນໍ້າຕາ​ຫລັ່ງໄຫລ ຈົນ​ຕີນ​ຂອງ​ພຣະອົງ​ປຽກຊຸ່ມ ແລ້ວ​ນາງ​ກໍ​ເຊັດ​ຕີນ​ຂອງ​ພຣະອົງ ດ້ວຍ​ຜົມ​ຂອງຕົນ​ທັງ​ຈູບ​ແລະ​ທັງ​ຫົດສົງ​ຕີນ​ຂອງ​ພຣະອົງ ດ້ວຍ​ນໍ້າຫອມ​ນັ້ນ.


ໃນ​ນັ້ນ ມີ​ຍິງ​ຄົນ​ໜຶ່ງ ທີ່​ເປັນ​ພະຍາດ​ເລືອດຕົກ ໄດ້​ສິບສອງ​ປີ​ແລ້ວ ນາງ​ໄດ້​ຈ່າຍ​ຊັບ​ທັງໝົດ​ທີ່​ຕົນ​ມີ​ໃຫ້​ພວກ​ໝໍ ແຕ່​ບໍ່ມີ​ໝໍ​ຄົນ​ໃດ​ສາມາດ​ຮັກສາ​ນາງ​ໃຫ້​ຫາຍ​ດີ​ໄດ້.


ພຣະເຢຊູເຈົ້າ​ຖາມ​ວ່າ, “ແມ່ນ​ຜູ້ໃດ​ບາຍ​ເຮົາ?” ເມື່ອ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ປະຕິເສດ ເປໂຕ​ຈຶ່ງ​ເວົ້າ​ວ່າ, “ພຣະອາຈານ​ເອີຍ ກໍ​ແມ່ນ​ປະຊາຊົນ​ທີ່​ແໜ້ນໜາ​ກຳລັງ​ບຸບຽດ​ທ່ານ​ຢູ່.”


ແຕ່​ຊາຍ​ທີ່​ດີ​ພະຍາດ​ບໍ່​ຮູ້​ວ່າ​ແມ່ນ​ຜູ້ໃດ. ດ້ວຍວ່າ, ພຣະເຢຊູເຈົ້າ​ໄດ້​ໜີໄປ​ແລ້ວ​ເພາະວ່າ​ບ່ອນ​ນັ້ນ​ມີ​ຄົນ​ຫລາຍ.


ແມ່ນແຕ່​ຜ້າ​ເຊັດເຫື່ອ​ກັບ​ຜ້າ​ກັນເປື້ອນ​ທີ່​ເພິ່ນ​ໃຊ້ ຊຶ່ງ​ຖືກ​ນຳ​ໄປ​ວາງ​ໃສ່​ຄົນ​ເຈັບປ່ວຍ ແລະ​ໂຣກໄພໄຂ້ເຈັບ​ຕ່າງໆ​ຂອງ​ພວກເຂົາ​ກໍ​ຫາຍ​ດີ ແລະ​ບັນດາ​ຜີຊົ່ວຮ້າຍ​ທີ່​ສິງ​ກໍ​ອອກ​ໄປ​ຈາກ​ພວກເຂົາ​ດ້ວຍ.


ຈົນ​ວ່າ​ເຂົາ​ໄດ້​ເອົາ​ຄົນ​ເຈັບປ່ວຍ​ໃສ່​ບ່ອນ​ນອນ​ນ້ອຍ​ໃຫຍ່ ຫາມ​ອອກ​ໄປ​ວາງ​ໄວ້​ຕາມ​ຫົນທາງ ເພື່ອ​ວ່າ​ເມື່ອ​ເປໂຕ​ຍ່າງ​ຜ່ານ​ໄປ​ນັ້ນ ຢ່າງໜ້ອຍ​ເງົາ​ຂອງທ່ານ​ຈະ​ຖືກ​ບາງຄົນ.


ຈົ່ງ​ຫຍິບ​ຍອຍ​ໃສ່​ສີ່​ແຈ​ເສື້ອຄຸມ​ຂອງ​ພວກເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka