Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:42 - ພຣະຄຳພີສັກສິ

42 ເພາະ​ລູກສາວ​ຄົນ​ດຽວ​ຂອງ​ລາວ​ອາຍຸ​ສິບສອງ​ປີ ປ່ວຍ​ໃກ້​ຈະ​ສິ້ນ​ໃຈ​ຕາຍ​ແລ້ວ, ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ໄປ​ນັ້ນ ກໍ​ມີ​ປະຊາຊົນ​ບຽດ​ພຣະອົງ​ໄປ​ຢ່າງ​ໜາແໜ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

42 ເພາະ​ລູກສາວ​ຄົນ​ດຽວ​ຂອງ​ລາວ​ອາຍຸ​ປະມານ​ສິບສອງ​ປີ ກຳລັງ​ໃກ້​ຈະ​ຕາຍ. ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ເດີນທາງ​ໄປ​ນັ້ນ ກໍ​ມີ​ປະຊາຊົນ​ມາ​ບຸບຽດ​ພຣະອົງ​ໄປ​ຢ່າງ​ໜາແໜ້ນ​ຫລາຍ.

Uka jalj uñjjattʼäta Copia luraña




ລູກາ 8:42
15 Jak'a apnaqawi uñst'ayäwi  

ຄົນໜຶ່ງ​ອາດ​ມີ​ຊີວິດ​ຢູ່​ໄດ້​ໃນ​ຍາມ​ເຊົ້າ ແຕ່​ຕາຍ​ຢ່າງ​ບໍ່​ຄາດຄິດ ເມື່ອ​ຕອນແລງ​ມາຮອດ.


ຊີວິດ​ມະນຸດ​ຜ່ານ​ພົ້ນ​ໄປ​ດັ່ງ​ເງົາ. ໃຜ​ຮູ້​ໄດ້​ແດ່​ວ່າ​ມີ​ຫຍັງ​ດີ​ສຳລັບ​ມະນຸດ​ຢູ່​ໃນ​ໂລກ​ອະນິຈັງ​ອັນ​ສັ້ນໆ​ນີ້? ໃຜ​ຮູ້​ໄດ້​ແດ່​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ ຫລັງຈາກ​ທີ່​ລາວ​ຕາຍໄປ​ແລ້ວ?


“ມະນຸດ​ເອີຍ ພຽງແຕ່​ອືດ​ລົມຫາຍໃຈ​ດຽວ​ເທົ່ານັ້ນ ເຮົາ​ກໍ​ຈະ​ພັດ​ຄົນ​ທີ່​ເຈົ້າ​ຮັກ​ທີ່ສຸດ​ໃຫ້​ໜີໄປ. ເຈົ້າ​ບໍ່​ຕ້ອງ​ຈົ່ມ ຫລື​ຮ້ອງໄຫ້​ຮໍ່າໄຮ ຫລື​ຫລັ່ງ​ນໍ້າຕາ​ນຳ​ດອກ.


“ບັດນີ້​ມະນຸດ​ເອີຍ ເຮົາ​ຈະ​ເອົາ​ພຣະວິຫານ​ອັນ​ໝັ້ນຄົງ​ແຂງແຮງ ທີ່​ພວກເຂົາ​ພາກພູມ​ໃຈ​ແລະ​ຍິນດີ​ນຳ​ນັ້ນ​ໜີໄປ​ຈາກ​ພວກເຂົາ ຄື​ພຣະວິຫານ​ທີ່​ພວກເຂົາ​ມັກ​ແນມເບິ່ງ​ແລະ​ມັກ​ໄປ​ຢ້ຽມຢາມ. ເຮົາ​ຈະ​ເອົາ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ໜີໄປ​ດ້ວຍ.


ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຊາວ​ເຢຣູຊາເລັມ​ຄົນອື່ນໆ ເຕັມ​ໄປ​ດ້ວຍ​ຈິດໃຈ​ເມດຕາ ແລະ​ຮັກ​ການພາວັນນາ​ອະທິຖານ. ພວກເຂົາ​ຈະ​ແນມເບິ່ງ​ຜູ້​ທີ່​ພວກເຂົາ​ແທງ​ຈົນຕາຍ ແລະ​ພວກເຂົາ​ຈະ​ໄວ້ທຸກ​ໃຫ້​ເພິ່ນ​ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍ​ໂທນ​ຂອງຕົນ. ພວກເຂົາ​ຈະ​ໄວ້​ທຸກຢ່າງ​ຂົມຂື່ນ ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍກົກ​ຂອງຕົນ.


ພຣະເຢຊູເຈົ້າ​ກໍ​ໄປ​ກັບ​ລາວ ມີ​ປະຊາຊົນ​ຢ່າງ​ໜາແໜ້ນ​ບຸບຽດ​ພຣະອົງ​ໄປ.


ພໍ​ພຣະອົງ​ມາ​ໃກ້​ປະຕູ​ເມືອງ ກໍ​ມີ​ຄົນ​ຫາມ​ຊາກສົບ​ຂອງ​ຊາຍໜຸ່ມ​ຄົນ​ໜຶ່ງ​ອອກ​ມາ ຄົນ​ທີ່​ຕາຍ​ນີ້ ເປັນ​ລູກຊາຍ​ຄົນ​ດຽວ​ຂອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໝ້າຍ ມີ​ຊາວ​ເມືອງ​ຫລາຍ​ຄົນ​ອອກ​ມາ​ນຳ​ນາງ.


ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ຊື່ ຢາອີໂຣ ເປັນ​ຫົວໜ້າ​ໂຮງ​ທຳມະສາລາ​ໃນ​ທ້ອງຖິ່ນ​ນັ້ນ ໄດ້​ມາ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ທູນ​ອ້ອນວອນ​ຂໍ​ພຣະອົງ​ໃຫ້​ໄປ​ທີ່​ເຮືອນ​ຂອງຕົນ,


ໃນ​ນັ້ນ ມີ​ຍິງ​ຄົນ​ໜຶ່ງ ທີ່​ເປັນ​ພະຍາດ​ເລືອດຕົກ ໄດ້​ສິບສອງ​ປີ​ແລ້ວ ນາງ​ໄດ້​ຈ່າຍ​ຊັບ​ທັງໝົດ​ທີ່​ຕົນ​ມີ​ໃຫ້​ພວກ​ໝໍ ແຕ່​ບໍ່ມີ​ໝໍ​ຄົນ​ໃດ​ສາມາດ​ຮັກສາ​ນາງ​ໃຫ້​ຫາຍ​ດີ​ໄດ້.


ພຣະເຢຊູເຈົ້າ​ຖາມ​ວ່າ, “ແມ່ນ​ຜູ້ໃດ​ບາຍ​ເຮົາ?” ເມື່ອ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ປະຕິເສດ ເປໂຕ​ຈຶ່ງ​ເວົ້າ​ວ່າ, “ພຣະອາຈານ​ເອີຍ ກໍ​ແມ່ນ​ປະຊາຊົນ​ທີ່​ແໜ້ນໜາ​ກຳລັງ​ບຸບຽດ​ທ່ານ​ຢູ່.”


ດ້ວຍເຫດນັ້ນ ຄວາມ​ບາບ​ໄດ້​ເຂົ້າ​ມາ​ໃນ​ໂລກ ເພາະ​ດ້ວຍ​ມະນຸດ​ຄົນ​ດຽວ ແລະ​ຄວາມ​ຕາຍ​ກໍໄດ້​ເກີດ​ມາ​ຍ້ອນ​ຄວາມ​ຜິດບາບ​ນັ້ນ. ຢ່າງ​ນັ້ນ​ແຫຼະ ຄວາມ​ຕາຍ​ຈຶ່ງ​ໄດ້​ລາມ​ໄປ​ເຖິງ​ມະນຸດ​ທຸກຄົນ ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka