Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:3 - ພຣະຄຳພີສັກສິ

3 ໂຢຮັນນາ ເມຍ​ຂອງ​ຈູຊາ​ຜູ້​ທີ່​ເປັນ​ກົມມະວັງ​ຂອງ​ເຮໂຣດ ແລະ ນາງ​ຊູຊັນນາ​ກັບ​ແມ່ຍິງ​ອື່ນໆ​ອີກ​ຫລາຍ​ຄົນ ທີ່​ເຄີຍ​ໃຊ້​ຊັບສິນ​ຂອງ​ຕົນເອງ ເພື່ອ​ບົວລະບັດ​ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ໂຢຮັນນາ​ເມຍ​ຂອງ​ຈູຊາ ຜູ້​ທີ່​ເປັນ​ຜູ້ຈັດການ​ດູແລ​ໃນ​ເຮືອນ​ຂອງ​ເຮໂຣດ, ນາງ​ຊູຊັນນາ ແລະ ແມ່ຍິງ​ຄົນ​ອື່ນໆ​ອີກ​ຫລາຍ​ຄົນ. ແມ່ຍິງ​ເຫລົ່ານີ້​ເຄີຍ​ບົວລະບັດ​ພວກເພິ່ນ​ດ້ວຍ​ຊັບສິນ​ຂອງ​ຕົນ​ເອງ.

Uka jalj uñjjattʼäta Copia luraña




ລູກາ 8:3
19 Jak'a apnaqawi uñst'ayäwi  

ຕາມ​ທີ່​ຈິງ​ແລ້ວ ປະຊາຊົນ​ຂອງ​ພຣະອົງ​ແລະ​ຂ້ານ້ອຍ​ເອງ​ຈະ​ຖວາຍ​ສິ່ງໃດໆ​ໃຫ້​ແກ່​ພຣະອົງ​ບໍ່ໄດ້​ດອກ ເພາະ​ທຸກສິ່ງ​ເປັນ​ຂອງຂວັນ​ມາ​ຈາກ​ພຣະອົງ​ທັງ​ສິ້ນ ແລະ​ພວກ​ຂ້ານ້ອຍ​ກໍ​ພຽງແຕ່​ຖວາຍ​ສິ່ງ​ທີ່​ເປັນ​ຂອງ​ພຣະອົງ​ຄືນ​ໃຫ້​ພຣະອົງ​ເທົ່ານັ້ນ.


ພວກເຂົາ​ຈະ​ເອົາ​ເງິນ​ທີ່​ຄ້າ​ຂາຍ​ໄດ້​ນັ້ນ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ເມືອງນີ້​ຈະ​ບໍ່​ທ້ອນເງິນ​ນັ້ນ​ໄວ້​ລ້າໆ ແຕ່​ຜູ້​ທີ່​ນະມັດສະການ​ພຣະເຈົ້າຢາເວ​ຈະ​ໃຊ້​ເງິນ​ນັ້ນ​ຊື້​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ​ທີ່​ພວກເຂົາ​ຕ້ອງການ.


ໃນ​ເວລາ​ນັ້ນ ເຮໂຣດ​ຜູ້​ປົກຄອງ​ແຂວງ​ຄາລີເລ ໄດ້ຍິນ​ຄົນ​ເວົ້າ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ.


ດ້ວຍວ່າ, ເຮໂຣດ​ໄດ້​ສັ່ງ​ຈັບ​ໂຢຮັນ​ລ່າມໂສ້ ແລະ​ນຳ​ໄປ​ຂັງ​ຄຸກ​ໄວ້ ເພາະ​ເຫັນ​ແກ່​ນາງ​ເຮໂຣເດຍ ເມຍ​ຂອງ​ຟີລິບ​ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງຕົນ.


ໃນ​ວັນ​ສະຫລອງ​ວັນ​ເກີດ​ຂອງ​ເຮໂຣດ ລູກສາວ​ຂອງ​ນາງ​ເຮໂຣເດຍ​ໄດ້​ຟ້ອນ​ລຳ​ຕໍ່ໜ້າ​ບັນດາ​ແຂກ​ທີ່​ຖືກ​ເຊີນ​ມາ ເຮໂຣດ​ພໍໃຈ​ຫລາຍ


ເມື່ອ​ພວກເຂົາ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ກໍໄດ້​ເຫັນ​ກຸມມານ ແລະ ມາຣີ​ແມ່​ຂອງ​ເພິ່ນ, ແລ້ວ​ພວກເຂົາ​ຈຶ່ງ​ກົ້ມ​ລົງ​ຂາບໄຫວ້​ນະມັດສະການ​ກຸມມານ​ນັ້ນ ແລ້ວ​ກໍ​ໄຂ​ຫີບ​ເອົາ​ຊັບ​ຂອງ​ພວກເຂົາ​ອອກ​ມາ​ຖວາຍ​ແກ່​ກຸມມານ​ມີ​ດັ່ງນີ້: ຄຳ, ກຳຍານ ແລະ ຢາງ​ໄມ້​ຫອມ.


ເມື່ອ​ຮອດ​ຕອນແລງ​ມາ ເຈົ້າ​ຂອງ​ສວນ​ອະງຸ່ນ​ກໍ​ບອກ​ຜູ້​ຈັດການ​ຂອງຕົນ​ວ່າ, ‘ຈົ່ງ​ເອີ້ນ​ຄົນງານ​ມາ ແລະ​ຈ່າຍ​ຄ່າ​ແຮງງານ​ໃຫ້​ພວກເຂົາ ໂດຍ​ເລີ່ມ​ຕັ້ງແຕ່​ຜູ້​ຮັບຈ້າງ​ຜູ້​ທີ່​ມາ​ຫລ້າສຸດ ຈົນເຖິງ​ຄົນ​ຮັບຈ້າງ​ຜູ້​ມາ​ທຳອິດ.’


ຈອມ​ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເມື່ອ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້ ແກ່​ຜູ້​ທີ່​ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ພວກ​ພີ່ນ້ອງ​ເຫຼົ່ານີ້​ຂອງເຮົາ, ພວກເຈົ້າ​ກໍໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ.’


ດ້ວຍວ່າ, ຄົນ​ຍາກຈົນ​ມີ​ຢູ່​ກັບ​ພວກເຈົ້າ​ສະເໝີ​ ແຕ່​ຝ່າຍ​ເຮົາ​ບໍ່​ຢູ່​ກັບ​ພວກເຈົ້າ​ສະເໝີ​ໄປ.


ໃນ​ທີ່ນັ້ນ ມີ​ແມ່ຍິງ​ຫລາຍ​ຄົນ​ເບິ່ງ​ຢູ່​ຫ່າງໆ ແມ່ຍິງ​ເຫຼົ່ານີ້​ໄດ້​ຕິດຕາມ​ພຣະເຢຊູເຈົ້າ ແລະ​ບົວລະບັດ​ພຣະອົງ ມາ​ແຕ່​ແຂວງ​ຄາລີເລ.


ພວກ​ແມ່ຍິງ​ທີ່​ມາ​ບອກ​ຂ່າວ​ນີ້​ມີ: ມາຣີ​ໄທ​ມັກດາລາ, ໂຢຮັນນາ, ມາຣີ​ແມ່​ຂອງ​ຢາໂກໂບ, ພວກ​ແມ່ຍິງ​ຄົນ​ອື່ນໆ​ທີ່​ຢູ່​ກັບ​ພວກ​ນາງ ກໍ​ເລົ່າ​ເຫດການ​ຢ່າງ​ດຽວກັນ​ນີ້​ແກ່​ພວກ​ອັກຄະສາວົກ.


ການ​ທີ່​ລາວ​ເວົ້າ​ຢ່າງ​ນີ້ ບໍ່ແມ່ນ​ວ່າ​ລາວ​ຫ່ວງໃຍ​ນຳ​ຄົນ​ຍາກຈົນ, ແຕ່​ລາວ​ເປັນ​ຄົນ​ຂີ້ລັກ, ລາວ​ຖື​ຖົງ​ເງິນ ແລະ​ຍັກ​ຍອກ​ເອົາ​ເງິນ​ຈາກ​ຖົງ​ນັ້ນ.


ຄາວນັ້ນ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ ມີ​ບາງຄົນ​ເປັນ​ຜູ້ທຳນວາຍ ແລະ​ອາຈານ ຄື​ບາຣະນາບາ, ຊີໂມນ​ຜູ້​ທີ່​ຄົນ​ເອີ້ນ​ວ່າ ນີເກີ, ລູກີໂອ​ຊາວ​ເມືອງ​ກີເຣເນ, ມານາເອນ ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ເຕີບ​ໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ ຜູ້​ປົກຄອງ ແລະ​ໂຊໂລ.


ເພາະວ່າ ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ແລ້ວ​ວ່າ ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຮັ່ງມີ ພຣະອົງ​ກໍ​ຍັງ​ຊົງ​ຍອມ​ກາຍເປັນ​ຄົນ​ຍາກຈົນ ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ກາຍເປັນ​ຄົນ​ຮັ່ງມີ ເນື່ອງ​ຈາກ​ຄວາມ​ຍາກຈົນ​ຂອງ​ພຣະອົງ.


ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ ໂດຍ​ສະເພາະ​ແລ້ວ​ແມ່ນ​ພວກ​ທີ່​ເຮັດ​ວຽກ​ຢູ່​ໃນ​ວັງ​ຂອງ​ຈັກກະພັດ.


ແລະ​ມີ​ຊື່ສຽງ​ໃນ​ການ​ສ້າງ​ຄຸນງາມ​ຄວາມດີ ເປັນ​ຕົ້ນ: ເປັນ​ຍິງ​ທີ່​ຝຶກແອບ​ລ້ຽງດູ​ລູກໆ​ຂອງຕົນ​ເປັນ​ຢ່າງດີ ມີ​ນໍ້າໃຈ​ຕ້ອນຮັບ​ແຂກ ເຮັດ​ໜ້າທີ່​ດ້ວຍ​ຄວາມ​ຖ່ອມຕົວ​ສຳລັບ​ພີ່ນ້ອງ​ຄຣິສຕຽນ ຊ່ວຍເຫຼືອ​ຄົນ​ທີ່​ຢູ່​ໃນ​ຄວາມ​ຂັດສົນ ແລະ​ຖວາຍ​ຕົນເອງ​ເຂົ້າ​ໃນ​ການ​ຮັບໃຊ້​ໃຫ້​ດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka