Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:25 - ພຣະຄຳພີສັກສິ

25 ແລ້ວ​ພຣະອົງ​ກໍ​ຖາມ​ພວກ​ສາວົກ​ວ່າ, “ຄວາມເຊື່ອ​ຂອງ​ພວກເຈົ້າ​ໄປ​ໃສ​ໝົດ?” ແຕ່​ພວກເພິ່ນ​ງຶດ​ປະຫລາດ​ໃຈ​ແລະ​ຢ້ານ ຈຶ່ງ​ຖາມ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ໜໍ? ທີ່​ສັ່ງ​ລົມ​ກັບ​ຟອງນໍ້າ ແລະ​ພວກ​ມັນ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

25 ພຣະອົງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຄວາມເຊື່ອ​ຂອງ​ພວກເຈົ້າ​ຢູ່​ໃສ?” ພວກເພິ່ນ​ຢ້ານ ແລະ ປະຫລາດໃຈ​ຈຶ່ງ​ຖາມ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ນໍ? ແມ່ນແຕ່​ລົມພະຍຸ ແລະ ຄື້ນທະເລ​ກໍ​ຍັງ​ຍອມ​ເຊື່ອຟັງ​ຄຳສັ່ງ​ຂອງ​ເພິ່ນ”.

Uka jalj uñjjattʼäta Copia luraña




ລູກາ 8:25
16 Jak'a apnaqawi uñst'ayäwi  

ຜູ້ໃດ​ທີ່​ມີ​ຄວາມ​ຮອບຮູ້ ກ່ຽວກັບ​ສະຫວັນ​ແດ່​ເດ? ຜູ້ໃດ​ແດ່​ທີ່​ເຄີຍ​ໃຊ້​ມື​ຂອງຕົນ​ຈັບ​ລົມ? ຫລື​ເອົາ​ຜ້າ​ມາ​ຫໍ່​ນໍ້າ​ເໝືອນ​ດັ່ງ​ຫໍ່​ສິ່ງຂອງ​ໄດ້? ຫລື​ໝາຍ​ເຂດແດນ​ທີ່​ເທິງ​ແຜ່ນດິນ​ໂລກ​ເຮົາ? ເພິ່ນ​ຄື​ໃຜ? ເຈົ້າ​ຮູ້​ບໍ່​ໃຜ​ເປັນ​ລູກ​ຂອງ​ເພິ່ນ?


ແລະ​ວາງ​ຂອບເຂດ​ໃຫ້​ນໍ້າ​ໃນ​ທ້ອງ​ທະເລ ເພື່ອ​ບໍ່​ໃຫ້​ຂຶ້ນ​ກາຍ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້. ເຮົາ​ໄດ້​ຢູ່​ໃນ​ທີ່ນັ້ນ​ແລ້ວ​ແຕ່​ໃດໆ​ມາ ເວລາ​ທີ່​ຊົງ​ວາງ​ຮາກຖານ​ແຜ່ນດິນ​ໂລກ.


ໃນ​ທັນໃດນັ້ນ ພຣະເຢຊູເຈົ້າ​ກໍ​ເດ່​ມື​ອອກ​ໄປ​ຈັບ​ລາວ​ໄວ້ ແລ້ວ​ກ່າວ​ວ່າ, “ໂອ ຜູ້​ມີ​ຄວາມເຊື່ອ​ໜ້ອຍ​ເອີຍ ເປັນຫຍັງ​ຈຶ່ງ​ສົງໄສ?”


ພຣະອົງ​ຕອບ​ວ່າ, “ເພາະ​ພວກເຈົ້າ​ມີ​ຄວາມເຊື່ອ​ໜ້ອຍ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ທໍ່​ເມັດ​ຜັກ​ກາດ ພວກເຈົ້າ​ກໍ​ຈະ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນ​ຈາກ​ບ່ອນ​ນີ້​ໄປ​ຢູ່​ບ່ອນ​ນັ້ນ,’ ແລະ​ມັນ​ກໍ​ຈະ​ເຄື່ອນ​ໄປ. ບໍ່ມີ​ສິ່ງໃດ​ທີ່​ພວກເຈົ້າ​ເຮັດ​ບໍ່ໄດ້.” [


ແມ່ນ​ພຣະເຈົ້າ​ທີ່​ເປັນ​ຜູ້​ຕົບແຕ່ງ​ດອກໄມ້​ປ່າ​ຢູ່​ຕາມ​ທົ່ງຫຍ້າ ຊຶ່ງ​ເປັນ​ຢູ່​ໃນ​ມື້ນີ້ ແລະ​ມື້ອື່ນ​ກໍ​ຈະ​ຖືກ​ຕັດ​ຖິ້ມ​ເຜົາ​ໄຟ​ເສຍ ພຣະເຈົ້າ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍກວ່າ​ດອກໄມ້​ນັ້ນ​ບໍ? ໂອ ຜູ້​ມີ​ຄວາມເຊື່ອ​ຫນ້ອຍ​ເອີຍ.”


ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ດັ່ງນີ້​ພຣະອົງ​ກໍ​ແປກໃຈ ແລະ​ເວົ້າ​ກັບ​ປະຊາຊົນ​ທີ່​ຕິດຕາມ​ພຣະອົງ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຢູ່​ໃນ​ພວກ​ອິດສະຣາເອນ​ເຮົາ​ຍັງ​ບໍ່ໄດ້​ພົບ​ຜູ້ໃດ​ທີ່​ມີ​ຄວາມເຊື່ອ​ໃຫຍ່​ເຊັ່ນ​ນີ້.


ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ? ໂອ ຄົນ​ທີ່​ມີ​ຄວາມເຊື່ອ​ຫນ້ອຍ​ເອີຍ” ແລ້ວ​ພຣະອົງ​ກໍ​ລຸກ​ຢືນ​ຂຶ້ນ​ສັ່ງ​ລົມ ແລະ​ຟອງ​ນໍ້າ​ໃຫ້​ຢຸດ ລົມ​ແລະ​ຟອງ​ນໍ້າ​ຈຶ່ງ​ງຽບ​ສະຫງົບ​ລົງ.


ຕອນ​ຄໍ່າ​ໃນ​ວັນ​ດຽວກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ທະເລສາບ​ໄປ​ຟາກ​ນັ້ນ​ເທາະ.”


ຖ້າ​ພຣະເຈົ້າ​ເປັນ​ຜູ້​ຕົບແຕ່ງ​ດອກໄມ້​ປ່າ ຢູ່​ຕາມ​ທົ່ງຫຍ້າ​ທີ່​ມີ​ຢູ່​ໃນວັນນີ້ ແລະ​ວັນ​ໜ້າ​ກໍ​ຈະ​ຖືກ​ຕັດ​ເຜົາ​ໄຟ​ເສຍ. ໂອ ຄົນ​ມີ​ຄວາມເຊື່ອ​ໜ້ອຍ​ເອີຍ ພຣະອົງ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍກວ່າ​ດອກໄມ້​ນັ້ນ​ບໍ?”


ພວກ​ສາວົກ​ຈຶ່ງ​ໄປ​ຫາ​ພຣະເຢຊູເຈົ້າ ແລ້ວ​ປຸກ​ພຣະອົງ​ໃຫ້​ລຸກ​ຂຶ້ນ ໂດຍ​ເວົ້າ​ວ່າ, “ພຣະອາຈານ​ເອີຍ, ພຣະອາຈານ​ເອີຍ, ພວກ​ຂ້ານ້ອຍ​ກຳລັງ​ຈະ​ຕາຍ​ຢູ່​ແລ້ວ.” ພຣະເຢຊູເຈົ້າ​ລຸກ​ຂຶ້ນ​ສັ່ງ​ຫ້າມ​ລົມ​ແລະ​ຟອງນໍ້າ ລົມ​ແລະ​ຟອງນໍ້າ​ກໍ​ມິດງຽບ​ລົງ ແລະ​ມີ​ຄວາມ​ງຽບ​ສະຫງົບ​ທັນທີ.


ແລ້ວ​ພວກເພິ່ນ​ກໍໄດ້​ຂີ່​ເຮືອ​ມາ​ຈອດ ທີ່​ເຂດແດນ​ເຄຣາເຊນ ຊຶ່ງ​ຢູ່​ກົງກັນຂ້າມ​ກັບ​ແຂວງ​ຄາລີເລ.


ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ເຮົາ​ໄດ້​ບອກ​ເຈົ້າ​ແລ້ວ​ວ່າ ຖ້າ​ເຈົ້າ​ເຊື່ອ ເຈົ້າ​ຄົງ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka