Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:23 - ພຣະຄຳພີສັກສິ

23 ຂະນະທີ່​ຂ້າມ​ໄປ​ນັ້ນ ພຣະເຢຊູເຈົ້າ​ກໍ​ນອນ​ຫລັບ​ຢູ່ ມີ​ລົມ​ແຮງ​ພັດ​ລົງ​ມາ​ສູ່​ກາງ​ທະເລສາບ ແລະ​ນໍ້າ​ກໍ​ເລີ່ມ​ຊັດ​ເຂົ້າ​ເຮືອ​ໃກ້​ຈະ​ເຕັມ ເຮັດ​ໃຫ້​ທຸກຄົນ​ກໍ​ຕົກ​ຢູ່​ໃນ​ອັນຕະລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

23 ໃນ​ຂະນະ​ທີ່​ພວກເພິ່ນ​ຂີ່​ເຮືອ​ຂ້າມ​ໄປ​ນັ້ນ ພຣະເຢຊູເຈົ້າ​ໄດ້​ນອນຫລັບ. ເກີດ​ມີ​ລົມພະຍຸ​ຮຸນແຮງ​ພັດ​ລົງ​ມາ​ກາງ​ທະເລສາບ ຈົນ​ຄື້ນນໍ້າ​ຊັດ​ເຂົ້າ​ເຮືອ ແລະ ພວກເພິ່ນ​ກໍ​ຕົກ​ຢູ່​ໃນ​ອັນຕະລາຍ​ຢ່າງ​ໃຫຍ່.

Uka jalj uñjjattʼäta Copia luraña




ລູກາ 8:23
13 Jak'a apnaqawi uñst'ayäwi  

ຟ້າ​ແມບເຫລື້ອມ ນໍ້າໝອກ ຫິມະ​ແລະ​ໝາກເຫັບ ພ້ອມ​ທັງ​ລົມ​ແຮງ​ທີ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ຕື່ນ​ຂຶ້ນ​ມາ​ເຖີດ ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ຫລັບ​ຢູ່? ໂຜດ​ມາ​ຊ່ວຍກູ້​ເອົາ​ພວກ​ຂ້ານ້ອຍ​ດ້ວຍ ຂໍ​ພຣະອົງ​ຊົງ​ລຸກ​ຂຶ້ນ ຢ່າ​ປະຖິ້ມ​ພວກ​ຂ້ານ້ອຍ​ຕະຫຼອດໄປ


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ​ດັ່ງນີ້: “ໂອ ເຢຣູຊາເລັມ​ເອີຍ ເຈົ້າ​ທົນທຸກ​ແລ້ວ ນະຄອນ​ຂາດ​ທີ່​ເພິ່ງ​ຫາ​ຜູ້​ເລົ້າໂລມ​ໃຈ​ກໍ​ບໍ່ມີ ດ້ວຍ​ຫີນ​ປະເສີດ​ເຮົາ​ຈະ​ສ້າງ​ຮາກຖານ​ເຈົ້າ​ໃໝ່.


ວັນ​ໜຶ່ງ ຂະນະທີ່​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ແຄມ​ທະເລສາບ​ເຄັນເນຊາເຣັດ ປະຊາຊົນ​ກໍ​ບຸບຽດ​ກັນ​ເຂົ້າ​ມາ​ຫາ​ພຣະອົງ ເພື່ອ​ຟັງ​ພຣະທຳ​ຂອງ​ພຣະເຈົ້າ.


ຢູ່ມາ​ວັນໜຶ່ງ ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ເຮືອ​ໄປ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ແລະ​ກ່າວ​ກັບ​ພວກເພິ່ນ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ທະເລສາບ​ໄປ​ຟາກ​ນັ້ນ​ເທາະ.” ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ຖອຍ​ເຮືອ​ອອກ​ໄປ.


ພວກເຮົາ​ລົງ​ເຮືອ​ລຳ​ໜຶ່ງ ທີ່​ມາ​ຈາກ​ອາຣະມິດ ຊຶ່ງ​ກຳລັງ​ຈະ​ອອກ​ໄປ​ທຽບ​ທ່າ​ຕ່າງໆ​ຕາມ​ແຂວງ​ເອເຊຍ ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ, ອາຣິດຕາໂຂ ຊາວ​ເມືອງ​ເທສະໂລນິກ​ໃນ​ແຂວງ​ມາເກໂດເນຍ ກໍ​ເດີນທາງ​ໄປ​ກັບ​ພວກເຮົາ​ດ້ວຍ.


ສ່ວນ​ພວກເຮົາ​ນັ້ນ, ດ້ວຍເຫດໃດ​ຈຶ່ງ​ສ່ຽງ​ຕໍ່​ໄພ​ອັນຕະລາຍ​ຢູ່​ທຸກ​ເວລາ?


ເພາະວ່າ ພວກເຮົາ​ບໍ່ໄດ້​ມີ​ມະຫາ​ປະໂຣຫິດ ທີ່​ບໍ່​ສາມາດ​ຈະ​ເຫັນໃຈ​ໃນ​ຄວາມ​ອ່ອນແອ​ຂອງ​ພວກເຮົາ, ແຕ່​ມີ​ຕົນ​ໜຶ່ງ​ທີ່​ຊົງ​ຖືກ​ທົດລອງ​ເໝືອນ​ຢ່າງ​ເຮົາ​ທຸກປະການ, ເຖິງ​ປານ​ນັ້ນ ພຣະອົງ​ກໍ​ຍັງ​ບໍ່ມີ​ບາບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka